Daniel Grant ແຊ້ມໂລກ ເວກສະເກັດ ມາປະເທດໄທ ແຕ່ພໍ້ກັບນໍ້າຖ້ວມທາງ ເລີຍໂຊລີລາໂຕ້ຄື້ນ ລະດັບແຊ້ມໂລກຢູ່ບ່ອນນໍ້າຖ້ວມໃຫ້ເບິ່ງເລີຍ

ແຊ້ມໂລກ

ໃນໄລຍະ 2-3 ມື້ທີ່ຜ່ານມານີ້ ເມືອງຫຼວງຂອງປະເທດໄທ ກໍຄື ກຸງເທບມະຫານະຄອນ ໄດ້ມີຝົນຕົກລົງມາຢ່າງໜັກ ເຮັດໃຫ້ບາງພື້ນທີ່ມີນໍ້າຖ້ວມຂັງ ແລະ ແດນຽວ ແກຣັນ ນັກກິລາແຊ້ມໂລກ ເວກສະເກັດ ທີ່ປັດຈຸບັນຢູ່ໃນລະຫວ່າງການພັກຜ່ອນ ແລະ ເຝິກຊ້ອມທີ່ປະເທດໄທ ກໍເປັນອີກຄົນໜຶ່ງທີ່ຕ້ອງປະເຊີນກັບບັນຫານໍ້າຖ້ວມ ລາວຈຶ່ງຕັດສິນໃຈເອົາຄວາມສາມາດລະດັບໂລກຂອງຕົນເອງ ກໍຄືການຫຼິ້ນ ເວກສະເກັດ ມາໂຕ້ຄື້ນບໍລິເວນແຄມທາງທີ່ມີນໍ້າຖ້ວມຂັງເລີຍ.

ແຊ້ມໂລກ

ໂດຍໃນວິດີໂອທີ່ເຈົ້າຕົວໂພສລົງ Social Media ໄດ້ເລົ່າເຖິງເຫດການທີ່ຕົນເອງກຳລັງຢູ່ໃນພື້ນທີ່ ທີ່ມີຝົນຕົກ ແລະ ນໍ້າຖ້ວມຂັງ ໂດຍລາວເວົ້າໃນວິດີໂອວ່າ: “ນໍ້າຖ້ວມແລ້ວ ເຮົາຈະເຮັດຫຍັງຕໍ່ດີ ພວກເຮົາມາຫຼິ້ນສະເກັດໂຕ້ຄື້ນກັນດີກວ່າ ມັນຕ້ອງມ່ວນແທ້ໆເລີຍ ຝົນຕົກໜັກຫຼາຍ ມື້ນີ້ເຮົາກຽມອຸປະກອນມາແລ້ວ”

ຫຼັງຈາກນັ້ນ ແດນຽວກໍໄດ້ໄປກຽມອຸປະກອນ ເວກສະເກັດຂອງລາວ ກ່ອນທີ່ຈະເອົາມັນລົງມາໂຊລີລາ ໂຕ້ຄື້ນບໍລິເວນຂ້າງຫົນທາງທີ່ມີນໍ້າຖ້ວມຂັງຢູ່ ເຮັດໃຫ້ວິດີໂອນີ້ຂອງລາວ ເອີ້ນສຽງຮືຮາຈາກໂລກ Social Media ໄດ້ເປັນຢ່າງດີ.

ແຊ້ມໂລກ

ແຕ່ຢ່າງໃດກໍຕາມ ການກະທຳຄັ້ງນີ້ຂອງລາວ ກໍມີຊາວເນັດຫຼາຍຄົນອອກມາທັກທ້ວງວ່າການເຮັດແບບນີ້ ແມ່ນມີຄວາມອັນຕະລາຍທັງກັບຕົນເອງ ແລະ ຄົນອື່ນ ເນື່ອງຈາກພື້ນທີ່ດັ່ງກ່າວເປັນຖະໜົນທີ່ມີລົດສັນຈອນໄປມາ ຈຶ່ງມີຄວາມສ່ຽງສູງທີ່ຈະເກີດອຸບັດຕິເຫດ ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ