ສະຖາບັນການຢາ-ການແພດພື້ນເມືອງກອງທັບ ສ້າງຕັ້ງຂຶ້ນແຕ່ປີ 1970 ປັດຈຸຍັງສືບທອດມູນເຊື້ອຈາກບັນພະບູລຸດໄວ້


ສະຖາບັນການຢາ-ການແພດພື້ນເມືອງກອງທັບ ແມ່ນຂຶ້ນກັບກົມໃຫຍ່ພະລາທິການກອງທັບ ເຮັດໜ້າທີ່ພັດທະນາວຽກງານການຢາ-ການແພດພື້ນເມືອງ, ສົ່ງເສີມການນຳໃຊ້ຢາພື້ນເມືອງເຂົ້າໃນການບໍລິການສຸຂະພາບຂອງອ້າຍນ້ອງກອງທັບ ແລະ ປະຊາຊົນບັນດາເຜົ່າ.

ໃນປີ 1970 ໂຮງໝໍຢາພື້ນເມືອງ 104 ກອງທັບ ໄດ້ຖືກສ້າງຕັ້ງຂຶ້ນໃນປ່າແຫ່ງໜຶ່ງ ໃນເຂດດົງຄຳ ເຊິ່ງເປັນເຂດທີ່ໝັ້ນຂອງການປະຕິວັດ ຢູ່ເມືອງຊຽງຄໍ້ແຂວງຫົວພັນ, ເມື່ອກ່ອນແມ່ນເຮັດໜ້າທີ່ຜະລິດຢາ ເພື່ອຮັກສາ ແລະ ປິ່ນປົວທະຫານໃນກອງທັບ.

ມາຮອດປີ 1979 ໄດ້ຍົກຍ້າຍມາຕັ້ງຢູ່ນະຄອນຫຼວງວຽງຈັນ ພ້ອມທັງປ່ຽນຊື່ຈາກ 104 ກອງທັບມາເປັນໂຮງງານປຸງຢາ 104 ກອງທັບ. ໃນປີ 2016 ກະຊວງປ້ອງກັນປະເທດໄດ້ອອກຂໍ້ຕົກລົງປ່ຽນຊື່ ເພື່ອຍົກລະດັບຈາກໂຮງງານຜະລິດຢາປ່ຽນມາເປັນ ສະຖາບັນການຢາ-ການແພດພື້ນເມືອງກອງທັບ.

ໜ້າທີ່ຕົ້ນຕໍແມ່ນ ຄົ້ນຄວ້າວິທະຍາສາດ ທາງດ້ານການແພດພື້ນເມືອງ ອະນຸລັກພູມປັນຍາ ແລະ ຊີວະນາໆພັນ, ກໍ່ສ້າງພະນັກງານ ເຮັດການຜະລິດ, ທຸລະກິດ ແລະ ບໍລິການ.

ປັດຈຸບັນສາມາດຜະລິດຢາພື້ນເມືອງທັງໝົດ 35 ຊະນິດ, ສຳລັບຢາທີ່ຕະຫຼາດຕ້ອງການ ແມ່ນຢາປົວ ແລະ ຢາຮັກສາກະເພາະລຳໄສ້.

ໃນພາຍໜ້າ ກໍຈະມີຢາຊະນິດໃໝ່ໆທີ່ຈະຜະລິດຂຶ້ນຕື່ມ ເພື່ອຕອບສະໜອງໃຫ້ຜູ້ນຳໃຊ້, ສະເພາະຢາພື້ນເມືອງ ຈະມີປະສິດທິຜົນຊ້າ ແຕ່ຖ້າມີອາການດີແລ້ວ ກໍຈະດີເລີຍ. ນອກຈາກນັ້ນ ແມ່ນຖືກກັບແນວທາງນະໂຍບາຍຂອງພັກລັດ ທີ່ສົ່ງເສີມການປິ່ນປົວດ້ວຍການສົມທົບລະຫວ່າງການແພດພື້ນເມືອງ ແລະ ການແພດສາກົນ.

ທ່ານ ພູເຂົາ ທະນູສອນ ຫົວໜ້າການທະຫານສະຖາບັນການຢາ ການແພດພື້ນເມືອງກອງທັບ ໄດ້ອະທິບາຍຕື່ມອີກວ່າ: ນອກຈາກການຜະລິດ ແລະ ຈຳໜ່າຍຢາພື້ນເມືອງແລ້ວ ໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ທາງສະຖາບັນຍັງໄດ້ຜະລິດຜ້າອັດປາກ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດຕື່ມອີກ.

ຖືວ່າເປັນອີກສະຖາບັນໜຶ່ງທີ່ມີຊື່ສຽງມາຕັ້ງແຕ່ສະໄໝສົງຄາມ ມີອາຍຸຫຼາຍພໍສົມຄວນ ໃນສະໄໝກ່ອນກໍຍັງເປັນບ່ອນຜະລິດຢາທີ່ດີທີ່ສຸດຂອງລາວເຮົາ, ຍິ່ງໄປກວ່ານັ້ນ ມາຮອດປັດຈຸບັນກໍຍັງຜະລິດ ແລະ ຕອບສະໜອງໃຫ້ປະຊາຊົນລາວບັນເຜົ່າ ຫັນມານຳໃຊ້ຢາພື້ນເມືອງນຳອີກດ້ວຍ.

ຂອບໃຈຮູບພາບ:

ສະຖາບັນການຢາ ແລະ ການແພດພື້ນເມືອງກອງທັບ

ຂອບໃຈຂໍ້ມູນຈາກ: ສະຖາບັນ ການຢາ-ການແພດ ພື້ນເມືອງກອງທັບ [11-03-2021] – YouTube