ກຽມເປັນເສດຖີນໍ້າມັນ! ກຸ່ມທຶນຈາກ ກາຕ້າ ໝັ້ນໃຈ ຈະສາມາດເຂົ້າມາເປັນເຈົ້າຂອງຄົນໃໝ່ຂອງ ແມນເຊັສເຕີ ຢູໄນເຕັດ ໄດ້ແນ່ນອນ

ກຽມເປັນເສດຖີນໍ້າມັນ!

ພາຍຫຼັງ ຄອບຄົວ ເກວເຊີ ເຈົ້າຂອງສະໂມສອນ ແມນເຊັສເຕີ ຢູໄນເຕັດ ທີມດັງຂວັນໃຈມະຫາຊົນ ປະກາດພ້ອມຂາຍທີມໃຫ້ຄົນອື່ນເຂົ້າມາເບິ່ງແຍງຕໍ່ໃນລາຄາທີ່ສູງປານຫໍໄອເຟວ ປະມານ 6-8 ພັນລ້ານປອນ. ຫຼ້າສຸດ ກຸ່ມທຶນຈາກ ກາຕ້າ ໝັ້ນໃຈ ຈະສາມາດເຂົ້າມາເປັນເຈົ້າຂອງຄົນໃໝ່ຂອງ ແມນເຊັສເຕີ ຢູໄນເຕັດ ແຊງໜ້າກຸ່ມທຶນອື່ນໆ ໄດ້ແນ່ນອນ.

ໂດຍໃນລາຍງານກ່າວວ່າ ກຸ່ມທຶນດັ່ງກ່າວແມ່ນເປັນກຸ່ມທຶນຂອງ Sheikh Tamim bin Hamad Al Thani ເຈົ້າຄອງລັດ Emir ປະເທດກາຕ້າ ເຊິ່ງເປັນກຸ່ມທຶນທີ່ີເງິນທຶນຈຳນວນມະຫາສານ ແຖມຍັງເປັນກຸ່ມທຶນທີ່ເຮັດທຸລະກິດ ການຄ້າຂາຍນໍ້າມັນເຊື້ອໄຟ ລາຍໃຫຍ່ຂອງປະເທດອີກດ້ວຍ.

ກຽມເປັນເສດຖີນໍ້າມັນ!

ເຊິ່ງລາຍງານຍັງລະບຸຕື່ມອີກວ່າ ກຸ່ມທຶນຂອງ Al Thani ນັ້ນແມ່ນຄົນລະກຸ່ມທຶນກັບກຸ່ມຂອງ QSI ຫຼື Qatar Sport Investment ທີ່ຕອນນີ້ເປັນເຈົ້າຂອງສະໂມສອນ ປາຣີສ ແຊງເຈີແມນ ຈຶ່ງບໍ່ຕ້ອງກັງວົນວ່າ ແມນຢູ ຈະມີເຈົ້າຂອງດຽວກັນກັບ ປາຣີສ ແລະ ຈະບໍ່ສາມາດລົງແຂ່ງພົບກັນໄດ້ໃນລາຍການ ຢູຟ່າ ແຊ້ມປຽນລີກ.

ກຽມເປັນເສດຖີນໍ້າມັນ!

ນອກຈາກນີ້ Al Thani ຍັງຖືໄດ້ວ່າເປັນແຟນບານຕົວຈິງຂອງສະໂມສອນ ແມນຢູ ແລະ ກ່ອນໜ້ານີ້ເມື່ອປີ 2011 Al Thani ເຄີຍຍື່ນຂໍ້ສະເໜີ ຂໍເຂົ້າຊື້ ແມນຢູ ແລ້ວເທື່ອໜຶ່ງ ໃນລາຄາທີ່ຫຼາຍກວ່າ 1 ພັນລ້ານປອນ ແຕ່ຕອນນັ້ນ ຖືກ ຄອບຄົວ ເກວເຊີ້ ປະຕິເສດໄປ. ໂດຍຄັ້ງຫຼ້າສຸດນີ້ຄາດການວ່າ Al Thani ຈະຍື່ນເອກະສານຂໍຊື້ ແລະ ສະແດງເຈຕະນາຄວາມຕ້ອງການຕໍ່ ຄອບຄົວເກວເຊີ້ ໃນອີກບໍ່ເທົ່າໃດອາທິດທາງໜ້ານີ້.

ປັດຈຸບັນ ຜູ້ທີ່ສະແດງຄວາມຕ້ອງການໃນການເຂົ້າຊື້ ສະໂມສອນ ແມນຢູ ແລະ ເຂົ້າໃກ້ທີ່ສຸດ ມີພຽງຄົນດຽວເທົ່ານັ້ນ ກໍຄື Sir Jim Ratcliffe ມະຫາເສດຖີ ຊາວອັງກິດ ເຈົ້າຂອງ ສະໂມສອນບານເຕະ ນີສ ທີມໃນປະເທດຝຣັ່ງ.

ກຽມເປັນເສດຖີນໍ້າມັນ!

ໜ້າສົນໃຈວ່າຖ້າຫາກ ກຸ່ມທຶນຂອງ Al Thani ປະສົບຜົນສໍາເລັດໃນການເຂົ້າຊື້ ແມນຢູ ໃນຄັ້ງນີ້ ໄດ້ສຳເລັດ, ແມນເຊັສເຕີ ຢູໄນເຕັດ ກໍຈະເປັນອີກໜຶ່ງສະໂມສອນ ທີ່ມີເຈົ້າຂອງເປັນກຸ່ມທຶນ ຈາກຕາເວັນອອກກາງ ອີກໜຶ່ງທີມ ຕໍ່ຈາກ ແມນເຊັສເຕີ ຊິຕີ້ ແລະ ນິວຄາສເຊິນ. ເຊິ່ງເຊື່ອໄດ້ວ່າໃນແຕ່ລະຕະຫຼາດຕໍ່ຈາກນີ້ ຈະມີຄວາມຄຶກຄັກ ແລະ ຟົດຟື້ນຂຶ້ນຢ່າງແນ່ນອນ ສຳລັບແຟນໆ ຂອງ ແມນຢູ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/