ຈາກເຊຣາມິກ, ຕຸກກະຕາດິນເຜົາ ແລະ ໂຕະໄມ້ຂະໜາດນ້ອຍ ວັດຖຸບູຮານຂອງສ.ເກົາຫຼີ ຖືກປຸກໃຫ້ມີຊີວິດຊີວາ ຜ່ານການສະແດງພາບເທິງໜ້າຈໍ LED ອັນທັນສະໄໝຂອງ COEX Artium ປ້າຍໂຄສະນາດິຈິຕອນທີ່ໃຫຍ່ທີ່ສຸດຂອງສ.ເກົາຫຼີ ໃນທາງຕອນໃຕ້ຂອງກຸງໂຊ ນະຄອນຫຼວງຂອງປະເທດເກົາຫຼີໃຕ້ ໃນງານ The Sulwha Cultural Exhibition ດ້ວຍຜົນງານທີ່ຊື່ວ່າ “Jong Jung Dong? Dong Jung Dong” ຂອງສີລະປິນຜູ້ສ້າງສັນ ລີ ເຢ-ຊຶງ (Lee Ye-seung) ເຊິ່ງເປັນສ່ວນໜຶ່ງຂອງໂຄງການ Seoul Media Art ຂອງມູນລະນິທິເພື່ອສີລະປະ ແລະ ວັດທະນະທຳແຫ່ງກຸງໂຊ.
ໂຄງການ Seoul Media Art ເປັນໂຄງການສາທາລະນະທີ່ຈັດຂຶ້ນໂດຍຄວາມຮ່ວມມືລະຫວ່າງມູນລະນິທິກັບ Sulwhasoo ແບຣນຜະລິດຕະພັນຜິວໃນເຄືອຂອງ Amorepacific ກຸ່ມທຸລະກິດເຄື່ອງສຳອາງທີ່ໃຫຍ່ ແລະ ເກົ່າແກ່ທີ່ສຸດຂອງເກົາຫຼີໃຕ້ ໂດຍ Sulwhasoo ຈະມີການຈັດນິເທດສະການ The Sulwha Cultural Exhibition ເປັນປະຈຳທຸກປີ, ຜ່ານການຕີຄວາມວັດທະນະທຳດັ້ງເດີມຂອງເກົາຫຼີຂຶ້ນມາໃຫມ່ຈາກມຸມມອງຮ່ວມສະໄໝ ແລະ ເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການຊ່ວຍຍົກລະດັບສັງຄົມຂອງບໍລິສັດ.

ນິເທດສະການຄັ້ງນີ້ ຈັດຂຶ້ນພາຍໃຕ້ແນວຄິດ “ຄວາມທັບຊ້ອນຂອງປະເພນີ ແລະ ສັງຄົມສະໄໝໃໝ່ເທິງໜ້າຈໍ” ທີ່ນຳສະເໜີພາບການເລື່ອມຊ້ອນຂອງປະເພນີທຽບຄຽງກັບທັດສະນີຍະພາບຂອງເມືອງຜ່ານເທັກໂນໂລຊີດິຈິຕອນ.
ເຊິ່ງຜົນງານ “Jong Jung Dong? Dong Jung Dong” ມາຈາກແນວຄິດຂອງເກົາຫຼີແບບດັ້ງເດີມທີ່ເອີ້ນວ່າ “jeong-jung-dong” ຫຼື ການເຄື່ອນໄຫວໃນພາວະຢຸດນິ້ງ ໂດຍທີ່ທຳອິດພາບນິ້ງຂອງວັດຖຸຕ່າງໆຈະປາກົດຂຶ້ນ ກ່ອນທີ່ຈະເລີ່ມປ່ຽນໄປມາລະຫວ່າງພາບ 2 ມິຕິ ແລະ 3 ມິຕິ ລວມເຖິງເຄື່ອນໄຫວໄປຮອບໆ ພ້ອມກັບປ່ຽນເປັນຮູບຊົງຕ່າງໆເທິງໜ້າຈໍ LED ຂະໜາດຍັກ.
“ຂ້ອຍຕ້ອງການສະແດງໃຫ້ເຫັນເຖິງປັດຊະຍາ ແລະ ຈິດວິນຍານຕາເວັນອອກ ໃນຂະນະທີ່ຢືມຮູບແບບ ແລະ ວັດຖຸບູຮານຂອງເກົາຫຼີມາໃຊ້ ຂ້ອຍຫວັງວ່າຜູ້ທີ່ເຫັນຜົນງານສີລະປະນີ້ຈະໄດ້ສຳຜັດກັບສະພາບຕາມທຳມະຊາດ ຫຼື ຮູ້ສຶກກາຍເປັນໜຶ່ງດຽວກັບວັດຖຸ ແທນທີ່ຈະຖືກຈຳກັດຢູ່ແຕ່ໃນບົດບາດຂອງການເປັນຜູ້ຮັບຊົມເທົ່ານັ້ນ” ລີ ກ່າວເຖິງຜົນງານຂອງຕົວເອງ.

Sulwhasoo ເປັນແບຣນທີ່ຂຶ້ນຊື່ໃນເລື່ອງການສືບສານວັດທະນະທຳ ແລະ ພູມປັນຍາທ້ອງຖິ່ນ, ເຊິ່ງໄດ້ສະໜັບສະໜູນໂຄງການນີ້ມາຕັ້ງແຕ່ປີ 2006 ເຊິ່ງເປັນເວລາ 15 ປີແລ້ວ. ແລະງານ “Jong Jung Dong? Dong Jung Dong” ສະແດງຈົນເຖິງວັນທີ 28 ມັງກອນ 2021 ນີ້ທີ່ເຂດ Samseong-Dong.
ພາບ: Korea Times
ທີ່ມາ:
- koreatimes.co.kr/www/culture/2021/01/145_302215.html
- https://www.sulwhasoo.com/int/en/experience/culture/2020_sulwha_cultural_exhibition_2.html
- https://web.facebook.com/267847432346/posts/10158642857437347/?d=n&_rdc=1&_rdr