ສປປ ລາວ ສຸມໃສ່ເພີ່ມທະວີຄຸ້ມຄອງ ໜີ້ສິນສາທາລະນະ ຮັກສາສະຖຽນລະພາບດ້ານການເງິນຂອງປະເທດ


ເມື່ອບໍ່ດົນມານີ້ ກະຊວງການເງິນ ຮ່ວມກັບ ທະນາຄານ ພັດທະນາອາຊີ (ADB) ໄດ້ຈັດກອງປະຊຸມລະດັບສູງເພື່ອ ປຶກສາຫາລືກ່ຽວກັບການສ້າງຄວາມເຂັ້ມແຂງທາງດ້ານການຄຸ້ມຄອງໜີ້ສິນສາທາລະນະຢູ່ ສປປ ລາວ ໂດຍໄດ້ສຸມໃສ່ການກໍານົດການພົວພັນ ລະຫວ່າງ ການຄຸ້ມຄອງໜີ້ສິນສາທາລະນະ ແລະ ນະໂຍບາຍການເງິນ, ເງິນຕາ ແລະ ເພື່ອຊ່ວຍສ້າງວິທີການຂອງລັດຖະບານທັງໝົດ.

ໂດຍການເຄື່ອນໄຫວດັ່ງກ່າວ ໄດ້ແນໃສ່ການເພີ່ມທະວີການຄຸ້ມຄອງໜີ້ສິນສາທາລະນະ ແລະ ສຸມໃສ່ການກໍານົດການພົວພັນລະຫວ່າງ ການຄຸ້ມຄອງໜີ້ສິນສາທາລະນະກັບນະໂຍບາຍ ແລະ ງົບປະມານ, ເງິນຕາ, ນະໂຍບາຍທາງການເງິນ ເພື່ອຊ່ວຍສ້າງວິທີການຂອງລັດຖະບານ ເພື່ອເພີ່ມທະວີການຄຸ້ມຄອງໜີ້ສິນສາທາລະນະ.

ໃນກອງປະຊຸມດັ່ງກ່າວ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີການກະຊວງການເງິນສປປ ລາວ ໄດ້ມີຄຳເຫັນວ່າ: ໜີ້ສິນສາທາລະນະຂອງ ສປປ ລາວບໍ່ພຽງແຕ່ດຶງດູດຄວາມສົນໃຈຈາກບັນດາຜູ້ສັງເກດການ ແລະ ພາກສ່ວນກ່ຽວຂ້ອງຈໍານວນຫຼາຍທັງພາຍໃນ ແລະ ຕ່າງປະເທດເທົ່ານັ້ນແຕ່ມັນຍັງເປັນບັນຫາຫຼັກໃນການສະໜອງທຶນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດໃນປັດຈຸບັນ ແລະ ອະນາຄົດ.

ສຳລັບໜີ້ສິນສາທາລະນະ ແລະ ການຄ້ຳປະກັນຂອງລັດໃນທົ່ວປະເທດ, ເຊິ່ງບັນລຸ 112% ຂອງລວມຍອດຜະລິດຕະພັນພາຍໃນປະເທດ (ຈີດີພີ)ໃນປີ 2022, ພາຍຫຼັງທີ່ໄດ້ຮັບຜົນກະທົບຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ອັດຕາເງິນເຟີ້ທົ່ວໂລກທີ່ເພີ່ມຂຶ້ນສູງ.ເຊິ່ງລັດຖະບານໄດ້ປະຕິບັດມາດຕະການເພື່ອຫຼຸດອັດຕາເງິນເຟີ້ ແລະ ຮັກສາສະຖຽນລະພາບຂອງອັດຕາແລກປ່ຽນເພື່ອຊ່ວຍຟື້ນຟູສະຖຽນລະພາບເສດຖະກິດມະຫາພາກ ແລະ ຊອກຫາວິທີການຫຼຸດປະລິມານໜີ້ສິນສະສົມທີ່ເກີດຈາກການຄໍ້າປະກັນຂອງລັດທີ່ຍັງຄ້າງຄາ ແລະ ພ້ອມທັງຄວບຄຸມການກູ້ຢືມໃໝ່ຂອງພາກລັດໃຫ້ເຄັ່ງຄັດຂຶ້້ນກວ່າເກົ່າ.

ທ່ານ ສຸລິວັດ ສຸວັນນະຈູມຄໍາ ຫົວໜ້າກົມຄຸ້ມຄອງ ໜີ້ສິນສາທາລະນະ ກະຊວງການເງິນ ກ່າວໃນພິທີຖະແຫຼງຜົນສຳເລັດກອງປະຊຸມດັ່ງກ່າວວ່າ: ການສົນທະນາປຶກສາຫາລືລະດັບສູງໃນຄັ້ງນີ້, ໄດ້ສະໜອງຂໍ້ສະເໜີທີ່ເປັນປະໂຫຍດຫລາຍຂໍ້ ທີ່ຈະຊ່ວຍໃຫ້ລັດຖະບານ ໃນການປັບປຸງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ ແລະ ຍຸດທະສາດການຄຸ້ມຄອງໜີ້ສິນໄລຍະກາງ; ບັນດາຂໍ້ສະເໜີ ທີ່ໄດ້ຍົກຂຶ້ນມາໃນກອງປະຊຸມ ຈະຊ່ວຍຮັບປະກັນທິດທາງທີ່ຍືນຍົງກວ່າເກົ່າສຳລັບໜີ້ສິນສາທາລະນະ, ໃນນັ້ນລວມທັງການກ້າວໄປສູ່ການ ປະສານສົມທົບກັນພາຍໃນໜ່ວຍງານພາກລັດທີ່ດີຂຶ້ນ.

ທ່ານ ສຸລິວັດ ສຸວັນນະຈູມຄໍາ ໄດ້ເນັ້ນໜັກເຖິງ ຄວາມຈຳເປັນຕ້ອງຮັບປະກັນການແກ້ໄຂບັນຫາທີ່ຫຼີກເວັ້ນບໍ່ໄດ້ ລະຫວ່າງ ນະໂຍບາຍເງິນຕາ, ງົບປະມານ, ນະໂຍບາຍທາງການເງິນ ແລະ ການຄຸ້ມຄອງໜີ້ສາທາລະນະ ແມ່ນຕ້ອງໄດ້ຮັບການລະບຸ ແລະ ແກ້ໄຂ. 

ພ້ອມນີ້, ທ່ານຍັງໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການຕິດຕາມກວດກາໜີ້ສິນພາກລັດຢ່າງຮອບດ້ານ, ຖືກຕ້ອງ, ທັນການ ແລະ ໂປ່ງໃສຫຼາຍຂຶ້ນ ໃນການຕິດຕາມໜີ້ສິນພາກລັດທັງໝົດ, ການຄໍ້າປະກັນ, ການປ່ອຍກູ້ຕໍ່ ແລະ ພ້ອມທັງ ໜີ້ສິນສຳຮອງຂອງບັນດາ ລັດວິສາຫະກິດ ແລະ ຈາກການລົງທຶນຮ່ວມ ລະຫວ່າງພາກລັດ ແລະ ເອກະຊົນ.

ໃນໄລຍະທີ່ຜ່ານມາ ລັດຖະບານ ໄດ້ປະຕິບັດຫຼາຍມາດຕະການແກ້ໄຂຢ່າງຕໍ່ເນື່ອງ ເພື່ອຫຼຸດຜ່ອນອັດຕາເງິນເຟີ້ ແລະ ຮັກສາສະຖຽນລະພາບຂອງອັດຕາແລກປ່ຽນ ໃນການຮັບມືກັບຜົນກະທົບຈາກການແພ່ລະບາດຂອງພະຍາດໂຄວິດ-19 ແລະ ການເພີ່ມຂຶ້ນຂອງອັດຕາເງິນເຟີ້ໃນທົ່ວໂລກ ເຊິ່ງໄດ້ກະທົບຕໍ່ການເຕີບໂຕ ຂອງເສດຖະກິດ ແລະ ກະທົບມາດຕາສ່ວນໜີ້ສິນ ສາທາລະນະ ຕໍ່ກັບຍອດຜະລິດຕະພັນລວມພາຍໃນຂອງ ສປປ ລາວ; ກະຊວງການເງິນຍັງໄດ້ປະກອບສ່ວນເຂົ້າໃນ ການສັງລວມງົບປະມານ ໂດຍເພີ່ມການເກັບລາຍຮັບ ແລະ ຫຼຸດຜ່ອນລາຍຈ່າຍ.

ໂອກາດດຽວກັນ, ທ່ານນາງ ເອັມມາ ວີເວ ຮອງຫົວໜ້າກົມອາຊີຕາເວັນອອກສຽງໃຕ້ຂອງ ADB ໃຫ້ຮູ້ວ່າ: ການປຶກສາຫາລືລະດັບສູງໃນຄັ້ງນີ້, ຈະຊ່ວຍໃຫ້ພາກລັດ ມີອົງປະກອບທີ່ຈຳເປັນໃນການຄຸ້ມຄອງໜີ້ສິນສາທາລະນະ ໃຫ້ມີປະສິດຕິພາບຫຼາຍຂຶ້ນ; ວຽກງານຂອງລັດຖະບານ ໃນຕໍ່ໜ້າແມ່ນການຜັນຂະຫຍາຍວິທີການປະຕິບັດທີ່ມີປະສິດທິພາບ ທີ່ໄດ້ຖືກກໍານົດໄວ້ໃນນະໂຍບາຍສະເພາະ, ລວມທັງການປັບປຸງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ ແລະ ຜັນຂະຫຍາຍລາຍລະອຽດ ໃນຍຸດທະສາດໜີ້ສິນໄລຍະກາງ.

ທ່ານ ຣາເມສ ສຸບຣາມານຽມ ຫົວໜ້າກຸ່ມຊ່ຽວຊານ ຂອງ ADB ໄດ້ໃຫ້ຮູ້ວ່າ “ລັດຖະບານຮັບຮູ້ວ່າລະດັບຂອງໜີ້ສິນສາທາລະນະທີ່ສູງແມ່ນຄວາມກັງວົນອັນຮີບດ່ວນທີ່ຕ້ອງໄດ້ຮັບການແກ້ໄຂ, ລັດຖະບານໄດ້ປະຕິບັດບາງມາດຕະການທີ່ສຳຄັນ, ເພື່ອແນໃສ່ຟື້ນຟູສະຖຽນລະພາບເສດຖະກິດມະຫາພາກ, ແຕ່ຕ້ອງເພີ່ມທະວີການປະຕິບັດງານຂຶ້ນຕື່ມ. ໂດຍສະເພາະແມ່ນ ການກຳນົດແນວທາງທີ່ຈະແຈ້ງ ແລະ ຄວາມໂປ່ງໃສຈົນນຳໄປສູ່ຄວາມຍືນຍົງຂອງໜີ້ສິນພາກລັດ ຈະຕ້ອງມີການປະສານສົມທົບກັນທັງໜົດຂອງໜ່ວຍງານຂອງລັດ ເພື່ອເພີ່ມທະວີການສະໜອງທຶນ ແລະ ການຄວບຄຸມການກູ້ຢືມຂອງພາກລັດໃຫ້ຫຼາຍຂຶ້ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດ ແລະ ບັນລຸເປົ້າໝາຍຫຼຸດຜ່ອນຄວາມທຸກຍາກໃຫ້ຕ່ຳກວ່າ 13,9% ພາຍໃນປີ 2025.”

ໃນປີ 2022 ໜີ້ສິນສາທາລະນະພາຍນອກທັງໝົດຂອງ ສປປ ລາວ ກວມສາມສ່ວນສີ່ຂອງໜີ້ສິນສາທາລະນະ ແລະ ການຄ້ຳປະກັນຂອງລັດທັງໝົດເນື່ອງຈາກການຕົກຕໍ່າຂອງຄ່າເງິນກີບຢ່າງຮ້າຍແຮງເມື່ອທຽບກັບເງິນຕາຕ່າງປະເທດ. ເຖິງຢ່າງໃດກໍຕາມ, ໃນສອງສາມປີຜ່ານມາເມື່ອທຽບໃສ່ເງິນໂດລາສະຫະລັດ,ໜີ້ສິນສາທາລະນະພາຍນອກທັງໝົດແມ່ນມີປະມານ 10 ຕື້ໂດລາສະຫະລັດ. ການແກ້ໄຂບັນຫາທ້າທາຍທາງດ້ານໜີ້ສິນຂອງປະເທດ ຈະຕ້ອງມີຄວາມພະຍາຍາມເພື່ອເຮັດໃຫ້ການປະຕິບັດວຽກງານການເງິນພາກລັດໃຫ້ມີຄວາມໂປ່ງໃສ ແລະ ຍືນຍົງ.

ສຳລັບໜີ້ສິນສາທາລະນະ ແລະ ການຄ້ຳປະກັນຂອງລັດໃນທົ່ວປະເທດ, ເຊິ່ງບັນລຸ 112% ຂອງລວມຍອດຜະລິດຕະພັນພາຍໃນປະເທດ (ຈີດີພີ) ໃນປີ 2022, ພາຍຫຼັງທີ່ໄດ້ຮັບຜົນກະທົບຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ອັດຕາເງິນເຟີ້ທົ່ວໂລກທີ່ເພີ່ມຂຶ້ນສູງ.ເຊິ່ງລັດຖະບານໄດ້ປະຕິບັດມາດຕະການເພື່ອຫຼຸດອັດຕາເງິນເຟີ້ ແລະ ຮັກສາສະຖຽນລະພາບຂອງອັດຕາແລກປ່ຽນເພື່ອຊ່ວຍຟື້ນຟູສະຖຽນລະພາບເສດຖະກິດມະຫາພາກ ແລະ ຊອກຫາວິທີການຫຼຸດປະລິມານໜີ້ສິນສະສົມທີ່ເກີດຈາກການຄໍ້າປະກັນຂອງລັດທີ່ຍັງຄ້າງຄາ ແລະ ພ້ອມທັງຄວບຄຸມການກູ້ຢືມໃໝ່ຂອງພາກລັດໃຫ້ເຄັ່ງຄັດຂຶ້້ນກວ່າເກົ່າ.

https://www.mof.gov.la/index.php/2023/10/05/mof-gov-2023-10-05-infrastructure-bank-adb/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/