Karim Benzema ຈາກພະຮອງທີ່ຫຼາຍຄົນເບິ່ງຂ້າມ ສູ່ນັກເຕະເຈົ້າຂອງຮາງວັນ Ballon d’Or 2022

Karim Benzema

ປະກາດອອກມາແລ້ວ ກັບຮາງວັນ Ballon d’Or 2022 ເຊິ່ງເປັນຮາງວັນທີ່ວ່າກັນວ່າຊົງຄຸນຄ່າທີ່ສຸດໃນອາຊີບນັກເຕະຂອງຄົນໆໜຶ່ງ ແລະ ຜົນທີ່ອອກມາກໍເປັນໄປຕາມຄາດ ນັ້ນກໍຄືຮາງວັນປີນີ້ຕົກເປັນຂອງ ກອງໜ້າອາຍຸ 34 ປີ ເລືອດຝຣັ່ງ ຄາຣິມ ເບັນເຊມາ (Karim Benzema) ທີ່ໂຊຜົນງານໄດ້ຮ້ອນແຮງ ແລະ ເປັນຜູ້ນຳພາ ເຣອັລ ມາດຣິດ ຄວ້າແຊ້ມ ລາລີກາ ແລະ ຢູຟ່າ ແຊ້ມປ້ຽນລີກ ໃນລະດູການທີ່ຜ່ານມາໄດ້ສຳເລັດ.

Karim Benzema

ແຕ່ທຸກຄົນຮູ້ຫຼືບໍ່ວ່າ ກ່ອນທີ່ເບັນເຊມາ ຈະມາຢືນຢູ່ຈຸດນີ້ ລາວຕ້ອງຜ່ານຍັງມາແດ່ ຕ້ອງປັບປ່ຽນແນວທາງການຫຼິ້ນຂອງຕົນເອງ ຍອມຢູ່ກ້ອງຮົ່ມເງົາຂອງຄົນອື່ນ ມາຕະຫຼອດເກືອບ 10 ປີ. ມື້ນີ້ເຮົາຈະພາມາເບິ່ງວ່າ ກວ່າລາວຈະມາປະສົບຜົນສຳເລັດສູງສຸດ ໃນຕອນທີ່ລາວມີອາຍຸ 34 ປີ ລາວຕ້ອງຜ່ານຫຍັງມາແດ່.

Ronaldo

ຄາຣິມ ເບັນເຊມາ ຍ້າຍເຂົ້າມາໃນຮົ້ວ Santiago Bernabeu (ຊື່ສະໜາມຂອງ ເຣອັລ ມາດຣິດ) ໃນປີ 2009 ຈາກ ສະໂມສອນ ໂອລິມປິກ ລີຍົງ ດ້ວຍອາຍຸພຽງແຕ່ 21 ປີ ແຕ່ຄ່າຕົວສູງເຖິງ 35 ລ້ານຢູໂຣ ເຊິ່ງຖືວ່າສູງຫຼາຍໃນຕອນນັ້ນ ກັບກອງໜ້າອາຍຸນ້ອຍແບບນີ້.

ເບັນເຊມາ ໃນຕອນນັ້ນ ເປັນທີ່ສົນໃຈຂອງບັນດາທີມໃຫຍ່ທົ່ວໂລກ ໃນຖານະກອງໜ້າດາວຮຸ່ງອະນາຄົດໄກຂອງວົງການບານເຕະຝຣັ່ງ. ແຕ່ໂຊກຮ້າຍທີ່ໃນປີດຽວກັນນັ້ນ ລາວຍ້າຍເຂົ້າມາພ້ອມກັບ ຄຣິສເຕຍໂນ ໂຣນັລໂດ້ (Cristiano Ronaldo), ຣິຄາໂດ ກາກ້າ (Ricardo Kaka) ແລະ ຊາບີ ອາລອງໂຊ (Xavi Alonso) ເຊິ່ງໃນເວລານັ້ນ 3 ຄົນນີ້ ຖືເປັນຕົວທັອບໆ ຂອງວົງການໄປແລ້ວ ເຮັດໃຫ້ການຍ້າຍເຂົ້າມາຂອງລາວບໍ່ໄດ້ຮັບຄວາມສົນໃຈເທົ່າທີ່ຄວນ.

Ronaldo

ເບັນເຊມາ ຢູ່ໃນທີມ ເຣອັລ ມາດຣິດ ໃນຖານະພະຮອງມາຕະຫຼອດ ໂດຍໄລຍະທຳອິດທີ່ເຂົ້າມາ ລາວເປັນໄດ້ພຽງກອງໜ້າເບີ 2 ຮອງຈາກ ກອນເຊໂລ ຮິກວາອິນ (Gonzalo Higuain) ສູນໜ້າທີມຊາດ ອາເຈນຕິນ່າ ເທົ່ານັ້ນ. ໂດຍໃນລະດູການທຳອິດຂອງລາວກັບ ເຣອັລ ມາດຣິດ ລາວລົງຫຼິ້ນທຸກລາຍການລວມກັນໄປພຽງ 33 ນັດ ແລະ ເຮັດປະຕູໄດ້ແຕ່ 9 ປະຕູເທົ່ານັ້ນ.

ມາໃນຍຸກທີ່ 3 ປະສານ ຂອງ 2 ທີມ ຍັກໃຫຍ່ຈາກສະເປນໂດ່ງດັງສຸດຂີດ ໂດຍມີ BBC (ລະຫັດເອີ້ນ 3 ປະສານໂດຍຫຍໍ້ມາຈາກຊື່ຂອງນັກເຕະ 3 ຄົນ) ຂອງ ເຣອັລ ມາດຣິດ ເຊິ່ງປະກອບມີ ກາເຣັດ ເບວ (Bale), ເບັນເຊມາ ແລະໂຣນັລໂດ້. ສ່ວນທາງ ບາເຊໂລນາ ກໍມີ MSN ເຊິ່ງປະກອບມີ ເມັສຊີ (Messi), ຊົວເລສ (Suarez) ແລະ ເນມາ (Neymar) ເຊິ່ງຫຼາຍຄົນກໍຄົງຈະເດົາອອກວ່າຄົນທີ່ຖືກເບິ່ງຂ້າມ ແລະ ວິພາກວິຈານຫຼາຍສຸດກໍແມ່ນ ເບັນເຊມາ ເຊິ່ງນັບແຕ່ປີ 2014-2017 ລາວຍິງປະຕູໄປພຽງແຕ່ 69 ປະຕູ, ຖ້າທຽບໃສ່ຄົນອີກ 5 ຄົນນັ້ນຖືວ່າຍັງໜ້ອຍຫຼາຍ.

Karim Benzema

ນອກຈາກນີ້ ເວລາທີ່ທີມຫຼິ້ນບໍ່ດີ ຫຼື ເອົາຊະນະບໍ່ໄດ້ ແນ່ນອນວ່າ ແຟນບານ ຫຼາຍຄົນ ແລະ ສື່ເກືອບທຸກສື່ຫັນມາຕຳໜິ ແລະ ໂຈມຕີ ເອີ້ນໄດ້ວ່າເປັນຄົນທຳອິດທີ່ຈະຖືກຕຳໜິ ຖ້າຜົນງານຂອງທີມບໍ່ເປັນໄປຕາມທີ່ຕ້ອງການ.

ແຕ່ເປັນທີ່ໜ້າແປກໃຈຫຼາຍ ທີ່ລາວຍັງສາມາດ ຢຶດຕຳແໜ່ງຕົວຈິງ ຂອງ ເຣອັລ ມາດຣິດ ມາໄດ້ຮອດ 10 ກວ່າປີ ເພາະຈາກຈໍານວນປະຕູທີ່ລາວເຮັດໄດ້ ກັບຕໍາແໜ່ງກອງໜ້າຕົວເປົ້າ ຄວນຈະຖືກຂາຍຖິ້ມໄປດົນແລ້ວ. ກ່ຽວກັບເລື່ອງນີ້ ຄູເຝິກຫຼາຍຄົນບອກວ່າ ບົດບາດຂອງ ເບັນເຊມາ ບໍ່ແມ່ນມີພຽງແຕ່ການຍິງປະຕູ ລາວອາດຈະຍິງບໍ່ໄດ້ຫຼາຍຄືໝູ່ ແຕ່ທີ່ໝູ່ຍິງໄດ້ຫຼາຍສ່ວນໜຶ່ງກໍເປັນຍ້ອນລາວຊ່ວຍ.

Karim Benzema

ຄາໂຣ ອັນເຊລັອດຕິ (Carlo Ancelotti) ຄູເຝິກຊາວອິຕາລີເຄີຍເວົ້າວ່າ: “ຄຣິສເຕຍໂນ ໂຣນັລໂດ້ ອາດຈະເປັນລະເບີດ ແຕ່ ເບັນເຊມາ ແມ່ນເປັນກົນໄກທີ່ເຮັດໃຫ້ລະເບີດໜ່ວຍນີ້ສາມາດເຮັດວຽກໄດ້”.  ຕະຫຼອດ 12 ປີ ທີ່ຢູ່ກັບ ເຣອັລ ມາດຣິດ ປ່ຽນຄູເຝິກໄປ 6 ຄົນ ແຕ່ ເບັນເຊມາ ກໍຍັງເປັນຕົວເລືອກອັນດັບຕົ້ນໆ ຂອງຄູເຝິກທຸກຄົນຢູ່ດີ.

Karim Benzema

ມາຮອດປີ 2018 ທີ່ ໂຣນັລໂດ້ ໄດ້ຍ້າຍອອກຈາກ ເຣອັລ ມາດຣິດ ໃນຕອນນັ້ນສະຖານະຂອງ ເບັນເຊມາ ກໍເລີ່ມມີຄວາມສຳຄັນຫຼາຍຂຶ້ນ ເຖິງແມ່ນວ່າ ຄົນທີ່ຖືກຕັ້ງໃຫ້ເປັນຕົວແທນຂອງ ໂຣນັລໂດ້ ຈະແມ່ນ ກາເຣັດ ເບວ ປີກຄວາມໄວສູງ ທີມຊາດ ເວລ ກໍຕາມ ແຕ່ຈາກອາການບາດເຈັບ ແລະ ຟອມການຫຼິ້ນທີ່ບໍ່ສະໝໍ່າສະເໝີ ຂອງ ກາເຣັດ ເບວ ເຮັດໃຫ້ ເບັນເຊມາກ້າວຂຶ້ນມາເປັນກຳລັງຫຼັກ ພ້ອມເປັນຜູ້ນຳໃນເກມບຸກຂອງ ເຣອັລ ມາດຣິດ ແລະ ເປັນນັກເຕະທີ່ທີມຂາດບໍ່ໄດ້.

ຕະຫຼອດ 9 ລະດູການ ທີ່ ເບັນເຊມາ ຫຼິ້ນຮ່ວມກັບ ໂຣນັລໂດ້ ລາວຍິງປະຕູໄປທັງໝົດ 192 ປະຕູ, ແຕ່ຫຼັງຈາກທີ່ບໍ່ມີ ຄຣິສເຕຍໂນ ໂຣນັລໂດ້ ນັ້ນ ພຽງແຕ່ 4 ລະດູການ ລາວຍິງປະຕູໄປເຖິງ 117 ປະຕູ.

4 ລະດູການຫຼັງສຸດ ເບັນເຊມາ ບໍ່ເຄີຍຍິງປະຕູໄດ້ໜ້ອຍກວ່າ 20 ປະຕູຈັກເທື່ອ. ເບັນເຊມາ ເປັນນັກເຕະຄົນດຽວ ຈາກ ກາຣາຕິກອສ (Galacticos) ຍຸກສຸດທ້າຍ (ເປັນຊື່ໂປຣເຈັກລວມດາຣາໂລກຂອງປະທານສະໂມສອນ  ຟໍເຣັນຕິໂນ ເປເຣສ Florentino Perez).

Karim Benzema

ເບັນເຊມາ ກາຍເປັນນັກເຕະທີ່ເຮັດ hat trick ໄດ້ໃນ ລາຍການ ຢູຟ່າ ແຊ້ມປ້ຽນລີກ ດ້ວຍອາຍຸ 34 ປີ ກັບອີກ 80 ມື້ ແລະ ກາຍເປັນຄົນທໍາອິດທີ່ຍິງປະຕູໄດ້ໃນ ຢູຟ່າ ແຊ້ມປ້ຽນລີກ 18 ປີ ຕິດຕໍ່ກັນ ນັບຕັ້ງແຕ່ 2005-2022 (ປີປະຕິທິນ).

ຈົນມາຮອດລະດູການ 2021-2022 ເບັນເຊມາ ໃນອາຍຸ 34 ປີ ໂຊຜົນງານໄດ້ໂດດເດັ່ນເຫຼືອເກີນ ຈາກຜົນການລົງຫຼິ້ນໄປທັງໝົດ 46 ນັດ ຍິງໄປ 44 ປະຕູ ແລະ ຊ່ວຍໝູ່ເຮັດປະຕູອີກ 15 ເທື່ອ ພາທີມຄວ້າທັງແຊ້ມ ລາລີກາ ແລະ ຢູຟ່າແຊ້ມປ້ຽນລີກ ເຊິ່ງອາດເວົ້າໄດ້ວ່າເປັນລະດູການທີ່ລາວເຮັດໄດ້ດີທີ່ສຸດໃນອາຊີບນັກເຕະຂອງລາວເລີຍ ຈົນສົ່ງໃຫ້ລາວສາມາດຄວ້າຮາງວັນ Ballon d’Or 2022 ນີ້ໄດ້ສຳເລັດ.

Karim Benzema

ການຄວ້າຮາງວັນຄັ້ງນີ້ ສົ່ງໃຫ້ ເບັນເຊມາ ກາຍເປັນນັກເຕະ ທີ່ໄດ້ຮັບຮາງວັນ ທີ່ມີອາຍຸຫຼາຍທີ່ສຸດໃນຮອບ 66 ປີ ແລະ ກາຍເປັນນັກເຕະທີມຊາດຝຣັ່ງ ຄົນທຳອິດທີ່ໄດ້ຮັບຮາງວັນນີ້ ຕໍ່ຈາກ ຊີດານ ໃນປີ 1998.

ໂດຍເບັນເຊມາ ກ່າວໃນພິທີຮັບຮາງວັນຄັ້ງນີ້ວ່າ: “ມີໄລຍະໜຶ່ງທີ່ຂ້ອຍບໍ່ຕິດທີມຊາດ (ຍ້ອນຄະດີ Sex Tape) ແຕ່ຂ້ອຍບໍ່ເຄີຍຢຸດຊ້ອມ ຂ້ອຍພູມໃຈກັບເສັ້ນທາງທີ່ຜ່ານມາ ມັນບໍ່ແມ່ນເລື່ອງງ່າຍເລີຍ ແລະ ເປັນເລື່ອງຍາກສຳລັບຂ້ອຍ ແລະ ຄອບຄົວ ເຊິ່ງນີ້ເປັນເວລາທີ່ຂ້ອຍມີຄວາມສຸກສຸດໆ ແລະ ຈະກ້າວຕໍ່ໄປ”

Benzema ອາດເປັນນັກເຕະທີ່ຫຼາຍຄົນເບິ່ງຂ້າມ, ດູຖູກຄວາມສາມາດຂອງລາວ ແລະ ເບິ່ງຄືວ່າລາວເປັນນັກເຕະທີ່ໄດ້ຮັບຄຳຍ້ອງຍໍໜ້ອຍເກີນໄປ ຖ້າທຽບຜົນງານ, ຄວາມສະໝໍ່າສະເໝີ ກັບກອງໜ້າຊື່ດັງຄົນອື່ນໆ ສ່ວນໜຶ່ງກໍເປັນຍ້ອນລາວຫຼິ້ນຢູ່ໃນທີມທີ່ ມີຊຸບເປີ້ສະຕາຢູ່ເຕັມທີມ ແລະ ວິທີການຫຼິ້ນຂອງລາວແມ່ນຈະເປັນກອງໜ້າທີ່ເນັ້ນສະໜັບສະໜູນໝູ່ຫຼາຍກວ່າການເຮັດປະຕູດ້ວຍຕົນເອງ. ການທີ່ລາວສາມາດເປັນກອງໜ້າຕົວຫຼັກ ໃຫ້ກັບ ສະໂມສອນ Real Madrid ມາຮອດ 13 ປີ ກໍເປັນອີກສິ່ງໜຶ່ງທີ່ພິສູດ ແລະ ບົ່ງບອກເຖິງຄວາມສຸດຍອດຂອງລາວກັບກອງໜ້າ F1 ຄົນນີ້ Karim Benzema.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ