ບາງພື້ນທີ່ໃນຈີນເຮັດຝົນທຽມ ຫຼັງປະສົບບັນຫາຂາດແຄນນ້ຳ ແລະ ພະລັງງານ ເນື່ອງຈາກປະເຊີນຄື້ນຄວາມຮ້ອນຕໍ່ເນື່ອງ 2 ເດືອນ

ພະລັງງານ

ເມື່ອວັນທີ 17 ສິງຫາທີ່ຜ່ານມາ ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ສູນສະພາບອາກາດແຫ່ງຊາດຂອງຈີນໄດ້ເປີດເຜີຍວ່າ ຫຼາຍພື້ນທີ່ພາຍໃນປະເທດແມ່ນປະເຊີນກັບຄື້ນຄວາມຮ້ອນຕິດຕໍ່ກັນເປັນເວລາ 2 ເດືອນແລ້ວ ເຊິ່ງນັບເປັນສະຖິຕິສູງສຸດ ສົ່ງຜົນໃຫ້ລະດັບນ້ຳໃນບາງຈຸດຂອງແມ່ນ້ຳແຍງຊີກຽງ (ເປັນທາງນ້ຳທີ່ຍາວທີ່ສຸດໃນທະວິບເອເຊຍ) ລົດລົງສູ່ຈຸດຕໍ່າສຸດເປັນປະຫວັດສາດ ຫຼັງຈາກຝົນຕົກໜ້ອຍບໍ່ເຖິງເຄິ່ງຂອງປະລິມານຝົນຕົກໃນເວລາປົກກະຕິ. ນອກນັ້ນ ຍັງມີຜົນກະທົບມາເຖິງຊາວກະສິກອນທີ່ເຮັດການປູກຝັງລ້ຽງສັດ ເພາະຂາດແຄນພະລັງງານ ແລະ ນ້ຳ.

ບັນຫາດັ່ງກ່າວຍັງເຮັດໃຫ້ເຂື່ອນຜະລິດໄຟຟ້າພະລັງງານນ້ຳໃນຫຼາຍພາກພື້ນຂອງຈີນມີກໍາລັງຜະລິດລົດລົງກວ່າເຄິ່ງ ສົ່ງຜົນໃຫ້ບໍລິສັດບາງແຫ່ງທີ່ຕ້ອງໄດ້ອາໄສພະລັງງານໄຟຟ້າຕ້ອງໄດ້ລະງັບການຜະລິດລົງ ເຊິ່ງໃນຂະນະທີ່ຄວາມຕ້ອງການໃຊ້ເຄື່ອງປັບອາກາດຂອງປະຊາຊົນ ແລະ ພາກທຸລະກິດກໍສູງຂຶ້ນ ສ້າງແຮງກົດດັນຢ່າງໜັກແກ່ບໍລິສັດຜູ້ຜະລິດໄຟຟ້າ.

ພະລັງງານ

ໃນສ່ວນທາງການຂອງຫຼາຍມົນທົນທີ່ຢູ່ອ້ອມຮອບແມ່ນ້ຳແຍງຊີກຽງ ໄດ້ເລີ່ມພາກັນຫັນມາໃຊ້ວິທີການເຮັດຝົນທຽມເພື່ອສູ້ກັບໄພແຫ້ງແລ້ງ ເຊິ່ງໃນມົນທົນຫູເປີ່ຍ ແລະມົນທົນອື່ນໆ ແມ່ນໄດ້ໃຊ້ວິທີຍິງກະບອກເຫຼັກທີ່ບັນຈຸສານເຄມີຂຶ້ນໄປເທິງຟ້າ ເພື່ອໃຫ້ກ້ອນເມກເກີດປະຕິກິລິຍາກັບສານເຄມີດັ່ງກ່າວແລ້ວຈະເຮັດໃຫ້ຝົນຕົກລົງມາ ແຕ່ເນື່ອງຈາກປະລິມານເມກໜ້ອຍ ເຮັດໃຫ້ບາງພື້ນທີ່ຕ້ອງໄດ້ລະງັບປະຕິບັດການດັ່ງກ່າວເອົາໄວ້ກ່ອນ.

ທັງນີ້ ມົນທົນເສສວນກັບມົນທົນຂ້າງຄຽງ ມີອຸນຫະພູມສູງເຖິງ 40 ອົງສາ ໂດຍຄວາມຕ້ອງພະລັງງານທີ່ເພີ່ມສູງຂຶ້ນ ເຮັດໃຫ້ລັດຖະບານທ້ອງຖິ່ນຕ້ອງອອກມາຮຽກຮ້ອງໃຫ້ປະຊາຊົນເປີດເຄື່ອງປັບອາກາດໄວ້ທີ່ອຸນຫະພູມບໍ່ຕໍ່າກວ່າ 26 ອົງສາ ແລະ ຮ້ອງຂໍໃຫ້ພະນັກງານຕາມໜ່ວຍງານຕ່າງໆ ຂຶ້ນລົງອາຄານຂອງຕົນດ້ວຍການໃຊ້ຂັ້ນໄດແທນລິຟໃຫ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້…

ພະລັງງານ

ບັນຫາຂາດແຄນພະລັງງານຍັງເຮັດໃຫ້ເກີດໄຟດັບໃນມົນທົນເສສວນ ເຊັ່ນ: ເມືອງຕ້າໂຈວທີ່ມີປະຊາກອນປະມານ 5.4 ລ້ານຄົນ ບໍ່ມີໄຟຟ້າໃຊ້ເປັນເວລາດົນເຖິງ 3 ຊົ່ວໂມງ, ຂະນະທີ່ໂຮງງານບາງແຫ່ງໃນມົນທົນເອງກໍຖືກບັງຄັບໃຫ້ຕ້ອງລົດກໍາລັງການຜະລິດລົງ ຫຼື ຢຸດການເຮັດວຽກຊົ່ວຄາວ ຕາມມາດຕະການສຸກເສີນເພື່ອຍົກຍ້າຍພະລັງງານໄປຈ່າຍໃຫ້ພາກຄົວເຮືອນຂອງປະຊາຊົນ.

ບັນຫາດັ່ງກ່າວນີ້ ມັນສະທ້ອນໃຫ້ເຫັນການປ່ຽນແປງສະພາບອາກາດຂອງໂລກເຮົາ ເຊິ່ງສາເຫດກໍແມ່ນມາຈາກການກະທຳຂອງເຮົາທັງນັ້ນ ເຊິ່ງໃນອະນາຄົດອັນໃກ້ນີ້ຖ້າຫາກເຮົາບໍ່ປັບປ່ຽນພຶດຕິກໍາທີ່ເປັນຕົ້ນຕໍເຮັດໃຫ້ໂລກເກີດພາວະໂລກຮ້ອນ ຮັບຮອງວ່າຜົນກະທົບອັນໃຫຍ່ຫຼວງຈະບໍ່ເກີດສະເພາະພື້ນທີ່ໃດໜຶ່ງ ແຕ່ແມ່ນທົ່ວໂລກ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ