ສປປ ລາວ ແລະ ເກົາຫຼີໃຕ້ ສືບຕໍ່ສົ່ງເສີມການພົວພັນຮ່ວມມືສອງຝ່າຍ ພັດທະນາເສດຖະກິດ-ການຄ້າ


ເພື່ອເປັນການສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບທີ່ດີ ແລະ ເພີ່ມທະວີການຮ່ວມມືອັນມີໝາກຜົນ ໃນດ້ານຕ່າງໆ ລະຫວ່າງ ສປປ ລາວ ແລະ ເກົາຫຼີໃຕ້, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ເກົາຫຼີໃຕ້ ຢ່າງເປັນທາງການ ໃນລະຫວ່າງວັນທີ 05–08 ກັນຍາ 2022, ຕາມການເຊື້ອເຊີນຂອງ ທ່ານ ປາກ ຈິນ (Park Jin), ລັດຖະມົນຕີກະຊວງການຕ່າງປະເທດ ເກົາຫຼີໃຕ້.

ການພົບປະສອງຝ່າຍ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 6 ກັນຍາ 2022, ທີ່ ກະຊວງການຕ່າງປະເທດ ເກົາຫລີໃຕ້, ເຊິ່ງສອງຝ່າຍໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບທີ່ດີ ແລະ ທົບທວນຄືນການຮ່ວມມືທີ່ເຕັມໄປດ້ວຍໝາກຜົນໃນດ້ານຕ່າງໆ ລະຫວ່າງ ສປປ ລາວ ແລະ ເກົາຫຼີໃຕ້ ຕະຫຼອດຊຸມປີຜ່ານມາ ກໍຄືການຮ່ວມມື ໃນດ້ານການເມືອງ, ການແລກປ່ຽນການຢ້ຽມຢາມ, ວຽກງານການຄ້າ-ການລົງທຶນ, ປ້ອງກັນຊາດ, ການພັດທະນາ ພື້ນຖານໂຄງລ່າງ, ການຊ່ວຍເຫຼືອເພື່ອການພັດທະນາ, ການຮ່ວມມືດ້ານກົງສຸນ, ແຮງງານ, ສາທາລະນະສຸກ, ການສຶກສາ, ວັດທະນະທຳ, ທ່ອງທ່ຽວ ແລະ ອື່ນໆ.

ສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ໃນການສືບຕໍ່ສົ່ງເສີມການແລກປ່ຽນການຢ້ຽມຢາມ ລະຫວ່າງການນຳຂັ້ນສູງຂອງສອງປະເທດ, ພ້ອມທັງເພີ່ມທະວີການຮ່ວມມືທາງດ້ານການຄ້າ, ສົ່ງເສີມການລົງທຶນ ໂດຍສະເພາະໃນຂົງເຂດພັດທະນາພື້ນຖານໂຄງລ່າງ ຂອງ ສປປ ລາວ. ສປປ ລາວ ຕີລາຄາສູງ ຕໍ່ການຊ່ວຍເຫຼືອເພື່ອການພັດທະນາໃນດ້ານຕ່າງໆ ຈາກ ເກົາຫຼີໃຕ້ ໂດຍສະເພາະການຊ່ວຍເຫຼືອລ້າ (ODA) ແລະ ການຊ່ວຍເຫຼືອເງິນກູ້ຢືມຜ່ານກອງທຶນຮ່ວມພັດທະນາດ້ານເສດຖະກິດ (EDCF) ເຊິ່ງໄດ້ປະກອບສ່ວນສຳຄັັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ ກໍຄືການຈັດຕັ້ງປະຕິບັດ ໂຄງການສຳຄັນຕ່າງໆ ເຊັ່ນ: ໂຄງການປ້ອງກັນຕາຝັ່ງ ແລະ ພັດທະນາແຄມຂອງ ຢູ່ແຂວງຕ່າງໆຂອງລາວ, ໂຄງການກໍ່ສ້າງ ໂຮງໝໍທັນສະໄໝ, ໂຮງໝໍມະຫາວິທະຍາໄລສຸຂະພາບ, ການຊ່ວຍເຫຼືອດ້ານການແພດ ເພື່ອຮັບມືກັບພະຍາດໂຄວິດ 19, ການຊ່ວຍເຫຼືອໂຄງການເກັບກູ້ລະເບີດບໍ່ທັນແຕກ ແລະ ໂຄງການພັດທະນາໃນຂົງເຂດອື່ນໆທີ່ສຳຄັນ.

ເກົາຫຼີໃຕ້ ເຫັນດີສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຂົງເຂດບູລິມະສິດຕ່າງໆ ແລະ ຢໍ້າຄືນຄວາມສຳຄັນ ຂອງການຮ່ວມມືລະຫວ່າງສອງປະເທດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ. ດ້ານວຽກງານປ້ອງກັນຊາດ ສອງຝ່າຍເຫັນດີສົ່ງເສີມການຮ່ວມມື ໂດຍສະເພາະໃນປັດຈຸບັນ ທີ່ສະພາບການພາກພື້ນ ແລະ ສາກົນ ມີການຜັນແປຢ່າງວ່ອງໄວ.

ນອກນັ້ນ, ສອງຝ່າຍ ຍັງເຫັນດີສືບຕໍ່ການຮ່ວມມືດ້ານວຽກງານກົງສຸນ, ການເຝິກອົບຮົມສີມືແຮງງານ ແລະ ການຮັບເອົາແຮງງານສີມືລາວໄປເຮັດວຽກຢູ່ ເກົາຫຼີໃຕ້, ການໃຫ້ທຶນການສຶກສາ, ການແລກປ່ຽນດ້ານວັດທະນະທຳ ແລະ ການສົ່ງເສີມການທ່ອງທ່ຽວ ລະຫວ່າງ ສອງປະເທດ ພາຍຫຼັງສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ຜ່ອນຄາຍລົງ ເຊິ່ງປັດຈຸບັນເຫັນວ່າ ຈຳນວນນັກທ່ອງທ່ຽວ ລະຫວ່າງສອງປະເທດ ໄດ້ເພີ່ມຂຶ້ນ ແລະ ການໄປມາຫາສູ່ ລະຫວ່າງ ປະຊາຊົນສອງຊາດ ເລີ່ມເຂົ້າສູ່ສະພາບປົກກະຕິ.

ສອງຝ່າຍ ເຫັນດີເປັນເອກະພາບໃນການສືບຕໍ່ເພີ່ມທະວີການຮ່ວມມືໃນຕໍ່ໜ້າ ໂດຍສະເພາະໃນດ້ານເສດຖະກິດ-ການຄ້າ, ການເຊື່ອມຈອດ, ການພັດທະນາພື້ນຖານໂຄງລ່າງ, ລວມເຖິງການສົ່ງເສີມວຽກງານສຶກສາ, ສາທາ, ວັດທະນະທຳ ແລະ ການທ່ອງທ່ຽວ ເຊິ່ງຈະເປັນການເພີ່ມທະວີຄວາມສາມັກຄີຮັກແພງ ແລະ ຄວາມເຊື່ອໝັ້ນ ລະຫວ່າງລັດຖະບານ ແລະ ປະຊາຊົນ ສອງຊາດ ລາວ- ເກົາຫຼີໃຕ້ ໃຫ້ນັບມື້ນັບຫຼາຍຂຶ້ນ.

ພ້ອມນີ້, ສອງຝ່າຍຍັງໄດ້ຕີລາຄາສູງຕໍ່ການສະໜັບສະໜູນ ເເລະ ຊ່ວຍເຫຼືອເຊິ່ງກັນ ເເລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະໃນຂອບການຮ່ວມມືອາຊຽນ-ເກົາຫລີໃຕ້, ແມ່ຂອງ-ເກົາຫຼີໃຕ້, ອົງການ ສປຊ ແລະ ອົງການສາກົນອື່ນໆ ເຊິ່ງສອງຝ່າຍ ເຫັນດີເປັນເອກະພາບ ໃນການສືບຕໍ່ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນບັນຫາສຳຄັນຕ່າງໆ. ຝ່າຍເກົາຫຼີໃຕ້ ໄດ້ຕີລາຄາສູງ ຕໍ່ການຢ້ຽມຢາມ ເກົາຫຼີ ຢ່າງເປັນທາງການ ຂອງຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້ ແລະ ໄດ້ຢໍ້າຄືນຄວາມສຳຄັນຂອງການຮ່ວມມືລະຫວ່າງ ສອງປະເທດ ໂດຍສະເພາະການສືບຕໍ່ ຊ່ວຍເຫຼືອ ສປປ ລາວ ດ້ານການພັດທະນາ ເຊິ່ງເກົາຫຼີໃຕ້ໃຫ້ຄວາມສຳຄັນສູງ ແລະ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນສຳຄັັນດັ່ງກ່າວ ແລະ ຊົມເຊີຍບົດບາດອັນພົ້ນເດັ່ນ ຂອງອົງການ KOICA ປະຈຳລາວ, ອົງການ KOFIH ແລະ ສະຖານທູດ ເກົາຫຼີໃຕ້ ປະຈຳລາວ ໃນການເປັນໃຈກາງປະສານງານ ແລະ ຂົນຂວາຍການຊ່ວຍເຫຼືອໃນດ້ານຕ່າງໆ ເຂົ້າໃນວຽກງານພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ. ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ໃນໂອກາດຢ້ຽມຢາມເກົາຫຼີໃຕ້ໃນຄັ້ງນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຄຳນັບທ່ານ Han Duck Soo, ນາຍົກລັດຖະມົນຕີ ແຫ່ງ ເກົາຫຼີໃຕ້ ແລະ ຢ້ຽມຢາມ ບໍລິສັດ ຊໍາຊຸງ ອີເລັກໂຕນິກ.

ຂໍ້ມູນຈາກ: https://cutt.ly/mCYGIQA

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ