ຮ້ານ Starbucks ໃນ LA ວາງກ່ອງໃສ່ທິບ ໃຫ້ເລືອກທີມ ລະຫວ່າງ Johnny Depp ກັບ Amber Heard


ເອີ້ນໄດ້ວ່າຮ້ອນແຮງຢ່າງຕໍ່ເນື່ອງກັບຄະດີຟ້ອງຮ້ອງກັນ ຂອງຄູ່ຮັກ ນັກສະແດງດັງ ຈອນນີ່ ເດບ ກັບ ແອັມເບີ້ ເຮີດ ທີ່ຕອນນີ້ ຍັງຄົງເປັນກະແສໃຫ້ສັງຄົມໄດ້ວິພາກວິຈານ ກັນຢ່າງຕໍ່ເນື່ອງ ທັງໃນສານ ແລະ ນອກສານ.

ຫຼ້າສຸດ ມີຊາວເນັດອາເມຣິກາຄົນໜຶ່ງໂພສວິດີໂອທີ່ຕົນເອງໄປຊື້ກາເຟ ຢູ່ຮ້ານ Starbucks ໃນເມືອງ Los Angeles ປະເທດອາເມຣິກາ ໃນວິດີໂອສະແດງໃຫ້ເຫັນວ່າ ທາງຮ້ານ Starbucks ໄດ້ມີການວາາງກ່ອງໃສ່ທິບ ໄວ້ສອງກ່ອງຄູ່ກັນ ໂດຍກ່ອງໜຶ່ງຂຽນຊື່ຂອງ ຈອນນີ່ ເດບໃສ່ ແລະ ອີກກ່ອງໜຶ່ງແມ່ນຊື່ຂອງ ແອັມເບີ້ ເຮີດ.

ບັນຊີຜູ້ໃຊ້ TikTok ທີ່ໃຊ້ຊື່ວ່າ summervictoria_ ໂພສວິດີໂອດັ່ງກ່າວລົງ ພ້ອມໃສ່ແຄັບຊັ່ນວ່າ: “ສະໜັບສະໜູນບາຣິສຕ້າທ້ອງຖິ່ນ ແລະ ຜູ້ຊາຍຂອງເຮົາ” ໂດຍໃນຄຣິບໄດ້ມີການຍື່ນເງິນໃຫ້ພະນັກງານ ພ້ອມບອກວ່າ ເອົາໃສ່ກ່ອງຂອງ ຈອນນີ່ເດບ. ໃນວີດີໂອ ເຮົາຈະສັງເກດເຫັນວ່າ ກ່ອງຂອງ ຈອນນີ່ ເດບ ນັ້ນມີເງິນຢູ່ຈົນເຕັມ ແຕ່ກ່ອງຂອງ ແອັມເບີ້ ເຮີດ ນັ້ນກັບວ່າງເປົ່າ ບໍ່ມີເງິນແມ່ນແຕ່ໃບດຽວ.

ຄລິບນີ້ມີຄົນກົດຖືກໃຈໄປແລ້ວ ຫຼາຍກວ່າ 6 ແສນເທື່ອ ແລະ ມີຍອດການສະແດງຄວາມຄິດເຫັນຫຼາຍກວ່າ 2 ພັນເທື່ອ ສ່ວນໃຫຍ່ແມ່ນເຂົ້າຂ້າງ ຈອນນີ່ ເດບ.

ສຳລັບ ຈອນນີ່ ເດບ ແລະ ແອັມເບີ້ ເຮີດ ແມ່ນມີເລື່ອງມີລາວ ຂຶ້ນສານກັນມາຫຼາຍຮອບແລ້ວ ນັບຕັ້ງແຕ່ເຊັນໃບຢ່າຮ້າງກັນ ເມື່ອປີ 2017 ຈາກຄະດີ ທຳຮ້າຍຮ່າງກາຍກັນ. ເຊິ່ງຕອນນີ້ສານໃນ Virginia ກຳລັງຢູ່ໃນຂັ້ນຕອນພິຈາລະນາໄຕ່ສວນ ຄະດີທີ່ ຈອນນີ່ ເດບ ຟ້ອງຮ້ອງອະດີດເມຍຂອງລາວ ຂໍ້ຫາໝິ່ນ ປະໝາດ ຈາກການທີ່ ແອັມເບີ້ ເຮີດ ນັ້ນຂຽນບົດຄວາມ ໃສ່ຮ້າຍປ້າຍສີລາວ ລົງໃນສຳນັກຂ່າວ Washington Post ເມື່ອປີ 2018 ຈົນເຮັດໃຫ້ ຈອນນີ່ ເດບ ນັ້ນເສຍຫາຍຢ່າງຫຼວງຫຼາຍ ແລະ ສົ່ງຜົນກະທົບຕໍ່ອາຊີບນັກສະແດງຂອງລາວຢ່າງໜັກ ທີ່ຫຼ້າສຸດ ຖືກຖອດອອກຈາກຮູບເງົາ The Pirates of Caribbean ທີ່ເຈົ້າຕົວຮັບບົດເປັນ ກັບຕັນ ແຈັກ ສະໄປໂຣ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/