ສສ ຫວຽດນາມ ສົ່ງອອກ ນ້ຳມັນ ໃຫ້ ສປປ ລາວ ເພີ່ມຂຶ້ນ 439% ມູນຄ່າສູງເຖິງ 125,4 ລ້ານໂດລາ

ສສ ຫວຽດນາມ

ສສ ຫວຽດນາມ ສົ່ງອອກນ້ຳມັນໃຫ້ ສປປ ລາວ ເພີ່ມຂຶ້ນ 439% ມູນຄ່າສູງເຖິງ 125,4 ລ້ານໂດລາ ໃນປີທີ່ຜ່ານມາ.

ສສ ຫວຽດນາມ ເປັນປະເທດໜຶ່ງທີ່ມີຄວາມຈະເລີນໃນຫຼາຍໆດ້ານ ໂດຍສະເພາະທາງດ້ານເສດຖະກິດ ຈະເຫັນໄດ້ຢ່າງຊັດເຈນເລີຍວ່າມີຫຼາຍດ້ານທີ່ສ້າງລາຍໄດ້ເຂົ້າປະເທດ ມີສິນຄ້າທີ່ຜະລິດໂດຍປະເທດຕົນເອງກໍຫຼາຍ ເຊິ່ງຈະແຕກຕ່າງກັນຖ້າປຽບກັບປະເທດໃດໜຶ່ງໃນອາຊຽນ. ເສດຖະກິດຫວຽດນາມ ມີຄວາມໂດດເດັ່ນ ເຖິງຈະຢູ່ສະຖານະການໄລຍະໂຄວິດລະບາດໃນປີທີ່ຜ່ານມາ ແຕ່ລັດຖະບານກໍໄດ້ຕັ້ງເປົ້າໃນການເຕີບໂຕຂອງ GDP ໄວ້ທີ່ 7,5% ໃນປີ 2022.

ສສ ຫວຽດນາມ

ສປປ ລາວ ໄລຍະຜ່ານມາ ມີການຂາດແຄນນ້ຳມັນຈົນເກີດປາກົດການຫຍໍ້ທໍ້ໃນສັງຄົມ ແລະ ລາຄານ້ຳມັນກໍປັບຂຶ້ນປັບລົງແບບບໍ່ຄົງທີ່ ຈົນມາຮອດປັດຈຸບັນລາຄາກໍຍັງເໜັງຕີງຢູ່ເປັນໄລຍະ. ຜ່ານມາ ນ້ຳມັນ ສປປ ລາວ ໄດ້ນຳເຂົ້ານ້ຳມັນມາຈາກຫຼາຍປະເທດ ໂດຍສະເພາະບໍລິສັດຈາກປະເທດໄທເປັນຕົ້ນແມ່ນ ປຕທ.

ສ່ວນການສົ່ງອອກໂດຍລວມຈາກຫວຽດນາມໄປຍັງ ສປປ ລາວ ເພີ່ມຂຶ້ນ 10,4% ເປັນ 656,4 ລ້ານໂດລາສະຫະລັດ, ໃນຂະນະທີ່ ສິນຄ້າສົ່ງອອກອື່ນໆລວມເຖິງເຫຼັກລົດລົງ 15% ເປັນ 60,1 ລ້ານໂດລາສະຫະລັດ ແລະ ປຸ໋ຍ ເພີ່ມຂຶ້ນ 31% ເປັນ 32,5 ລ້ານໂດລາສະຫະລັດ.

ສສ ຫວຽດນາມ

ສຳລັບການນຳເຂົ້າສິນຄ້າຈາກ ສປປ ລາວ ມາຍັງຫວຽດນາມ ເພີ່ມຂຶ້ນ 34,6% ເປັນ 1 ພັນລ້ານໂດລາສະຫະລັດ ໂດຍມີສິນຄ້າສຳຄັນຄື ໄມ້ ແລະ ຜະລິດຕະພັນ ຈາກໄມ້, ປຸ໋ຍ ແລະ ຢາງພາລາ ເຊິ່ງສິນຄ້າຂອງອາຊຽນ ຄວາມຕົກລົງການຄ້າແບບທະວີພາກລະຫວ່າງຫວຽດນາມ ແລະ ສປປ ລາວ. ຕະຫຼອດໄລຍະ 3 ປີທີ່ຜ່ານມາ ລາວ ໄດ້ກາຍເປັນຈຸດໝາຍປາຍທາງຍອດນິຍົມສຳລັບການລົງທຶນ ດ້ານການກະເສດຄຸນະພາບສູງຂອງທຸລະກິດຕ່າງໆໃນຫວຽດນາມ.

ຂອບໃຈຂໍ້ມູນຈາກ: https://bit.ly/3Y6s0nv

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/