ປະຈຳເດືອນເປັນສິ່ງມະຫັດສະຈັນ! Gina Frances ຜູ້ທີ່ເກັບເລືອດປະຈຳເດືອນຂອງຕົນເອງມາເຮັດຜະລິດຕະພັນດູແລຜິວ


ເປັນປົກກະຕິຂອງແມ່ຍິງທຸກຄົນຢູ່ແລ້ວ ເມື່ອຮອດມື້ທີ່ເປັນປະຈຳເດືອນກໍຈະຕ້ອງຮັບມືກັບອາລົມທີ່ແປປວນ, ອາການແຊກຊ້ອນຕ່າງໆ ບວກກັບຕ້ອງອະນາໄມເລືອດທີ່ມັນມາພ້ອມກັບມື້ນັ້ນຂອງເດືອນ! ທັງນີ້ ວີທີການຈັດການເລືອດຂອງສາວໆ ແຕ່ລະຄົນແມ່ນຈະແຕກຕ່າງກັນໄປ ແຕ່ສຳລັບ Gina Frances ມັນແຕກຕ່າງຈາກຄົນອື່ນເພາະວ່າລາວໄດ້ນຳເອົາເລືອດປະຈຳເດືອນຂອງຕົນເອງມາເຮັດຜະລິດພັນດູແລຜິວ ພ້ອມກັນນັ້ນຍັງສົ່ງມັນຄືນສູ່ທຳມະຊາດອີກດ້ວຍ.

ຕັ້ງແຕ່ຕອນຍັງເປັນໄວໜຸ່ມຂຶ້ນໃໝ່ Gina ໄດ້ປົກປິດການທີ່ລາວມີປະຈຳເດືອນກັບໝູ່, ຄົນໃນຄອບຄົວ ຫຼື ຄົນສະໜິດ ໂດຍການໃຊ້ວິທີການຄຸມກໍາເນີດ ເພື່ອເຮັດໃຫ້ປະຈຳເດືອນບໍ່ມາ. ແຕ່ວ່າສິ່ງຕ່າງໆທີ່ລາວເຄີຍເຮັດມານັ້ນກໍເລີ່ມປ່ຽນໄປເມື່ອລາວອາຍຸ 28 ປີ ແລະ ໄດ້ຮຽນຮູ້ຢ່າງເລິກເຊິ່ງກ່ຽວກັບພະລັງຂອງມົດລູກ.

ຫຼັງຈາກນັ້ນລາວກໍເບິ່ງວ່າ ເລືອດປະຈຳເດືອນເປັນແຜ່ນມາກສ໌ໜ້າຈາກທໍາມະຊາດທີ່ສາມາດໃຊ້ບຳລຸງຜິວໄດ້ ເຊິ່ງ Gina ບອກວ່າ “ຂ້ອຍຄິດວ່າຜູ້ຍິງທຸກຄົນໜ້າຈະບໍ່ມີຄວາມສະດວກຕອນທີ່ມີປະຈຳເດືອນ ມັນລໍາບາກທຸກຄັ້ງເມື່ອມີການຕົກເລືອດໃນມື້ເປັນປະຈຳເດືອນ”

“ຕອນຮຽນມັດທະຍົມ ຂ້ອຍຕ້ອງເຊື່ອງຜ້າອະນາໄມໃຫ້ພົ້ນຈາກສາຍຕາຂອງທຸກຄົນ ເພາະຄວາມອາຍ ແລະຂ້ອຍກໍຕ້ອງເຮັດແບບນັ້ນໄປເລື້ອຍໆ”

ແຕ່ເມື່ອມາຮອດຈຸດໜຶ່ງ Gina ກໍຮູ້ສຶກວ່າປະຈຳເດືອນເປັນສິ່ງທີ່ໜ້າອັດສະຈັນ ເພາະມັນເປັນໄລຍະເວລາທີ່ເຮັດໃຫ້ Gina ຮູ້ສຶກຢາກຢູ່ກັບຕົນເອງ.

“ຂ້ອຍໃຊ້ເລືອດປະຈຳເດືອນມາລະບາຍສີ ມັນເປັນໄລຍະເວລາທີ່ສຸດຍອດສໍາລັບຄວາມຄິດສ້າງສັນ ບໍ່ວ່າຈະເປັນການຂຽນຫຼືແຕ້ມຮູບ” Gina ໄດ້ກ່າວ.

ນອກຈາກນີ້ Gina ຍັງນຳເອົາເລືອດປະຈຳເດືອນທີ່ຕິດກັບໂສ້ງເອົາໄປຈຸ່ມໃນນ້ຳ ເພື່ອນຳເອົານ້ຳດັ່ງກ່າວໄປຫົດຕົ້ນໄມ້ຕໍ່ ພ້ອມບອກອີກວ່າເລືອດປະຈຳເດືອນເປັນປຸ໋ຍທີ່ໜ້າອັດສະຈັນ ແລະ ການເຮັດແບບນີ້ເປັນການຄືນສິ່ງທີ່ເປັນທຳມະຊາດໃຫ້ກັບຄືນສູ່ທໍາມະຊາດ.

“ຄວາມຈິງທີ່ໜ້າສົນໃຈອີກຢ່າງໜຶຶ່ງກໍຄື ເລືອດປະຈຳເດືອນເປັນແຫຼ່ງສະເຕັມເຊລ (ເຊລຕົ້ນກໍາເນີດ) ສູງສຸດ ບໍາລຸງຜິວໄດ້ດີແລະສາມາດໃຊ້ມາກສ໌ໜ້າໄດ້ ມັນຊ່ວຍແກ້ບັນຫາສິວແລະຜິວໄດ້ຢ່າງດີເລີດ ເພາະເລືອດປະຈຳເດືອນສະອາດແລະບໍລິສຸດ” Gina ໄດ້ກ່າວຕື່ມ.

ພ້ອມກັນນັ້ນ Gina ຍັງໄດ້ແບ່ງປັນປະສົບການກ່ຽວກັບເລື່ອງນີ້ໃນໂລກໂຊຊຽວມີເດຍອີກດ້ວຍ ໂດຍລາວຫວັງວ່າເລື່ອງຂອງລາວຈະຊ່ວຍໃຫ້ບັນດາສາວໆຮູ້ສຶກດີກັບການມີປະຈຳເດືອນ.

ແນ່ນອນວ່າ Gina ນັ້ນບໍ່ໄດ້ບອກວ່າວິທີການຂອງລາວນັ້ນຖືກຕ້ອງຫຼືດີທີ່ສຸດ ແຕ່ລາວຄິດວ່າການປ່ອຍໃຫ້ເລຶອດປະຈຳເດືອນເປື້ອນໂສ້ງຊ້ອນ ຫຼື ປ່ອຍໃຫ້ມັນໄປເປື້ອນບ່ອນອື່ນ ມັນດີກວ່າການໃຊ້ຜ້າອະນາໄມທີ່ອາດເປັນພິດ ແລະ ສິ້ນເປືອງ.

ຂອບໃຈຂ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/