ນັກປັ່ນຊາວສະເປນ ເຂົ້າເສັ້ນໄຊເປັນທີສອງ ແຕ່ຄິດວ່າຕົນເອງໄດ້ທີ່ໜຶ່ງ ຈຶ່ງຍົກມືດີໃຈຂຶ້ນຟ້າ ກ່ອນທີ່ລົດຈະລົ້ມລົງ


ການແຂ່ງຂັນປັ່ນລົດຖີບໄລຍະໄກ ລາຍການ Tour of Hellas ທີ່ປະເທດ ກຣີສ ເມື່ອວັນທີ 27 ເມສາທີ່ຜ່ານມາ. ໃນຮອບທຳອິດ ໄລຍະທາງ 190 Km ທີ່ເປັນທາງ ອາຣອນ ເກດ ນັກປັ່ນຊາວ ອອສເຕເຣຍ ຈາກທີມ Bolton Equities ສາມາດເຂົ້າເສັ້ນໄຊໄດ້ເປັນຄົນທຳອິດໃຊ້ເວລາ 4 ຊົ່ວໂມງ 24 ນາທີ 10 ວິນາທີ.

ແຕ່ສິ່ງທີ່ເປັນຈຸດສົນໃຈ ຂອງການແຂ່ງຂັນນີ້ ແມ່ນຕົກຢູ່ກັບຜູ້ທີ່ເຂົ້າເສັ້ນໄຊເປັນອັນດັບສອງ ເມື່ອນັກປັ່ນຄົນໜຶ່ງທີ່ເຂົ້າເສັ້ນໄຊເປັນທີສອງ ແຕ່ກັບຄິດວ່າຕົນເອງໄດ້ທີໜຶ່ງ ແລ້ວຍົກມືຂຶ້ນແບບດີໃຈ ກ່ອນທີ່ລົດຖີບຂອງລາວຈະເສຍຫຼັກລົ້ມລົງ.

ໂດຍເຫດການເກີດຂຶ້ນ ຫຼັງຈາກ ໄອຣອນ ເກດ ເຂົ້າເສັ້ນໄຊໄປແລ້ວ 1 ນາທີ 46 ວິນາທີ ກໍມີກຸ່ມນັກປັ່ນທີ່ຕາມຫຼັງມາອີກ ຈຳນວນປະມານ 8 ຄົນ ທີ່ກຳລັງຍາດແຍ່ງກັນເຂົ້າເສັ້ນໄຊເປັນຄົນທຳອິດໃຫ້ໄດ້. ຈົນສຸດທ້າຍເປັນທາງຂອງ ເອດູອາດ ປຣາເດສ ນັກປັ່ນຊາວ ສະເປນ ຈາກທີມ Caja Rural RGA ທີ່ຊິງເຂົ້າເສັ້ນໄຊໄປໄດ້. ແຕ່ຈັງຫວະນັ້ນ ເຈົ້າຕົວໄດ້ປ່ອຍມືຈາກເຂົາລົດ ແລ້ວກາງແຂນອອກມາເພື່ອສະຫຼອງໄຊຊະນະ ເພາະຄິດວ່າຕົນເອງນັ້ນໄດ້ທີໜຶ່ງ. ກ່ອນທີ່ອານລົດຖີບລາວຈະຫຼຸດອອກມາ ເຮັດໃຫ້ລາວເສຍຫຼັກລົດລົ້ມລົງໄປໃນທີ່ສຸດ.

ເມື່ອລາວຮູ້ຄວາມຈິງວ່າ ລາວເປັນພຽງອັນດັບສອງ ເທົ່ານັ້ນ ກໍເຮັດໃຫ້ລາວຮູ້ຜິດຫວັງໜ້ອຍໜຶ່ງ ກ່ອນທີ່ຈະໃຫ້ສຳພາດ ເຖີງເຫດຜົນທີ່ຄິດວ່າຕົນເອງໄດ້ທີໜຶ່ງວ່າ: “ທີມຂ້ອຍ ແລະ ທີມ Segafredo ສູ້ກັນມາຕະຫຼອດທາງ. ຈອນ ໝູ່ຮ່ວມທີມຂອງຂ້ອຍ ກັບຂ້ອຍ ພາກັນ ສູ້ຊົນ ຈົນສາມາດເກາະກຸ່ມຜູ້ນຳໄດ້ ແຕ່ຄວາມຈິງຄື ເຮົາມີຂໍ້ມູນບໍ່ຫຼາຍພໍ ແລະ ການແຂ່ງຂັນກໍກຳລັງດຳເນີນໄປ ຂ້ອຍບໍ່ຄິດວ່າຈະມີໃຜທີ່ນຳໜ້າເຮົາອີກແລ້ວ ນັ້ນຄືເຫດຜົນທີ່ຂ້ອຍດີໃຈ ແລ້ວຍົກແຂນຂຶ້ນມາສະລອງ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/