ລົງທຶນເອງສ້າງເອງ! ປະຊາຊົນບ້ານມ່ວງໄຂ່ ສາມັກຄີກັນສ້າງເສັ້ນທາງເບຕົງເຂົ້າບ້ານ


ແຫຼ່ງຂ່າວຈາກ ເມືອງໄຊພູທອງ ແຂວງສະຫວັນນະເຂດ, ໃຫ້ຮູ້ວ່າ: ໂຄງການກໍ່ສ້າງທາງເບຕົງເສີມເຫຼັກຊອຍ 5 ເຂົ້າຫາແຈວັດພົມມະລຸຂະ ບ້ານ ມ່ວງໄຂ່ ຂຶ້ນກັບເຂດກຸ່ມບ້ານທີ 4 ເມືອງໄຊພູທອງ ດ້ວຍທຶນລະດົມຈາກປະຊາຊົນ ແລະ ສັງຄົມ ໄດ້ເລີ່ມລົງມືກໍ່ສ້າງ ມາແຕ່ວັນທີ 24 ເມສາ 2022 ເຊິ່ງເປັນໄລຍະທີ 2 ຂອງແຜນການກໍ່ສ້າງເສັ້ນທາງດັ່ງກ່າວ ມີຄວາມຍາວ 150 ແມັດ, ກວ້າງ 5 ແມັດ, ໜາ 16 ເຊັນ ແລະ ສາມາດຮັບນໍ້າໜັກໄດ້ 15 ໂຕນ, ມີມູນຄ່າກໍ່ສ້າງທັງໝົດ 55 ລ້ານກວ່າກີບ ໂດຍນໍາໃຊ້ແຮງງານຂອງປະຊາຊົນເປັນຜູ້ກໍ່ສ້າງ.

ທ່ານ ພິມມະຫາ ສົມສີວິໄລ ສີລະວັດ ບ້ານມ່ວງໄຂ່ ໄດ້ໃຫ້ຮູ້ ໃນວັນທີ 28 ເມສາ 2022 ນີ້ວ່າ: ໂຄງການກໍ່ສ້າງເສັ້ນທາງຊອຍ 5 ຫາແຈວັດພົມມະລຸຂະ ເປັນໄລຍະທີ 2 ທີ່ໄດ້ສືບຕໍ່ກໍ່ສ້າງ ເມື່ອກ່ອນເປັນເສ້ນທາງດິນແດງ ມີສະພາບເປ່ເພເສຍຫາຍ, ການສັນຈອນໄປມາພາຍໃນບ້ານມີຄວາມຫຍຸ້ງຍາກ, ຍ້ອນເຫັນໄດ້ສະພາບບັນຫາດັ່ງກ່າວທີ່ແກ່ຍາວມາຫຼາຍປີ ດັ່ງນັ້ນ, ຄະນະອຳນາດການປົກຄອງບ້ານ ຈຶ່ງໄດ້ມີການຄົ້ນຄວ້າປຶກສາຫາລືກັນ ໂດຍການປະສານສົມທົບກັບເຖົ້າແກ່ແນວໂຮມບ້ານ, ຄະນະເຈົ້າອາທິການວັດພົມມະລຸຂະ ແລະ ປະຊາຊົນພາຍໃນບ້ານມ່ວງໄຂ່ ເພື່ອຊອກຫາແຫຼ່ງທຶນມາພັດທະນາເສັ້ນທາງດັ່ງກ່າວ ໂດຍປະຊາຊົນມີສ່ວນຮ່ວມ.

ພາຍຫຼັງກໍ່ສ້າງສໍາເລັດແລ້ວ, ຍັງຈະໄດ້ຕິດຕັ້ງໄຟໂຊລາເຊວ ຕາມເສັ້ນທາງຕື່ມອີກ ເພື່ອໃຫ້ມີແສງສະຫວ່າງ ຮັບປະກັນຄວາມປອດໄພຂອງພໍ່ແມ່ປະຊາຊົນໃນການສັນຈອນຍາມກາງຄືນ.

ຂໍ້ມູນຈາກ: https://bit.ly/3F2PKAn

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/