Meta ເປີດຕົວ Generative AI ໃໝ່ທີ່ຈະຊ່ວຍສ້າງໂຄສະນາໄດ້ງ່າຍຂຶ້ນ ແລະ ສ້າງສັນຍິ່ງຂຶ້ນ, ແຖມຍັງປະຢັດເວລາໃນການເຮັດວຽກອີກດ້ວຍ


Meta ໄດ້ປະກາດເລີ່ມທົດສອບ Generative AI ເຄື່ອງມືທີ່ຈະກາຍເປັນຕົວຊ່ວຍໃນການສ້າງໂຄສະນາໃຫ້ກັບຜູ້ໃຊ້ທີ່ມີ Ads Manager ທົ່ວໂລກ.

Meta ໄດ້ເລີ່ມທົດສອບຄວາມສາມາດນີ້ມາຕັ້ງແຕ່ເດືອນພຶດສະພາ ໂດຍໄດ້ທົດສອບກັບຜູ້ລົງໂຄສະນາຈຳນວນໜຶ່ງ ເຊິ່ງຜົນທີ່ໄດ້ ໄດ້ສະແດງໃຫ້ເຫັນວ່າສາມາດຫຼຸດເວລາເຮັດວຽກລົງໄດ້ເຖິງ 5 ຊົ່ວໂມງຕໍ່ອາທິດ. ຢ່າງໃດກໍຕາມ, Meta ຍອມຮັບວ່າລະບົບແມ່ນຍັງບໍ່ທັນສົມບູນ ແລະ ສາມາດພັດທະນາໄດ້ຫຼາຍຂຶ້ນໄປອີກເພື່ອໃຫ້ລະບົບສ້າງໂຄສະນາສາມາດຄອບຄຸມກັບກຸ່ມເປົ້າໝາຍທີ່ຫຼາກຫຼາຍຍິ່ງຂຶ້ນ

ໂດຍຄວາມສາມາດທີ່ດ້ານ Generative AI ທີ່ເພີ່ມເຂົ້າມານັ້ນຈະໄດ້ແກ່:

  • Image Expansion

ຄຸນສົມບັດເພື່ອຊ່ວຍສ້າງພື້ນຫຼັງໃຫ້ກັບຜະລິດຕະພັນ ເຊິ່ງເໝາະສໍາລັບການໂຄສະນາຜະລິດຕະພັນທີ່ຕ້ອງການທີ່ຈະປ່ຽນຮູບພາບ ຫຼື ສີຂອງພື້ນຫຼັງໃຫ້ເໝາະສົມກັບສິນຄ້າ ຫຼື ໃຊ້ເພື່ອທົດລອງ mockup ໃຫ້ລູກຄ້າເບິ່ງກ່ອນທີ່ອັບຮູບພາບເພື່ອໂປຣໂໝດກໍໄດ້ເຊັ່ນກັນ

ນອກນີ້ ຄຸນສົມບັດດັ່ງກ່າວຍັງສາມາດຈຳລອງພື້ນຫຼັງເປັນສະຖານທີ່ທີ່ AI ຄິດວ່າເໝາະສົມກັບຜະລິດຕະພັນໄດ້ອີກດ້ວຍ

  • Background Generation

ຄຸນສົມບັດທີ່ຊ່ວຍຂະຫຍາຍອົງປະກອບຂອງຮູບພາບໃຫ້ເປັນໄປຕາມອັດຕາສ່ວນທີ່ຕ້ອງການ. ໂດຍບໍ່ມີການຕັດອອກ ຫຼື ໃຊ້ກຣາຟຟິກເພື່ອຕື່ມຂໍ້ມູນໃສ່ໃນພາກສ່ວນທີ່ຕ້ອງການຂອງຮູບພາບເອງໃໝ່. ເຊິ່ງນີ້ແມ່ນເໝາະສົມສໍາລັບການນໍາໃຊ້ຮູບພາບໃນແພລັດຟອມຕ່າງໆໂດຍບໍ່ຈໍາເປັນຕ້ອງກັງວົນກ່ຽວກັບຂະໜາດຮູບພາບອີກຕໍ່ໄປ, ເພາະເຄື່ອງມືນີ້ຈະຊ່ວຍເພີ່ມຮູບພາບຕາມຂະໜາດທີ່ຕ້ອງການໃຫ້ແບບອັດຕະໂນມັດ ບໍ່ວ່າຈະໃຊ້ໃນ Instagram, Reels, ຫຼື Cover ທີ່ເປັນແນວນອນ, ມັນກໍສາມາດຕື່ມຂໍ້ມູນໃສ່ທຸກສ່ວນຂອງຮູບພາບໄດ້ໝົດ.

  • Text Variations

ຄຸນສົມບັດນີ້ຈະຊ່ວຍຄຣີເອທີບຂໍ້ຄວາມ, ໄອເດຍ , scripts ຫຼື ແຄັບຊັນທີ່ຈະລົງໂປຣໂໝດໄດ້ຫຼາຍເວີຊັນ ໂດຍອ້າງອີງຈາກພາສາທີ່ພິມໃນເວີຊັນຂອງເຮົາກ່ອນ, ຫຼັງຈາກນັ້ນຄຸນສົມບັດດັ່ງກ່າວກໍຈະປັບປຸງພາສາ ແລະ ສ້າງຮູບແບບຂອງຄໍາສັບຕ່າງໆອອກມາຫຼາຍຂຶ້ນ.

ຄຸນສົມບັດນີ້ ເໝາະສໍາລັບຜູ້ທີ່ຕ້ອງການໄອເດຍໃໝ່ໆໃນການນໍາໃຊ້ຂໍ້ຄວາມເພື່ອຂາຍຜະລິດຕະພັນ ຫຼື ໃຊ້ໂປຣໂໝດໃນຫຼາຍໆແບບ ທີ່ໃຊ້ຄຳບໍ່ຊ້ຳກັນ

ທັງນີ້ ຖືໄດ້ວ່າຄຸນສົມບັດທີ່ຖືກເພີ່ມເຂົ້າມານັ້ນມີຄວາມໜ້າສົນໃຈຫຼາຍ ແລະ ສາມາດນຳເຂົ້າໄປຕໍ່ຍອດເພື່ອໃຫ້ໃຊ້ໄດ້ຈິງກັບວຽກງານໂຄສະນາ ແລະ ການຕະຫຼາດ. Meta ນັ້ນເປີດໃຫ້ໃຊ້ຄຸນສົມບັດດັ່ງກ່າວໄດ້ແລ້ວໃນມື້ນີ້ ໂດຍຈະເລີ່ມໃຫ້ໃຊ້ໄດ້ກັບພາສາອັງກິດໄປກ່ອນ ແລະ ຄາດວ່າຈະມີການອັບເດດໃຫ້ໃຊ້ກັນໄດ້ທົ່ວໂລກພາຍໃນປີໜ້າ

ທີ່ມາ:

Meta

rainmaker

blognone

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/