ໃນລະຫວ່າງວັນທີ 8-11 ພະຈິກທີ່ຜ່ານມານີ້ ສປ ຈີນໄດ້ຈັດຕັ້ງກອງປະຊຸມໃຫຍ່ແບບຄົບຄະນະເປັນຄັ້ງທີ 6 ຂອງພັກຄອມມູນິດຈີນ ເຊິ່ງເປັນກອງປະຊຸມທີ່ສຳຄັນສຸດຂອງຈີນ ແລະ ກໍໄດ້ປະກາດຄວາມສຳເລັດໃນການນຳພາປະເທດຈີນໃນຮອບ 100 ປີທີ່ຜ່ານມາ ລວມເຖິງທິດທາງການພັດທະນາໃນອະນາຄົດ.

ກອງປະຊຸມທີ່ປິດໄປນີ້ແມ່ນໃຊ້ເວລາ 4 ວັນ ເຊິ່ງເປັນກອງປະຊຸມທີ່ໄດ້ເຕົ້າໂຮມສະມາຊິກພັກທັງໝົດ 370 ຄົນຂອງຄະນະກຳມະການສູນກາງພັກ – ການນຳຂັ້ນສູງຂອງປະເທດ ຊຸດທີ XIX. ຖືວ່າເປັນບາດກ້າວສຳຄັນ ຂອງກອງປະຊຸມໃຫຍ່ຄັ້ງສຸດທ້າຍຂອງຜູ້ນໍາພັກ ກ່ອນທີ່ຈະມີກອງປະຊຸມໃຫຍ່ແຫ່ງຊາດໃນປີໜ້າ ແລະ ເນື້ອໃນກອງປະຊຸມແມ່ນໄດ້ປະກາດ ຜ່ານ “ມະຕິປະຫວັດສາດ” ຮອງຮັບໃຫ້ ທ່ານ ສີ ຈິ້ນຜິງ ດຳລົງຕໍາແໜ່ງຕໍ່ເປັນສະໄໝທີ 3 ໂດຍກ່ອນໜ້ານີ້ໃນປີ 2018 ຈີນໄດ້ຍົກເລີກຂໍ້ຈຳກັດວາລະການດຳລົງຕຳແໜ່ງຂອງປະທານາທິບໍດີ ທີ່ເມື່ອກ່ອນແມ່ນສາມາດຄອງວາລະໄດ້ພຽງ 2 ສະໄໝ.

ໃນອະດີດທີ່ຜ່ານມາການຜ່ານມະຕິໃນລັກສະນະດັ່ງກ່າວມີພຽງ 2 ຄັ້ງເທົ່ານັ້ນ ຄືໃນສະໄໝຂອງປະທານາທິບໍດີ Mao Zedong ໃນປີ 1945 ແລະ ຄັ້ງທີ 2 ໂດຍ ທ່ານ Deng Xiaoping ໃນປີ 1981. ເຊິ່ງການເຄື່ອນໄຫວ ໂດຍອອກມະຕິດັ່ງກ່າວເມື່ອເບິ່ງແບບກວ້າງ ແມ່ນມີຈຸດປະສົງເພື່ອເປັນການເສີມສ້າງສະຖານະຂອງ ທ່ານ ສີ ຈິ້ນຜິງ ໃຫ້ທຽບເທົ່າກັບ ທ່ານ Mao Zedong ຜູ້ທີ່ສ້າງຕັ້ງພັກຄອມມູນິດຈີນ ແລະ ທ່ານ Deng Xiaoping ຜູ້ສືບທອດອໍານາດທາງການເມືອງຕໍ່ຈາກທ່ານ Mao.
ສິ່ງທີ່ເຮັດໃຫ້ມະຕິປະຫວັດສາດເບິ່ງມີຄວາມສຳຄັນນັ້ນ ເປັນເພາະວ່າສອງຄັ້ງທີ່ຜ່ານມາທັງ ທ່ານ Mao Zedong ແລະ ທ່ານ Deng Xiaoping ລ້ວນແຕ່ໃຊ້ມະຕິນີ້ເປັນຫົນທາງໃນການແກ້ໄຂສິ່ງທີ່ຜິດພາດໃນອະດີດ. ຄັ້ງທຳອິດທີ່ປະກາດໃນກອງປະຊຸມໃຫຍ່ ເມື່ອປີ 1945 ນັ້ນໄດ້ຊ່ວຍໃຫ້ ທ່ານ Mao Zedong ຮວບຮວມຄວາມເປັນຜູ້ນຳ ເຊິ່ງເຮັດໃຫ້ລາວມີອຳນາດເຕັມທີ່ໃນຕອນທີ່ ປະກາດສະຖາປະນາສາທາລະນະລັດປະຊາຊົນຈີນໃນປີ 1949.
ສ່ວນຄັ້ງທີ 2 ແມ່ນຫຼັງຈາກ ທ່ານ Deng Xiaoping ຂຶ້ນຄອງອໍານາດໃນປີ 1978 ເຊິ່ງໄດ້ຊຸກຍູ້ມະຕິນີ້ໃນປີ 1981 ແລະ ໄດ້ວິຈານຄວາມຜິດພາດຂອງທ່ານ Mao Zedong ໃນໄລຍະການປະຕິວັດ ວັດທະນະທໍາລະຫວ່າງປີ 1966-1976 ເຊິ່ງມະຕິໃນຕອນນັ້ນໄດ້ນຳໄປສູ່ການວາງຮາກຖານການປະຕິຮູບເສດຖະກິດຂອງຈີນ.
ຢ່າງໃດກໍຕາມ ນັກວິເຄາະຫຼາຍຄົນເບິ່ງວ່າມະຕິໃນຄັ້ງນີ້ອາດຈະແຕກຕ່າງຈາກສອງຄັ້ງກ່ອນເພາະທ່ານ ສີ ຈິ້ນຜິງ ຈະເນັ້ນໜັກແນວທາງການພັດທະນາປະເທດຕາມແນວຄິດຂອງຕົນເອງ.
“ຄືກັນກັບມະຕິສອງສະບັບທີ່ຜ່ານມາ, ມະຕິສະບັບນີ້ຈະມີບົດບາດສຳຄັນໃນການລວມທິດສະດີ, ເຈດຈຳນົງ ແລະ ການກະທຳຂອງພັກເຂົ້ານຳກັນ ເພື່ອບັນລຸເປົ້າໝາຍໃນອະນາຄົດ ແລະ ບັນລຸເປົ້າໝາຍ 100ປີ ຄັ້ງທີ 2 ແລະ ຄວາມໃຝ່ຝັນອັນຍິ່ງໃຫຍ່ຂອງຈີນໃນການຟື້ນຟູ” ສະມາຊິກອາວຸໂສຂອງພັກ ທ່ານ Qu Qingshan ໄດ້ກ່າວໃນກອງປະຊຸມ.
ກ່ອນໜ້ານີ້ທາງພັກຄອມມູນິດໄດ້ວາງເປົ້າໝາຍສອງຮ້ອຍປີຄື: ເຮັດໃຫ້ຈີນກາຍເປັນສັງຄົມທີ່ “ຮັ່ງມີປານກາງ” ໃນປີ 2021, ແລະເປັນປະເທດທີ່ ”ພັດທະນາຢ່າງຮອບດ້ານ, ຮັ່ງມີ ແລະ ມີອຳນາດ” ໃນປີ2049.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/