ສານບຣາຊິວລົງດາບ! ສັ່ງປັບໃໝ Apple ເປັນຈໍານວນເງິນ 19 ລ້ານໂດລາ ເນື່ອງຈາກບໍ່ແຖມອຸປະກອນສາກແບັດມາໃຫ້ພ້ອມ


Apple

ຫາກໃຜຍັງຈື່ໄດ້ເມື່ອຕົ້ນເດືອນກັນຍາທີ່ຜ່ານມາ ກະຊວງຍຸຕິທຳຂອງບຣາຊິວມີຄໍາສັ່ງໃຫ້ Apple ບໍລິສັດເທັກໂນໂລຢີອັນດັບຕົ້ນໆຂອງໂລກ ຢຸດຂາຍ iPhone ທຸກຮຸ່ນທີ່ບໍ່ແຖມອຸປະກອນສາກແບັດມາໃຫ້ ພ້ອມກັບຮຽກຮ້ອງຄ່າປັບໃໝ 2.34 ລ້ານໂດລາ ໂດຍອ້າງວ່າ Apple ໃຫ້ຜະລິດຕະພັນທີ່ບໍ່ສົມບູນແກ່ລູກຄ້າ ແລະຫຼ້າສຸດນີ້ສານບຣາຊິວກໍໄດ້ລົງດາບອີກຄັ້ງໜຶ່ງໂດຍສານປະຈໍາລັດ ເຊົາ ເປົາໂລ (Sao Paulo) ໄດ້ມີຄໍາສັ່ງປັບໃໝ Apple ເປັນຈໍານວນເງິນ 100 ລ້ານຣີລ (reais) ຫຼືປະມານ 19 ລ້ານໂດລາ.

Apple

ເຊິ່ງການສັ່ງປັບໃໝຄັ້ງນີ້ແມ່ນມາຈາກການຮ້ອງຮຽນໂດຍໜ່ວຍງານຄຸ້ມຄອງບໍລິໂພກ  ຫຼື Brazilian association of borrowers, consumers, and taxpayers (AMBCC) ແລະຄັ້ງນີ້ກໍບໍ່ແມ່ນຄັ້ງທໍາອິດທີ່ສານບຣາຊິວສັ່ງປັບເງິນ Apple ເພາະຢ້ອນກັບໄປເມື່ອເດືອນມີນາ ປີ 2021 ທາງບຣາຊິວກໍເຄີຍມີການປັບໃໝເງິນໄປແລ້ວຮອບໜຶ່ງໂດຍເປັນເງິນ 10.5 ລ້ານຣີລ. ຢ່າງໃດກໍຕາມ Apple ບໍ່ໄດ້ປະຕິບັດຕາມຄຳສັ່ງຂອງສານບຣາຊິວ ແລະ ຢືນຢັນວ່າຈະເດີນໜ້າອຸທອນຄໍາສັ່ງນີ້ຕໍ່ໄປ.

Apple

ສຳລັບປະເດັນເລື່ອງຫົວສາຍສາກແມ່ນກໍາລັງຢູ່ໃນຄວາມສົນໃຈຂອງຄົນທົ່ວໂລກ ເພາະຫຼາຍໆແບຣນໂທລະສັບບໍ່ແມ່ນສະເພາະພຽງ Apple ແມ່ນເລີ່ມຂາຍໂທລະສັບແບບບໍ່ມີຫົວສາຍສາກແລ້ວ ໂດຍຍົກເຫດຜົນການລົດຂີ້ເຫຍື້ອອີເລັກໂທຣນິກມາໃຊ້ໃນການບໍ່ແຖມອຸປະກອນເສີມ ແຕ່ວ່າໃນຫຼາຍໆຄັ້ງກໍຖືກເບິ່ງວ່າເປັນການບີບບັງຄັບລູກຄ້າໃຫ້ຊື້ອຸປະກອນເສີມ ແລະ ມັນກໍບໍ່ໄດ້ຊ່ວຍໃນການລົດຂີ້ເຫຍື້ອອີເລັກໂທຣນິກເພາະລູກຄ້າຕ້ອງຊື້ໃໝ່ຢູ່ດີ ເຖິງທາງແບຣນຈະບອກວ່າລູກຄ້າມີອຸປະກອນເກົ່າທີ່ສາມາດໃຊ້ງານໄດ້ຢູ່ແລ້ວ.


ທັງນີ້ Apple ແມ່ນຢຸດແຖມຫົວສາຍສາກມາຕັ້ງແຕ່ iPhone 12 ແລະໃນສ່ວນຂອງຄ້າຍຄູ່ແຂ່ງຢ່າງ SAMSUNG ໃນໂທລະສັບຮຸ່ນໃໝ່ກໍເລີ່ມບໍ່ແຖມຫົວສາຍສາກແລ້ວຄືກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ