ສປປ ລາວ ປູກຈິດສຳນຶກໃຫ້ລູກຫຼານເຍົາວະຊົນ ປູກຕົ້ນໄມ້ເພື່ອອະນາຄົດ ຄືນຄວາມເປັນສີຂຽວໃຫ້ທຳມະຊາດ


ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການໃນວັນທີ 24 ພຶດສະພາ 2023 ກ່ຽວກັບ ການສ້າງຂະບວນການປູກຕົ້ນໄມ້ ໃຫ້ເປັນຂະບວນໃນຂອບເຂດທົ່ວປະເທດ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ແນໃສ່ເພີ່ມທະວີ ການໂຄສະນາ ແລະ ປູກຈິດສຳນຶກ ໃຫ້ແກ່ເຍົາວະຊົນ, ອະນຸຊົນ ໃຫ້ເຫັນໄດ້ຄວາມສຳຄັນຂອງປ່າໄມ້ ທີ່ມີຕໍ່ການດຳລົງຊີວິດ ຂອງປະຊາຊົນລາວບັນດາເຜົ່າ ແລະ ພົວພັນເຖິງການປ່ຽນແປງດິນຟ້າອາກາດ, ທັງເປັນການຍູ້ແຮງຂະບວນການດັ່ງກ່າວ ໃຫ້ຟົດຟື້ນ ແລະ ເປັນຂະບວນກວ້າງຂວາງ.

ແຈ້ງການດັ່ງກ່າວ ໄດ້ລະບຸວ່າ: ໃຫ້ກົມປ່າໄມ້ ເປັນເຈົ້າການປະສານສົມທົບກັບ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ ເອົາໃຈໃສ່ໂຄສະນາເຜີຍແຜ່ ບັນດານະໂຍບາຍ, ກົດໝາຍ ແລະ ປູກຈິດສຳນຶກ ໂດຍຜ່ານສື່ຕ່າງໆ ເປັນຕົ້ນ ໜັງສືພິມ, ໂທລະພາບ, ວິທະຍຸ ແລະ ສື່ອື່ນໆ ໃຫ້ທົ່ວສັງຄົມ ເຂົ້າຮ່ວມໃນການປູກຕົ້ນໄມ້ ແນໃສ່ສ້າງໃຫ້ໄດ້ພື້ນທີ່ສີຂຽວ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ ຂອງແຕ່ລະທ້ອງຖິ່ນ ໂດຍສະເພາະ ເຂດສໍານັກງານອົງການ, ໂຮງຮຽນ, ແຄມທາງ ແລະ ສະຖານທີ່ດິນເປົ່າວ່າງຂອງ ບຸກຄົນ, ນິຕິບຸກຄົນ ໃຫ້ເປັນຂະບວນການຟົດຟື້ນ ພ້ອມທັງ ສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງ ສະບັບເລກທີ 15/ກປ, ລົງວັນທີ 11 ກຸມພາ 2021 ວ່າດ້ວຍວຽກງານສົ່ງເສີມປູກໄມ້ ແລະ ຟື້ນຟູປ່າໄມ້ທຳມະຊາດ ໃຫ້ເປັນຂະບວນກວ້າງຂວາງ ແລະ ບັນລຸຕາມ ແຜນການທີ່ວາງໄວ້

ໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ ເປັນເຈົ້າການປະສານສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ນະຄອນ, ພາກສ່ວນທີ່ກ່ຽວຂ້ອງ ພ້ອມທັງ ບໍລິສັດ ແລະ ຜູ້ປະກອບການ ເອົາໃຈໃສ່ກຳນົດເນື້ອທີ່ດິນ ປ່າໄມ້ຊຸດໂຊມ ແລະ ປອກໂຫຼ້ນ ໃນເຂດປ່າຜະລິດແຫ່ງຊາດ ເພື່ອຈັດສັນ ແລະ ສົ່ງເສີມການປູກໄມ້ອຸດສາຫະກໍາ ແລະ ກໍານົດເນື້ອທີ່ດິນ ປ່າໄມ້ຊຸດໂຊມ ແລະ ປອກໂຫຼ້ນ ໃນເຂດປ່າປ້ອງກັນ ແລະ ປ່າສະຫງວນ ເພື່ອຈັດສັນການປູກໄມ້ ແລະ ກຳນົດເປັນເຂດຟື້ນຟູປ່າທຳມະຊາດ ເພື່ອປົກປັກຮັກສາເຂດຍອດນໍ້າ, ແຫຼ່ງນໍ້າ ໃຫ້ແກ່ໂຄງການເຂື່ອນໄຟຟ້ານໍ້າຕົກ ແລະ ປົກປັກຮັກສາສິ່ງແວດລ້ອມ

ໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ ຄົ້ນຄວ້ານໍາສະເໜີຕໍ່ອົງການປົກຄອງທ້ອງຖິ່ນໃນຂັ້ນຂອງຕົນ ເພື່ອແຕ່ງຕັ້ງຄະນະຮັບຜິດຊອບວຽກງານ ສ້າງຂະບວນການປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2023 ໂດຍແມ່ນຂະແໜງການກະສິກຳ ແລະ ປ່າໄມ້ ເປັນໃຈກາງ ແລະ ມີການເຂົ້າຮ່ວມ ຂອງພາກສ່ວນທີ່ກ່ຽວຂ້ອງຕາມຄວາມເໝາະສົມ, ພ້ອມທັງມອບໝາຍຄວາມຮັບຜິດຊອບຂາດຕົວ

ໃຫ້ແກ່ຂະແໜງປ່າໄມ້, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ນະຄອນ ຈັດຕັ້ງວຽກງານສົ່ງເສີມ ປູກໄມ້ ໂດຍມີການແຕ່ງຕັ້ງພະນັກງານວິຊາການ ເພື່ອລົງຊຸກຍູ້ສົ່ງເສີມແນະນໍາເຕັກນິກວິຊາການປູກ, ບົວລະບັດ, ປົກປັກຮັກສາຕົ້ນໄມ້ທີ່ປູກໄປແລ້ວໃຫ້ເຕີບໃຫຍ່, ຮັກສາອັດຕາການລອດຕາຍຂອງເບ້ຍໄມ້ ແລະ ດຳເນີນການປູກທົດແທນຕົ້ນໄມ້ທີ່ຕາຍ ໃຫ້ບັນດາໂຄງການປູກໄມ້ຂອງລັດ, ບໍລິສັດ, ຜູ້ປະກອບການ ແລະ ປະຊາຊົນ ແນໃສ່ເຮັດໃຫ້ການປູກໄມ້ ກາຍເປັນຮູບປະທຳ ແລະ ມີປະສິດທິຜົນກວ່າເກົ່າ; ໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ ຊີ້ນຳຂະແໜງປ່າໄມ້ ກະກຽມ ແລະ ກຳນົດສະຖານທີ່ ທີ່ເຫັນວ່າເໝາະສົມ ສໍາລັບເປັນບ່ອນວາງສະແດງເບ້ຍໄມ້ ແລະ ສ້າງຂະບວນການ. ເນື່ອງໃນວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ 2023 ຕິດພັນກັບການປູກຈິດສຳນຶກໃຫ້ອານຸຊົນ ແລະ ເຍົາວະຊົນ ເຫັນໄດ້ຄວາມສຳຄັນຂອງປ່າໄມ້, ການປູກໄມ້ຟື້ນຟູປ່າ ເພື່ອອະນາຄົດ ແລະ ຄືນຄວາມສີຂຽວ ເພື່ອປົກປັກຮັກສາສິ່ງແວດລ້ອມ. ພ້ອມກັນນັ້ນ, ກໍໃຫ້ປຸກລະດົມບັນດາຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ນະຄອນ ແລະ ຜູ້ປະກອບການ ທີ່ກ້າເບ້ຍໄມ້ ໃນທຸກໆພາກສ່ວນນໍາເອົາເບ້ຍໄມ້ (ໄມ້ພື້ນເມືອງ, ໄມ້ເສດຖະກິດ, ໄມ້ໃຫ້ໝາກ ແລະ ໄມ້ປະດັບ) ທຸກຊະນິດ ເພື່ອວາງສະແດງໃນງານດັ່ງກ່າວ.

ພ້ອມນີ້, ໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ສົມທົບກັບຂະແໜງການທີ່ກ່ຽວຂ້ອງຕິດຄໍາຂວັນ ກ່ຽວກັບວັນປູກຕົ້ນໄມ້ແຫ່ງຊາດ ຕາມສະຖານທີ່ຕ່າງໆ ເພື່ອເປັນການໂຄສະນາເຜີຍແຜ່, ລະດົມໃຫ້ທົ່ວສັງຄົມເຂົ້າຮ່ວມ ແລະ ເປັນເຈົ້າການປູກໄມ້ໃຫ້ເປັນຂະບວນການຟົດຟື້ນ, ເຊິ່ງມີຄໍາຂວັນ ດັ່ງນີ້: “ຊົມເຊີຍວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຄົບຮອບ 43 ປີ ຢ່າງສຸດໃຈ”, “ປຸກຕົ້ນໄມ້ ໃນວັນນີ້ ເພື່ອລູກຫຼານໃນວັນໜ້າ” ແລະ “ຈົ່ງຊ່ວຍກັນປູກຕົ້ນໄມ້ ໃຫ້ເປັນປ່າ ເພື່ອເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມ, ລົດຜ່ອນການປ່ຽນແປງດິນຟ້າອາກາດ” ສໍາລັບ ປ້າຍແມ່ນໃຫ້ໃສ່ ພື້ນສີຂຽວ ແລະ ໜັງສືສີຂາວ.

ຂໍ້ມູນຈາກ: https://cutt.ly/KwqWeIJA

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/