ເປັນຫຍັງມົດຈຶ່ງມັກເຂົ້າຄອມພິວເຕີ?


ເຄີຍບໍ່ກັບຍາມທີ່ໃຊ້ Laptop ຫຼື ຄອມພິວເຕີ ທີ່ເຮົາຕັ້ງໄວ້ບ່ອນເກົ່າດົນໆ ເມື່ອເຮົາຍົກຂຶ້ນມາ ຫຼືສ່ອງເບິ່ງທາງຫຼັງ ມັກຈະເຮັດມົດເປັນສາຍ ລຽງກັນເຂົ້າມາໃນ ອຸປະກອນຂອງເຮົາ. ນີ້ຖືເປັນອີກບັນຫາໜຶ່ງ ທີ່ຄົນໃຊ້ Laptop ຫຼື ຄອມພິວເຕີ ສ່ວນໃຫຍ່ມັກຈະພົບ ເຊິ່ງບັນຫາມົດເຂົ້າຄອມພິວເຕີນັ້ນເປັນບັນຫານ້ອຍໆ ທີ່ອາດຈະສ້າງບັນຫາໃຫຍ່ໃຫ້ກັບພວກເຮົາໄດ້ ເນື່ອງຈາກວ່າຊາກມົດ, ຮັງມົດສາມາດໄປຂັດກັບສາຍວົງຈອນ ແລະ ອາດເຮັດໃຫ້ ແຜງວົງຈອນຊ໊ອດໄດ້ ເຊິ່ງເປັນສາເຫດທີ່ທ່ານຕ້ອງຈົກເງິນອອກຈາກກະເປົາກໍເປັນໄປໄດ້.

ສາເຫດຫຼັກໆທີ່ເຮັດໃຫ້ມີມົດມາເຂົ້າອຸປະກອນຂອງເຮົາ ກໍບໍ່ແມ່ນຫຍັງທີ່ໄກຕົວ ເພາະມັນມາຈາກພຶດຕິກຳຂອງ ເຮົາເອງ ຍົກຕົວຢ່າງເຊັ່ນ: ຫຼາຍຄົນມັກທີ່ຈະເອົາເຂົ້າໜົມ ຫຼື ອາຫານມາກິນ ລະຫວ່າງໃຊ້ຄອມພິວເຕີ ມືໜຶ່ງຈົກເຂົ້າໜົມ ມືໜຶ່ງຕີຄີບອດ ເຊິ່ງນີ້ເຮັດໃຫ້ມີເສດເຂົ້າໜົມຕົກເຮ່ຍລົງໄປຕາມຊ່ອງຄີບອດ, ຊ່ອງນ້ອຍໆຕາມຄອມພິວເຕີ ເຊິ່ງເປັນສາເຫດໃຫ້ມົດພາກັນມາຫາອາຫານຢູ່ຄອມຂອງເຮົານັ້ນເອງ.

     ບາງເທື່ອເຖິງແມ່ນວ່າພວກເຮົາບໍ່ໄດ້ກິນເຂົ້າໜົມ ຫຼື ອາຫານ. ແຕ່ຫຼາຍຄົນເວລາໃຊ້ງານຄອມແລ້ວໆບໍ່ຄ່ອຍມັກປິດ ແຕ່ໃຊ້ງານໃນໂໝດ sleep ເຮັດຄອມເຮົາຍັງໃຊ້ພະລັງງານຢູ່ເລັກນ້ອຍເຮັດໃຫ້ເກີດຄວາມອົບອຸ່ນທີ່ບໍ່ເຖິງກັບຮ້ອນ ເຊິ່ງເປັນອຸນຫະພູມທີ່ມົດມັກຫຼາຍ ເຮັດໃຫ້ມົດເຂົ້າມາຢູ່ອາໄສ ແລະ ເຮັດຮັງໄວ້ໃນຄອມເຮົາ.

ສ່ວນວິທີແກ້ໄຂຖ້າຫາກວ່າເຮົາສັງເກດເຫັນວ່າມີມົດຂຶ້ນມາຕອມຄອມເຮົາ ດ້ວຍຈຳນວນທີ່ບໍ່ຫຼາຍປານໃດ ແມ່ນໃຫ້ເຮັດຄືກັບຕອນທີ່ມົດມາຕອມອາຫານເຮົາເລີຍ ນັ້ນກໍຄືໃຊ້ມືປັດໆອອກ ຍົກຄອມຂຶ້ນມາ ເຄາະໆສັ່ນໆ ໃຫ້ມົດຮູ້ສຶກວ່າກຳລັງມີແຜ່ນດິນໄຫວຢູ່ ດຽວພວກມົດກໍພາກັນແລ່ນອອກມາເອງ (ວິທີນີ້ແນະນຳຢ່າເຄາະແຮງຈົນເກີນໄປ ເພາະສິ່ງທີ່ຈະຫຼຸດອອກມາອາດຈະບໍ່ມີພຽງໂຕມົດ).

ແຕ່ໃນກໍລະນີທີ່ມົດເຂົ້າມາເປັນຈຳນວນຫຼາຍ ປານວ່າມີຮັງຢູໃນຄອມເຮົາແລ້ວ ໃຫ້ເຮົາແກະຄອມອອກເທົ່າທີ່ແກະໄດ້ ແລ້ວຫາເຄື່ອງເປົ່າມາເປົ່າອອກ ບໍ່ແນະນຳໃຫ້ສີດຢາຂ້າມົດ ຫຼື ນໍ້າຢາຕ່າງໆເຂົ້າໄປໃນຄອມພິວເຕີ. ເພາະນອກຈາກຈະເຮັດໃຫ້ມົດຕາຍແລ້ວຄາທາງໃນຄອມເຮົາແລ້ວ ນໍ້າຈາກນໍ້າຢາຕ່າງໆ ອາດຈະເຮັດໃຫ້ຄອມເຮົາເພໄດ້.

ຫຼືອີກວິທີໜຶ່ງ ແມ່ນນຳເອົາຊາມທີ່ໃຫຍ່ນ້ອຍໜຶ່ງ ມາໃສ່ນໍ້າ ແລ້ວຫາຖ້ວຍ ຫຼື ຄົກ ຫຼື ຫຍັງກໍໄດ້ທີ່ມີຄວາມສູງເໜືອລະດັບນໍ້າໃນຊາມ ມາວາງໄວ້ທາງກາງເພື່ອເປັນບ່ອນຕັ້ງ ໂນດບຸກຂອງເຮົາ ແລ້ວເອົາ ສ້ອມ ຫຼື ບ່ວງ ມາວາງກ່າຍໄວ້ກັບຄອມລົງພື້ນ. ຖິ້ມໄວ້ໜຶ່ງຄືນມົດກໍຈະຄ່ອຍໆອອກມາເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/