ທ່ານ ບຸນໂຈມ ອຸບົນປະເສີດ ຖືກແຕ່ງຕັ້ງເປັນເຈົ້າແຂວງສະຫວັນນະເຂດ ສ່ວນທ່ານ ສັນຕິພາບ ຮັບໜ້າທີ່ໃໝ່ຢູ່ກະຊວງການເງິນ

ທ່ານ ບຸນໂຈມ

ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງສະຫວັນນະເຂດ (ຜູ້ເກົ່າ) ແລະ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ຮັກສາການເຈົ້າແຂວງສະຫວັນນະເຂດ (ຜູ້ໃໝ່) ຈັດຂຶ້ນໃນວັນທີ 6 ກຸມພາ 2023 ທີ່ຫ້ອງວ່າການແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍອະດີດການນຳຂັ້ນສູງ ແລະ ພະນັກງານນຳພາຄຸ້ມຄອງແຂວງສະຫວັນນະເຂດ ເຂົ້າຮ່ວມ.

ທ່ານ ບຸນໂຈມ

ໃນພິທີ, ທ່ານ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເປັນເລຂາຄະນະບໍລິຫານພັກແຂວງ, ຮັກສາການເຈົ້າແຂວງສະຫວັນນະເຂດ ແລະ ຍົກຍ້າຍ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງສະຫວັນນະເຂດ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ຢູ່ກະຊວງການເງິນ.

ຈາກນັ້ນ, ກໍໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງສະຫວັນນະເຂດ (ຜູ້ເກົ່າ) ແລະ ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ ຮັກສາການເຈົ້າແຂວງສະຫວັນນະເຂດ (ຜູ້ໃໝ່).

ທ່ານ ບຸນໂຈມ

ໂອກາດນີ້, ທ່ານ ບຸນທອງ ຈິດມະນີ ກໍໄດ້ມີຄຳເຫັນວ່າ: ການສັບປ່ຽນໜ້າທີ່ ຂອງພະນັກງານການນຳແຕ່ລະຂັ້ນ ແມ່ນວຽກງານປົກກະຕິ ທີ່ພວກເຮົາເຄີຍປະຕິບັດມາ, ແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ທັງເປັນຫຼັກການ ແລະ ລະບຽບການຂອງພັກເຮົາ. ພ້ອມນີ້, ທ່ານ ຮອງປະທານປະເທດ ຍັງໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານພັກແຂວງ ຈົ່ງສືບຕໍ່ເອົາໃຈໃສ່ຕໍ່ວຽກງານການເມືອງ-ແນວຄິດ ຢ່າງຕໍ່ເນື່ອງ, ຖືວຽກງານການເມືອງ-ແນວຄິດ ເປັນສະໜາມຮົບ, ເປັນວຽກແຖວໜ້າ ຕ້ອງເຮັດກ່ອນ ແລະ ສອດຫ້ອຍໄປທຸກຂົງເຂດວຽກງານ; ຕ້ອງມີການຫັນປ່ຽນວິທີເຮັດວຽກງານການ ເມືອງ-ແນວຄິດ ດ້ວຍຫຼາຍຮູບຫຼາຍວິທີ ໂດຍສອດຄ່ອງກັບ ແຕ່ລະກຸ່ມເປົ້າໝາຍ, ຢ່າງນິ້ມນວນ, ຈັບອົກຈັບໃຈ, ແຫຼມຄົມ ແລະ ທັນການກວ່າເກົ່າ, ເຮັດໃຫ້ພະນັກງານ-ສະມາຊິກພັກ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ຮັບຮູ້ເຂົ້າໃຈ, ເປັນເອກະພາບ ແລະ ເປັນເຈົ້າການຕື່ນຕົວປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ມີທັດສະນະການເມືອງໜັກແໜ້ນ, ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ມີຄວາມຈົງຮັກພັກດີຕໍ່ພັກ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີຄວາມຮັບຜິດຊອບ ແລະ ປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດ; ສືບຕໍ່ຍູ້ແຮງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ແຂງແຮງເປັນຕົ້ນ ຍູ້ແຮງຂະບວນການຜະລິດເປັນສິນຄ້າ, ສ້າງພື້ນຖານລາຍຮັບທີ່ໝັ້ນຄົງ ແລະ ຍາວນານຂອງແຂວງ, ຊຸກຍູ້ສົ່ງເສີມການຜະລິດ ທີ່ເປັນໜໍ່ແໜງໃໝ່ຂອງປະຊາຊົນ ໃຫ້ເປັນຂະບວນການ ຢ່າງແຂງແຮງກວ້າງຂວາງ, ເອົາໃຈໃສ່ຊີ້ນຳແກ້ໄຂສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ, ສ້າງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ; ບັນດາພະແນກການຂອງແຂວງ, ບັນດາເມືອງ ຕ້ອງສືບຕໍ່ເພີ່ມທະວີຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ.

ຂອບໃຈຂໍ້ມູນຈາກ: https://bit.ly/40MbZ8b

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/