Premier League ປະກາດເລື່ອນການແຂ່ງຂັນໃນອາທິດນີ້ ທຸກຄູ່ ເພື່ອຮ່ວມໄວ້ອາໄລ ກັບການສິ້ນພະຊົນຂອງ ພະຣາຊິນີ ອາລິຊາເບດ ທີ 2


ການສິ້ນພະຊົນຂອງ ພະຣາຊິນີ ອາລິຊາເບດ ທີ 2 ເມື່ອວັນທີ 9 ກັນຍາ ທີ່ຜ່ານມາ ນຳມາເຊິ່ງຄວາມໂສກເສົ້າຂອງປະຊາຊົນທົ່ວອັງກິດ ແລະ ທົ່ວຣາຊະອະນາຈັກ ແລະ ຍັງນຳມາເຊິ່ງການປ່ຽນແປງຫຼາຍຢ່າງເປັນການສະເພາະກິດເກືອບຈະທຸກພາກສ່ວນ ແລະ ວົງການກິລາກໍເຊັ່ນດຽວກັນ.

ການແຂ່ງຂັນບານເຕະ ພຣີເມຍລີກ ລີກສູງສຸດຂອງອັງກິດ ແລະ ລີກຮອງລົງມາຕ່າງໆໃນອັງກິດໄດ້ຖືໂອກາດຮ່ວມເປັນສ່ວນໜື່ງໃນການໄວ້ອາໄລ ໃຫ້ກັບການຈາກໄປຄັ້ງນີ້ ດ້ວຍການເລື່ອນການແຂ່ງຂັນທຸກຄູ່ ໃນອາທິດນີ້ອອກໄປກ່ອນ ແລະ ຈະມີການປະກາດກຳນົດການໃໝ່ພາຍຫຼັງ.

ໂດຍເນື້ອໃນໃຈຄວາມຂອງ ພຣີເມບລີກ ລະບຸວ່າ: ໃນຖານະຣາຊິນີຜູ້ທີ່ຄອງຣາດຍາວນານທີ່ສຸດຂອງພວກເຮົາ, ພະອົງຄືແຮງບັນດານໃຈ ແລະ ໄດ້ຖິ້ມມໍລະດົກອັນໜ້າເຫຼືອເຊື່ອໄວ້ ໃນຕະຫຼອດຊີວິດທີ່ອທິດຕົນຂອງພະອົງ. ນີ້ແມ່ນເວລາທີ່ເສົ້າສະຫຼົດໃຈທີ່ສຸດຂອງປະເທດຊາດ ແລະ ອີກຫຼາຍລ້ານຄົນທົ່ວໂລກທີ່ນັບຖືພະອົງ ແລະ ພວກເຮົາຂໍເປັນສ່ວນໜຶ່ງໃນການໄວ້ອາໄລຕໍ່ການເສຍຊີວິດຂອງພະອົງ”.

ຂອບໃຈຂໍ້ມູນຈາກ: https://cutt.ly/CCPoCCz

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ