ລູກຈະມີພູມຕ້ານທານທີ່ດີ ເລີ່ມຕົ້ນທີ່ການເຂົ້າໃຈ, ການສື່ສານ ແລະ ການຮັບຟັງຂອງພໍ່ແມ່


ໃນອະດີີດນັ້ນ ເຮົາອາດຈະເຄີຍໄດ້ຍິນ ຫຼື ຮູ້ຈັກກັບຄ່ານິຍົມທີ່ວ່າ “ເປັນລູກຕ້ອງຟັງຄວາມພໍ່ແມ່” ຢ່າງໃດກໍດີສັງຄົມໃນປັດຈຸບັນນີ້ມັນໄດ້ປ່່ຽນແປງໄປຫຼາຍແລ້ວ ແລະ ເຮົາກໍຢູ່ໃນຍຸກທີ່ເຕັມໄປດ້ວຍເທັກໂນໂລຢີ, ຄ່າຄວາມຄິດໃໝ່ ແລະ ການນຳໃຊ້ຊີວິດໃນວິຖີໃໝ່ ດັ່ງນັ້ນໄວໜຸ່ມແມ່ນຈະມີແນວຄິດແຕກຕ່າງໄປຈາກຜູ້ໃຫຍ່ທີ່ເຕີບໃຫຍ່ໃນສັງຄົມຍຸກກ່ອນ. ເພາະສະນັ້ນຖ້າໃຜເປັນພໍ່ແມ່ກໍຄວນ “ຟັງຄວາມລູກ” ເຊິ່ງໝາຍຄວາມວ່າ ຮັບຟັງຄວາມຄິດແລະຄວາມຮູ້ສຶກຂອງເຂົາ.

ເມື່ອກ່ອນນັ້ນ ຜູ້ປົກຄອງຫຼືຜູ້ໃຫຍ່ມັກຈະສອນເດັກນ້ອຍວ່າ “ເປັນເດັກນ້ອຍຢ່າຖຽງຜູ້ໃຫຍ່” ແຕ່ໃນຍຸກນີ້ “ເປັນຜູ້ໃຫຍ່ຢ່າຖຽງເດັກນ້ອຍ” ແຕ່ໃຫ້ປັບປ່ຽນແນວຄິດເລີ່ມຕົ້ນດ້ວຍການຮັບຟັງດ້ວຍຈິດໃຈທີ່ເປັນກາງ ໂດຍບໍ່ຟ້າວຕັດສິນວ່າລູກເຮົາຖືກຫຼືຜິດ.

ແຕ່ການບໍ່ໂຕ້ແຍ້ງບໍ່ໄດ້ໝາຍຄວາມວ່າ ເຮົາບໍ່ມີສິດສະແດງຄວາມເຫັນທີ່ກົງກັນຂ້າມ…ແຕ່ໃຫ້ເປັນ “ການແລກປ່ຽນຄວາມຄິດເຫັນເຊິ່ງກັນແລະກັນ” ໂດຍບໍ່ໃຊ້ອຳນາດໃນຖານະພໍ່ແມ່ທີ່ຕ້ອງບັງຄັບໃຫ້ລູກເຊື່ອຟັງ ຢ່າງທີ່ເຂົາບໍ່ເຕັມໃຈ.

ພໍ່ແມ່ຕ້ອງເປັນໝູ່ສະໜິດກັບລູກ, ໃຫ້ເວລາແກ່ສະມາຊິກໃນຄອບຄົວໄດ້ມີກິດຈະກໍາແຫ່ງຄວາມສຸກມ່ວນຊື່ນຮ່ວມກັນ ເພື່ອສ້າງຮອຍຍິ້ມແລະສຽງຫົວຂວັນ…ນອກຈາກນີ້ແລ້ວ ຄອບຄົວອາດຈະມີເວລາສຳລັບການອອກໄປກິນອາຫານນອກເຮືອນ, ເບິ່ງຮູບເງົາ, ຍ່າງຫຼິ້ນໃນສະຖານທີ່ໃດໜຶ່ງ, ອອກກໍາລັງກາຍ ຫຼື ໄປທັດສະນະສະຖານທີ່ສໍາຄັນຕ່າງໆ ແທນທີ່ຈະປ່ອຍໃຫ້ລູກໃນໄວໜຸ່ມນັ້ນ ມີກິດຈະກໍາບັນເທີງກັບໝູ່ເພືີ່ອນ ແລ້ວກັບມາເຮືອນທີ່ເຕັມໄປດ້ວຍບັນຍາກາດຂອງຄວາມເຫງົາ ຫຼືເຄັ່ງຕຶງເພາະການສື່ສານໃນທາງລົບ.

ໃນກໍລະນີລູກມີບັນຫາເພາະການດໍາເນີນຊີວິດທີ່ຜິດພາດ ແທນທີ່ພໍ່ແມ່ຈະຊ້ຳເຕີມດ້ວຍຄຳເວົ້າປະມານວ່າ “ບອກແລ້ວບໍ່ເຊື່ອ ສອນບໍ່ຮູ້ຈັກຟັງຄວາມ…ເຫັນບໍ່ເລີຍຕ້ອງເປັນແບບນີ້” ໃຫ້ປ່ຽນມາເປັນການໃຫ້ກໍາລັງໃຈເດັກຈະດີກວ່າ ເພື່ອທີ່ພວກເຂົາຈະແຮງສູ້ ແລະ ຜ່ານພົ້ນອຸປະສັກນັ້ນໆ ໄປໄດ້.

ພ້ອມນີ້ ເມື່ອໄວໜຸ່ມທີ່ມີບັນຫາເຂົາເຈົ້າຈະມັກປຶກສາໝູ່ເພື່ອນ ຫຼາຍກວ່າ ພໍ່ແມ່…ເຊິ່ງສາເຫດທີ່ເປັນແນວນັ້ນກໍເພາະວ່າ ເຂົາເຈົ້າໄດ້ປະເມີນໄວ້ແລ້ວວ່າ ເມື່ອປຶກສານຳພໍ່ແມ່ “ໂອກາດທີ່ຈະຖືກຮ້າຍຫຼືດ່າ ມີຫຼາຍກວ່າການໄດ້ຄຳຕອບ ຄຳແນະນຳ” ທັງນີ້ ເຂົາເຈົ້າເຫັນວ່າໝູ່ເພື່ອນຂອງຕົນເອງນັ້ນ ຈະຮັບຟັງແລະບໍ່ຊໍ້າເຕີມ ເພາະເຂົາມີແນວຄິດຄືກັນ ແລະ ສາມາດຊ່ວຍກັນຄິດແກ້ໄຂສະຖານະການໄດ້…ແລ້ວເປັນຫຍັງພໍ່ແມ່ຈຶ່ງປ່ອຍໃຫ້ ບົດບາດແລະໜ້າທີ່ສໍາຄັນນີ້ຕົກໄປຢູ່ໃນມືໝູ່ເພື່ອນຂອງລູກເຮົາ ເຊິ່ງເຂົາເຈົ້າອາດຈະຂາດປະສົບການ ແລະ ແນະນຳບໍ່ໄດ້ດີ ເທົ່າກັບຄົນທີ່ເປັນພໍ່ແມ່.

ທັງນີ້ ທຳມະຊາດຂອງມະນຸດເຮົານັ້ນຄື “ໃຜກໍຕາມທີ່ຢູ່ໃກ້ແລ້ວມີຄວາມສຸກ ສະບາຍໃຈຫຼືມ່ວນຊື່ນ ນັ້ນຄືບ່ອນທີ່ເຮົາຢາກຢູ່…ໃຜກໍຕາມທີ່ຢູ່ນໍາແລ້ວເຮັດໃຫ້ເປັນທຸກ, ຫງຸດຫງິດ, ເກີດການລຳຄານ ນັ້ນຄືຄົນທີ່ເຮົາຢາກຖອຍຫ່າງ”… ເພາະສະນັ້ນ ຖ້າຫາກພໍ່ແມ່ ຫຼື ຜູ້ປົກຄອງເປັນແຫຼ່ງກໍາເນີດຄວາມສຸກຂອງບັນດາລູກໆ ເຂົາເຈົ້າກໍຈະບໍ່ຕິດໝູ່ ຫຼືແຟນທີ່ເຮັດໃຫເຂົາເຈົ້າມີຄວາມສຸກຫຼາຍກວ່າເວລາຢູ່ເຮືອນ ແລະ ສິ່ງສຳຄັນທີ່ເຮົາໃຊ້ໃນການສ້າງຄວາມສຸກໃຫ້ກັບຄົນອ້ອມຂ້າງນັ້ນຄື “ການສື່ສານ”.

ທີ່ມາ: https://cutt.ly/IHYCxtB

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/