ສປປ ລາວ ຮັບກຽດເປັນ​ເຈົ້າ​ພາບໃນການແຂ່ງຂັນບານເຕະຊິງແຊ້ມອາຊີ U20 ຮອບຄັດເລືອກຂອງກຸ່​ມ C

ສປປ ລາວ

ສ​ປ​ປ​ ລາວ ໄດ້​ຮັບ​ກຽດ​ເປັນ​ເຈົ້າ​ພາບຈັດການແຂ່ງຂັນບານເຕະຊິງແຊ້ມອາຊີຮຸ່ນອາຍຸບໍ່ເກີນ 20 ປີ (U20) ຂອງກຸ່​ມ C ຮ່ວມກັບຍີ່ປຸ່ນ, ເຢເມນ, ປາເລສໄຕນ໌, ສປປ ລາວ (ເຈົ້າພາບ) ແລະ ກວມ.

ສຳລັບທີມຊາດລາວທີ່ຈະເຂົ້າຮ່ວມແຂ່ງຂັນນັ້ນ ຄະນະກຳມະການສະຫະພັນບານເຕະແຫ່ງຊາດລາວເຫັນດີໃຫ້ທີມຊາດລາວຊາຍຊຸດ U19 ທີ່ໄດ້ຕຳແໜ່ງຮອງຊະນະເລີດໃນງານແຂ່ງຂັນບານເຕະຊິງແຊ້ມອາຊຽນ U19 ປະຈໍາປີ 2022 (AFF U19 BOYS CHAMPIONSHIP 2022) ເຂົ້າຮ່ວມ.

ສປປ ລາວ

ສຳລັບລາຍການແຂ່ງຂັນ: ຮອບຄັດເລືອກແຂ່ງຂັນໃນລະຫວ່າງວັນທີ 10-18 ກັນຍາ 2022 ໂດຍ ສ​ປ​ປ​ ລາວ ໄດ້​ຮັບ​ກຽດ​ເປັນ​ເຈົ້າ​ພາບຂອງກຸ່​ມ C ຮ່ວມກັບ ຍີ່ປຸ່ນ, ເຢເມນ, ປາເລສໄຕນ໌, ລາວ (ເຈົ້າພາບ) ແລະ ກວມ.

ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ:

– 10 ກັນຍາ 2022 ເວລາ 18:00 ລາວ ພົບກັບ ກວມ

– 12 ກັນຍາ 2022 ເວລາ 18:00 ລາວ ພົບກັບ ຍີ່ປຸ່ນ

– 14 ກັນຍາ 2022 ເວລາ 18:00 ລາວ ພົບກັບ ເຢເມນ

– 18 ກັນຍາ 2022 ເວລາ 18:00 ລາວ ພົບກັບ ປາເລສໄຕນ໌

ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະໜາມກິລາແຫ່ງຊາດລາວຫຼັກ 16

ການແຂ່ງຂັນລາຍການດັ່ງກ່າວ ມີ 43 ທີມເຂົ້າຮ່ວມ ໂດຍໄດ້ແບ່ງອອກເປັນ 10 ກຸ່ມ, ອັນດັບ 1 ຂອງ ແຕ່ລະກຸ່ມແມ່ນຈະໄດ້ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຈຳນວນ 5-6 ທີມ ຜ່ານເຂົ້າຮອບສຸດທ້າຍທີ່ ປະເທດອຸເບກິສຖານ ໃນປີ 2023.

ເຊີນທຸກທ່ານເຂົ້າຮ່ວມຊົມ ແລະ ຮ່ວມເຊຍໃຫ້ກຳລັງໃຈທີມຊາດລາວໄປພ້ອມໆກັນ ເລີ່ມວັນທີ 10 ກັນຍາ ນີ້ ເປັນຕົ້ນໄປ.

ຂອບໃຈຂໍ້ມູນ ແລະ ພາບຈາກ: https://cutt.ly/aXxVX7l

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ