ສະດວກຂຶ້ນຕື່ມ! Google ເປີດຕົວ AI ໃໝ່ໃນ Google Ads ຊ່ວຍຄິດແຄັບຊັນໂຄສະນາ ແຖມອອກແບບຮູບພາບໃຫ້ພ້ອມ


ເອີ້ນໄດ້ວ່າເປັນອີກໜຶ່ງຂ່າວດີສຳລັບວົງການພໍ່ຄ້າ ແມ່ຄ້າຊາວຂາຍ ຫຼື ບັນດາທຸລະກິດທີ່ໃຊ້ບໍລິການ Google Ads ໃນການລົງໂຄສະນາຂອງຕົນເອງ ໃນແພລັດຟອມ Google ເພາະຫຼ້າສຸດ Google ໄດ້ເປີດຕົວເຄື່ອງມື AI ຕົວໃໝ່ໃນ Google Ads ເຊິ່ງມີຄວາມສາມາດໃນການຊ່ວຍຄິດແຄັບຊັນໂຄສະນາ ແຖມອອກແບບຮູບພາບໃຫ້ອີກນຳ.

ໂດຍເຄື່ອງມື AI ໃນ Google Ads ຕົວໃໝ່ນີ້ມີຄວາມສາມາດໃນການແນະນໍາການລົງໂຄສະນາໃນແພລັດຟອມ Google ແບບອັດຕະໂນມັດ ບໍ່ວ່າຈະເປັນການຄິດການພາດຫົວຂໍ້ໂຄສະນາ ຄຳອະທິບາຍ ແລະ ລວມຮູບພາບ ໂດຍອາໄສຂໍ້ມູນຈາກຈາກເວັບໄຊ Landing Page ເຊິ່ງມີຂໍ້ມູນຂອງສິ່ງທີ່ຄົນເຮັດທຸລະກິດຕ້ອງລົງໂຄສະນາ.

ລວມໄປຮອດໃຫ້ ເທັກໂນໂລຢີ ປັນຍາປະດິດ ນີ້ຊ່ວຍຄິດໄອເດຍຂອງໂຄສະນາ ຈາກຂໍ້ມູນທີ່ລະບຸໄວ້ໄດ້ເຊັ່ນດຽວກັນ ເຊິ່ງ Google ລະບຸວ່າ AI ຈະຊ່ວຍຄິດໄອເດຍໄດ້ຄືກັບການປຶກສາເພື່ອນຮ່ວມງານຄົນໜຶ່ງ ລວມເຖິງຖ້າບໍ່ພໍໃຈກັບສິ່ງທີ່ AI ຄິດຂຶ້ນມາ ກໍສາມາດແກ້ໄຂໄດ້ ກ່ອນທີ່ຈະເຮັດໂຄສະນາຂຶ້ນໄປສະແດງແທ້ຢູ່ເທິງລະບົບຂອງ Google.

     ນອກຈາກນີ້ Google ຍັງໄດ້ເພີ່ມຄວາມສາມາດທາງດ້ານ Generative AI ໃຫ້ກັບ Performance Max ເຊິ່ງເປັນຮູບແບບການລົງໂຄສະນາໃນແພລັດຟອມທີ່ຫຼາກຫຼາຍຂອງ Google ໂດຍ Performance Max ຮຸ່ນໃໝ່ນີ້ຈະສາມາດຄິດພາດຫົວຄໍາໂຄສະນາ ຄໍາອະທິບາຍຕ່າງໆ ໄດ້ຈາກຂໍ້ມູນຈາກ ເວັບໄຊ Landing Page ທີ່ລະບຸໄວ້ຄືກັບເຄື່ອງມື AI ທີ່ແນະນຳການລົງໂຄສະນາແບບອັດຕະໂນມັດ.

ໂດຍ Google ບອກວ່າ ເຄື່ອງມືເຫຼົ່ານີ້ ຈະຊ່ວຍໃຫ້ຄົນທີ່ເຮັດທຸລະກິດ ປະຢັດງົບປະມານທາງການຕະຫຼາດ ທີ່ຈະຕ້ອງນຳໃຊ້ສຳລັບການເຮັດຮູບພາບໃໝ່ຂຶ້ນມາໂດຍສະເພາະ. Google ຍັງບອກອີກວ່າ ການໃຊ້ Generative AI ເຂົ້າມາຊ່ວຍໃນການລົງໂຄສະນາ ຈະຊ່ວຍໃຫ້ໂຄສະນາຕ່າງໆ ມີຄວາມໂດດເດັ່ນຫຼາຍຍິ່ງຂຶ້ນ ໃນມຸມຂອງລູກຄ້າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/