ວັງທະນູສອນ ຊາຍຜູ້ທຳອິດທີ່ບຸກເບີກວົງການດົນຕີແຈ໊ສໃນປະເທດລາວ


ຖ້າເວົ້າເຖິງວົງການດົນຕີແຈ໊ສ ກໍເປັນອີກດົນຕີໜຶ່ງທີ່ມີຄວາມໝາຍຄວາມສຳຄັນຕໍ່ຜູ້ຟັງ ແລະ ຜູ້ຫຼິ້ນ, ເພາະຫົວໃຈຫຼັກຂອງດົນຕີແຈ໊ສຄື ການ improvisation ຫຼື ເວົ້າເປັນພາສາລາວກໍແມ່ນການດົ້ນສົດນັ້ນເອງ, ດົນຕີແຈ໊ສຄື ການປະຕິສຳພັນກັນລະຫວ່າງສະມາຊິກໃນວົງດ້ວຍການຖ່າຍທອດອອກມາເປັນທຳນອງສຽງເພງ  ບວກກັບສະພາບແວດລ້ອມຂອງຜູ້ຊົມໃນຕອນນັ້ນມີຜົນທັງໝົດຕໍ່ການດົ້ນສົດຂອງນັກດົນຕີ, ຖ້າເວົ້າແລ້ວວົງການແຈ໊ສ ແມ່ນມີຢ່າງຫຼວງຫຼາຍໃນທົ່ວໂລກ ແລະ ມີນັກຮ້ອງ, ນັກດົນຕີປະສົບຜົນສຳເລັດເປັນຈຳນວນຫຼວງຫຼາຍເຊັ່ນດຽວກັນ.

ໃນລາວເຮົາກໍມີຄົນໃນວົງການດົນຕີທີ່ໜ້າສົນໃຈ ເປັນຕົ້ນແມ່ນ ວັງທະນູສອນ ຜູ້ທີ່ຊຳນານດ້ານວົງການແຈ໊ສ, ຜ່ານມາເຄີຍໄປຮ່ວມງານສະແດງຄອນເສີດເທສະການດົນຕີແຈ໊ສນານາຊາດ ໃນເວທີຕ່າງໆ, ເຄີຍຮ່ວມງານກັບບັນດານັກຮ້ອງນັກດົນຕີຄົນດັງລະດັບໂລກມາແລ້ວ. ນອກຈາກນີ້, ຍັງເປັນຄູສອນດົນຕີແຈ໊ສ ແລະ ດົນຕີປະເພດອື່ນໆພ້ອມນຳອີກ ໂດຍເຄື່ອງດົນຕີທີ່ເພິ່ນຖະໜັດທີ່ສຸດແມ່ນກີຕ້າ ນັ້ນເອງ, ພ້ອມກັນນີ້ ເພິ່ນຍັງມີທຸລະກິດສ່ວນຕົວ ເຊິ່ງມີຮ້ານຂາຍເຄື່ອງດົນຕີ ແລະ ຫ້ອງຮຽນສອນດົນຕີພ້ອມ.

ເວົ້າໄດ້ເລີຍວ່າ ເປັນຊາຍຄົນໜຶ່ງທີ່ມີຄວາມຊຳນານດ້ານການຫຼິ້ນ ດົນຕີແຈ໊ສ ແລະ ດົນຕີປະເພດອື່ນໆ ມີປະສົບການສອນບໍ່ຕ່ຳກວ່າ 10 ປີ ພ້ອມ ,ທາງທີມຂ່າວ LaoX ກໍມີເລື່ອງລາວບາງສ່ວນຂອງຊາຍຄົນນີ້ມານຳສະເໜີ ວ່າມຸມມອງທີ່ມີຕໍ່ວົງການນີ້ເປັນຄືແນວໃດ, ກ່ອນຈະກ້າວເຂົ້າສູ່ວົງການແຈ໊ສແມ່ນເລີ່ມຕົ້ນຈາກໃສ ເຊິ່ງໃນບົດສຳພາດກໍມີຄຳຕອບໃຫ້ທຸກຄົນໄດ້ຕິດຕາມໄປດ້ວຍກັນ.

1.ຊື່ ແລະ ນາມສະກຸນ?

ວັງທະນູສອນ ບົວພັນ ຫຼື ຟຸດຕີ້ ປັດຈຸບັນອາຍຸໄດ້ 35 ປີ.

2.ຈຸດເລີ່ມຕົ້ນໃນການກ້າວສູ່ວົງການແຈ໊ສ?

ຈຸດເລີ່ມຕົ້ນແມ່ນເກີດຈາກຄວາມຫຼົງໃຫຼມັກຮັກໃນດົນຕີແຈ໊ສ ເພາະສ່ວນຕົວຄິດວ່າມັນມີຄວາມ sexy ລະມຸນນຸ້ມນວນ ເຮັດໃຫ້ເກີດ passion ຢາກຄົ້ນຫາສຶກສາໄປເລື້ອຍໆ . ດົນຕີແຈ໊ສເປັນດົນຕີທີ່ໃຫ້ຄວາມອິດສະຫຼະ ແລະ ໃຊ້ທັກສະຂັ້ນສູງ ,ນີ້ກໍແມ່ນເຫດຜົນທີ່ກ້າວເຂົ້າສູ່ວົງການນີ້.

3.ອ້າຍຮຽນຮູ້ຈາກໃສ?

ຈາກທີ່ໄດ້ຫຼົງໃຫຼໃນວົງການແຈ໊ສ ກໍໄດ້ເລີ່ມສຶກສາຮຽນຮູ້ ຕອນທຳອິດແມ່ນຊອກຮຽນຮູ້ດ້ວຍຕົນເອງ ເຊິ່ງຈະຮຽນນຳ YouTube ແລະ ທາງອິນເຕີເນັດເປັນຫຼັກ ເພາະໃນລາວບໍ່ມີຄູສອນເລີຍ ເຮັດໃຫ້ເກີດຂໍ້ຫຍຸ້ງຍາກໃນການຮຽນພໍສົມຄວນ. ແຕ່ດ້ວຍຄວາມມັກຮັກ ເປັນຄົນມີຄວາມພະຍາຍາມສູງໃຝ່ຮູ້ຕະຫຼອດເວລາ, ຫຼັງຈາກນັ້ນ ເວລາຜ່ານໄປກໍເລີ່ມມີໝູ່ເພື່ອນນັກດົນຕີ ຄູອາຈານຕ່າງປະເທດຫຼາຍຂຶ້ນ ແລະໄດ້ຮຽນຮູ້ແລກປ່ຽນກັນຕະຫຼອດເວລາ ເຮັດໃຫ້ມີໝູ່ ຫຼື ຄົນຮູ້ຈັກ ໃນວົງການແຈ໊ສຫຼາຍພໍສົມຄວນ ແລ້ວກໍຄ່ອຍໆຂະຫຍາຍຕົວມາສ້າງເປັນວົງດົນຕີ.

4.ຜ່ານມາໄດ້ມີຜົນງານຫຍັງແນ່?

ຜ່ານມາຕົນເອງ ແລະ ວົງ ໄດ້ໄປຮ່ວມຄອນເສີດປະເທດຕ່າງໆ ເຊັ່ນ: ປະເທດໄທ (ເປັນງານລະດັບເອເຊຍແຈ໊ສ), ງານ ASEAN one ທີ່ຊຽງໃໝ່ກໍໄດ້ໄປເຊັ່ນດຽວກັນ ເປັນງານໃຫຍ່ມີຫຼາຍປະເທດເຂົ້າຮ່ວມ ແລະ ຕົນເອງກໍໄດ້ໄປໃນງານນີ້, ງານ Giant steps international jazz festival ທີ່ປະເທດມົງໂກເລຍ ກໍໄດ້ໄປ ເຊິ່ງເປັນງານລະດັບນານາຊາດມີຫຼາຍປະເທດຮ່ວມ ໂດຍສະເພາະທາງຝັ່ງຢູໂຣບ, ງານ ຫົວຫີນແຈ໊ສນານາຊາດ ,ງານສະເຫຼີມພັນສາໃນຫຼວງ ຣ.9 , ງານ TPAM ທີ່ປະເທດຍີ່ປຸ່ນ ແລະອີກຫຼາຍໆງານ. ພ້ອມກັນນີ້ ຍັງໄດ້ຖືກເຊີນໄປເປັນວິທະຍາກອນບັນຍາຍກ່ຽວກັບການຮຽນຮູ້ດົນຕີແຈ໊ສ ໃຫ້ກັບນັກສຶກສາດົນຕີມະຫາວິທະຍາໄລມະຫິດົນ, ວິທະຍາໄລບ້ານສົມເດັດ ແລະ ມະຫາວິທະຍາໄລ ຣາຊະພັດ ຈັງຫວັດສົງຂາ ປະເທດໄທ. ນອກຈາກນີ້ ຍັງມີຜົນງານການປະພັນເພງລາວອະມະຕະໃນຍຸກກ່ອນມາເປັນໃນຮູບແບບແຈ໊ສ ເປັນຕົ້ນແມ່ນ ເພງ ຈຳປາເມືອງລາວ ໃນແບບ swing Jazz, ຂັບທຸ້ມຫຼວງພະບາງ ໃນແບບ Latin bossa nova.

5.ຕອນນີ້ອ້າຍຍັງເຮັດຢູ່ບໍ?

ປັດຈຸບັນເຮັດອາຊີບນີ້ໂດຍກົງ ແລະ ມີຮ້ານຂາຍເຄື່ອງດົນຕີ ແລ້ວກໍມີການເປີດສອນດົນຕີໄປພ້ອມໆກັນ, ເຊິ່ງຮ້ານຈະຕັ້ງຢູ່ ບ້ານຄຳສະຫວາດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຟສບຸກຮ້ານແມ່ນ Lao Jazzanova Cafe & Music ແລະ ມີຊ່ອງ YouTube ຊື່ວ່າ Lao Jazzanova ອີກດ້ວຍ ເຊິ່ງຈະມີວິດີໂອການສອນດົນຕີ ແລະ ເພງຕ່າງໆ.

7.ອະນາຄົດອ້າຍຍັງຈະເຮັດວຽກດ້ານນີ້ຢູ່ຫຼືບໍ່?

ສຳລັບວົງການແຈ໊ສໃນລາວເຮົາຖືວ່າຍັງແຄບຢູ່ ແຕ່ກໍມີຄວາມຄິດຢາກພັດທະນາໃຫ້ກວ້າງໄກ ໃຫ້ມີການເຂົ້າເຖິງຜູ້ຄົນງ່າຍ ແລະ ຫຼາຍຂຶ້ນ. ປັດຈຸບັນ ກໍໄດ້ສ້າງລູກສິດຫຼາຍຄົນໂດຍສະເພາະໄວໜຸ່ມມີຄວາມສົນໃຈວົງການນີ້ ແລ້ວຕົນເອງກໍພ້ອມທີ່ຈະຖ່າຍທອດຄວາມຮູ້ແກ່ຄົນຮຸ່ນໃໝ່.

ຂອບໃຈບົດສຳພາດໂດຍ: ວັງທະນູສອນ https://bit.ly/3MGqXED

ສົນໃຈຮ້ານຂາຍດົນຕີສາມາດເບິ່ງໄດ້ທີ່: https://bit.ly/37TIJFL

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/