ວັດຖຸບູຮານຂອງ ສ.ເກົາຫຼີ ຖືກນຳມາຕີຄວາມເປັນງານສີລະປະຮ່ວມສະໄໝ ເທິງຈໍ LED ທີ່ໃຫຍ່ທີ່ສຸດຂອງປະເທດ


ຈາກເຊຣາມິກ, ຕຸກກະຕາດິນເຜົາ ແລະ ໂຕະໄມ້ຂະໜາດນ້ອຍ ວັດຖຸບູຮານຂອງສ.ເກົາຫຼີ ຖືກປຸກໃຫ້ມີຊີວິດຊີວາ ຜ່ານການສະແດງພາບເທິງໜ້າຈໍ LED ອັນທັນສະໄໝຂອງ COEX Artium ປ້າຍໂຄສະນາດິຈິຕອນທີ່ໃຫຍ່ທີ່ສຸດຂອງສ.ເກົາຫຼີ ໃນທາງຕອນໃຕ້ຂອງກຸງໂຊ ນະຄອນຫຼວງຂອງປະເທດເກົາຫຼີໃຕ້ ໃນງານ The Sulwha Cultural Exhibition ດ້ວຍຜົນງານທີ່ຊື່ວ່າ “Jong Jung Dong? Dong Jung Dong” ຂອງສີລະປິນຜູ້ສ້າງສັນ ລີ ເຢ-ຊຶງ (Lee Ye-seung) ເຊິ່ງເປັນສ່ວນໜຶ່ງຂອງໂຄງການ Seoul Media Art ຂອງມູນລະນິທິເພື່ອສີລະປະ ແລະ ວັດທະນະທຳແຫ່ງກຸງໂຊ.

ໂຄງການ Seoul Media Art ເປັນໂຄງການສາທາລະນະທີ່ຈັດຂຶ້ນໂດຍຄວາມຮ່ວມມືລະຫວ່າງມູນລະນິທິກັບ Sulwhasoo ແບຣນຜະລິດຕະພັນຜິວໃນເຄືອຂອງ Amorepacific ກຸ່ມທຸລະກິດເຄື່ອງສຳອາງທີ່ໃຫຍ່ ແລະ ເກົ່າແກ່ທີ່ສຸດຂອງເກົາຫຼີໃຕ້ ໂດຍ Sulwhasoo ຈະມີການຈັດນິເທດສະການ The Sulwha Cultural Exhibition ເປັນປະຈຳທຸກປີ, ຜ່ານການຕີຄວາມວັດທະນະທຳດັ້ງເດີມຂອງເກົາຫຼີຂຶ້ນມາໃຫມ່ຈາກມຸມມອງຮ່ວມສະໄໝ ແລະ ເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການຊ່ວຍຍົກລະດັບສັງຄົມຂອງບໍລິສັດ.

ນິເທດສະການຄັ້ງນີ້ ຈັດຂຶ້ນພາຍໃຕ້ແນວຄິດ “ຄວາມທັບຊ້ອນຂອງປະເພນີ ແລະ ສັງຄົມສະໄໝໃໝ່ເທິງໜ້າຈໍ” ທີ່ນຳສະເໜີພາບການເລື່ອມຊ້ອນຂອງປະເພນີທຽບຄຽງກັບທັດສະນີຍະພາບຂອງເມືອງຜ່ານເທັກໂນໂລຊີດິຈິຕອນ.

ເຊິ່ງຜົນງານ “Jong Jung Dong? Dong Jung Dong” ມາຈາກແນວຄິດຂອງເກົາຫຼີແບບດັ້ງເດີມທີ່ເອີ້ນວ່າ “jeong-jung-dong” ຫຼື ການເຄື່ອນໄຫວໃນພາວະຢຸດນິ້ງ ໂດຍທີ່ທຳອິດພາບນິ້ງຂອງວັດຖຸຕ່າງໆຈະປາກົດຂຶ້ນ ກ່ອນທີ່ຈະເລີ່ມປ່ຽນໄປມາລະຫວ່າງພາບ 2 ມິຕິ ແລະ 3 ມິຕິ ລວມເຖິງເຄື່ອນໄຫວໄປຮອບໆ ພ້ອມກັບປ່ຽນເປັນຮູບຊົງຕ່າງໆເທິງໜ້າຈໍ LED ຂະໜາດຍັກ.

“ຂ້ອຍຕ້ອງການສະແດງໃຫ້ເຫັນເຖິງປັດຊະຍາ ແລະ ຈິດວິນຍານຕາເວັນອອກ ໃນຂະນະທີ່ຢືມຮູບແບບ ແລະ ວັດຖຸບູຮານຂອງເກົາຫຼີມາໃຊ້ ຂ້ອຍຫວັງວ່າຜູ້ທີ່ເຫັນຜົນງານສີລະປະນີ້ຈະໄດ້ສຳຜັດກັບສະພາບຕາມທຳມະຊາດ ຫຼື ຮູ້ສຶກກາຍເປັນໜຶ່ງດຽວກັບວັດຖຸ ແທນທີ່ຈະຖືກຈຳກັດຢູ່ແຕ່ໃນບົດບາດຂອງການເປັນຜູ້ຮັບຊົມເທົ່ານັ້ນ” ລີ ກ່າວເຖິງຜົນງານຂອງຕົວເອງ.

Sulwhasoo ເປັນແບຣນທີ່ຂຶ້ນຊື່ໃນເລື່ອງການສືບສານວັດທະນະທຳ ແລະ ພູມປັນຍາທ້ອງຖິ່ນ, ເຊິ່ງໄດ້ສະໜັບສະໜູນໂຄງການນີ້ມາຕັ້ງແຕ່ປີ 2006 ເຊິ່ງເປັນເວລາ 15 ປີແລ້ວ.  ແລະງານ “Jong Jung Dong? Dong Jung Dong” ສະແດງຈົນເຖິງວັນທີ 28 ມັງກອນ 2021 ນີ້ທີ່ເຂດ Samseong-Dong.

ພາບ: Korea Times

ທີ່ມາ: