ພົບໝາເປັນໝາກສຸກລີງ ຫຼັງຈາກຕິດເຊື້ອມາຈາກເຈົ້າຂອງ ສາເຫດມາຈາກການເລຍແລະນອນຮ່ວມຕຽງດຽວກັນກັບເຈົ້າຂອງ

ໝາ

ໂຣກໝາກສຸກລີງນັ້ນເບິ່ງຄືວ່າຈະບໍ່ແຜ່ລະບາດແຕ່ສະເພາະຄົນສູ່ຄົນເທົ່ານັ້ນ ເພາະວ່າມັນສາມາດແຜ່ຈາກຄົນສູ່ສັດລ້ຽງໄດ້.

ໝາ

ເມື່ອບໍ່ດົນມານີ້ສໍານັກຂ່າວຕ່າງປະເທດຢ່າງ Fox News ໄດ້ອ້າງອີງລາຍງານຈາກວາລະສານ Lancet (ວາລະສານທາງການແພດ) ໂດຍລະບຸວ່າ ໝາສາຍພັນ Italian Greyhound ຂອງຄູ່ຮັກຊາຍຊາວຝຣັ່ງຄູ່ໜຶ່ງ ໄດ້ຖືກພົບວ່າຕິດເຊື້ອໝາກສຸກລີງ ເຊິ່ງການຄົ້ນພົບຄັ້ງນີ້ນັບເປັນຄັ້ງທໍາອິດຂອງໂລກທີ່ມີການຢືນຢັນການສົ່ງຜ່ານເຊື້ອຊະນິດນີ້ ຈາກມະນຸດໄປສູ່ສັດລ້ຽງ.

ໝາ

ຄູ່ຮັກຊາຍຄູ່ນີ້ ແມ່ນມີອາຍຸ 44 ປິ ແລະ 27 ປີ ໄດ້ບອກວ່າພວກເຂົາແມ່ນມີຄວາມສໍາພັນແບບບໍ່ຜູກມັດກັນ ແລະເຊື່ອວ່າຕົນເອງອາດຈະຕິດເຊື້ອໝາກສຸກລີງມາຈາກການມີເພດສຳພັນກັບຊາຍຄົນອື່ນ ແລະ ສິ່ງທີ່ເຮັດໃຫ້ຮູ້ວ່າໝາຂອງຕົນເອງຕິດເຊື້ອກໍຍ້ອນວ່າພວກເຂົາສັງເກດເຫັນຕຸ່ມໜອງຂຶ້ນຕາມລໍາຕົວຂອງມັນ ແລ້ວຈຶ່ງໄດ້ນຳເອົາໄປກວດ ເຊິ່ງຜົນກວດ PCR ກໍອອກມາວ່າໝາຕົວນີ້ຕິດເຊື້ອໝາກສຸກລີງແລ້ວ. ພ້ອມນີ້ ຍັງມີລາຍງານວ່າ ໝາໂຕນີ້ແມ່ນນອນຕຽງດຽວກັນກັບຊາຍທັງສອງ ແລະໄດ້ເລຍຕົນຕົວຂອງເຈົ້າຂອງກ່ອນທີ່ມັນຈະໄປເລຍຕົນເອງ.

ໝາ

ກ່ອນໜ້ານີ້ ຊາຍທັງສອງຄົນແມ່ນໄດ້ຮັບການຢືນຢັນວ່າຕິດເຊື້ອໝາກສຸກລີງໃນເດືອນມິຖຸນາທີ່ຜ່ານມາ ເຊິ່ງມີຜື່ນ ແລະ ບາດແຜລັກສະນະຄ້າຍຄືຕຸ່ມຂຶ້ນຕາມຮ່່າງກາຍ ແລະ 12 ມື້ ຫຼັງຈາກນັ້ນພວກເຂົາກໍໄດ້ສະແດງອາການປ່ວຍອອກມາ ພ້ອມດ້ວຍໝາຂອງພວກເຂົາກໍເລີ່ມມີສັນຍານຂອງການຕິດເຊື້ອ ເຮັດໃຫ້ພວກເຂົາຕ້ອງລະວັງ ແລະ ແຍກດ່ຽວໝາຕົນເອງອອກຈາກສັດລ້ຽງແລະມະນຸດຄົນອື່ນໆ.

ທາງດ້ານເຈົ້າໜ້າທີ່ການແພດກ່ອນໜ້ານີ້ກໍເຄີຍອອກມາເຕືອນວ່າ ຜູ້ທີ່ຕິດເຊື້ອໝາກສຸກລີງຄວນກັກຕົວແຍກຈາກສັດລ້ຽງຂອງຕົນເພື່ອລົດໂອກາດການສົ່ງຜ່ານເຊື້ອ. ຢ່າງໃດກໍຕາມ ສຳລັບກໍລະນີທີ່ກ່າວມານັ້ນ ຖືວ່າເປັນຄັ້ງທໍາອິດທີ່ພົບສັດລ້ຽງຕິດເຊື້ອໝາກສຸກລີງ ຈາກເມື່ອກ່ອນທີ່ເຄີຍພົບແຕ່ໃນສັດປ່າ.

ໝາ

ໃນສ່ວນຂອງສູນຄວບຄຸມ ແລະ ປ້ອງກັນໂຣກ (CDC) ຂອງສະຫະລັດອາເມຣິກາກໍໄດ້ເຕືອນວ່າ ມີຄວາມເປັນໄປໄດ້ເຊັ່ນກັນທີ່ຄົນຈະຕິດໝາກສຸກລີງຈາກສັດທີ່ຕິດເຊື້ອ ບໍ່ວ່າຈະເປັນດ້ວຍການຂູດຫຼືກັດໂດຍສັດ ຫຼືແມ່ນແຕ່ ການກຽມອາຫານ ຫຼື ໃຊ້ຜະລິດຕະພັນຈາກສັດທີ່ຕິດເຊື້ອ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ