ເສັ້ນທາງລົດໄຟຈີນ-ລາວເປີດບໍລິການ 22 ເດືອນ ຂົນສົ່ງສິນຄ້າ 26 ລ້ານກວ່າໂຕນ


ກຸ່ມບໍລິສັດ ທາງລົດໄຟຈີນສາຂາຄຸນໝິງແຈ້ງໃຫ້ຮູ້ວ່າ, ນັບມາຮອດວັນທີ 3 ຕຸລາ 2023 ນີ້, ເສັ້ນທາງລົດໄຟຈີນ-ລາວໄດ້ເປີດບໍລິການຄົບຮອບ 22 ເດືອນ, ການຂົນສົ່ງສິນຄ້າໄດ້ຮັກສາຄວາມປອດໄພ ແລະ ໝັ້ນທ່ຽງຢ່າງຕໍ່ເນື່ອງ, ໄດ້ຂົນສົ່ງສິນຄ້າທັງໝົດ 26,8 ລ້ານໂຕນ, ປະເພດສິນຄ້າເພີ່ມຂຶ້ນເປັນ 2.700 ກວ່າປະເພດ.

ກຸ່ມບໍລິສັດ ທາງລົດໄຟຈີນ ຍັງໃຫ້ຮູ້ອີກວ່າ ມາຮອດວັນທີ 4 ຕຸລາ ທີ່ຜ່ານມາ ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ຂົນ​ສົ່ງ​ໝາກ​ໄມ້ 83.500 ​ໂຕນ, ​ເປັນ​ມູນ​ຄ່າ 2,2 ຕື້​ກວ່າ​ຢວນ (306,4 ລ້ານ​ໂດ​ລາ​ສະຫະລັດ).

ປີ 2023 ​ໄດ້​ມີ​ການ​ສົ່ງ​ອອກ​ສິນຄ້າ​ໂດຍ​ທາງ​ລົດ​ໄຟ​ຈີນ-ລາວ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 14 ລ້ານ​ໂຕນ​, ​ໃນ​ນັ້ນ​ມີ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ຫຼາຍ​ກວ່າ 3 ລ້ານ​ໂຕນ.

ປະລິມານຂົນສົ່ງສິນຄ້າໄດ້ເກີນການຄາດໝາຍ, ກາຍເປັນເສັ້ນທາງຄຳແຫ່ງການຈໍລະຈອນສິນຄ້າສາກົນທີ່ເຊື່ອມຕໍ່ພາຍໃນກັບຕ່າງປະເທດ, ສົ່ງຜົນສະທ້ອນໄປສູ່ບໍລິເວນອ້ອມຂ້າງ, ຊ່ວຍຊຸກຍູ້ໜູນກັນ, ປອດໄພ ແລະ ມີປະສິດທິພາບສູງ.

https://english.news.cn/20231004/49aed8370ac74128a75f736e3eba7854/c.html

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/