ໂວວີນຳ ສິລະປະການຕໍ່ສູ້ຂອງຫວຽດນາມ ທີ່ທີມຊາດລາວຄວ້າຫຼຽນຄຳມາໄດ້


ໃນງານມະຫະກຳ ຊີເກມ ຄັ້ງທີ 31 ທີ່ປະເທດຫວຽດນາມຄັ້ງນີ້ ທີມຊາດລາວໄດ້ມີການສົ່ງທັບນັກກິລາເຂົ້າຮ່ວມຫຼາຍປະເພດກິລາ ແລະ ເຮັດຜົນງານໄດ້ດີ ພ້ອມຍັງສາມາດຄວ້າຫຼຽນໄຊກັບມາໄດ້ຫຼາຍຫຼຽນ ໃນຫຼາຍປະເພດກິລາ. ປັດຈຸບັນທີມຊາດລາວຍັງສາມາດຄວ້າໄດ້ພຽງ 2 ຫຼຽນຄຳໃນຊີເກມຄັ້ງນີ້ ແລະ ທັງສອງແມ່ນມາຈາກ ກິລາໂວວີນຳ. ເຊິ່ງຫຼາຍຄົນຍັງບໍ່ຄຸ້ນຫູ ຫຼື ບໍ່ເຄີຍໄດ້ຍິນ ບໍ່ຮູ້ວ່າກິລານີ້ມັນແມ່ນຫຍັງກັນແທ້. ມື້ນີ້ທີມຂ່າວ Lao X ຈະພາມາຮູ້ຈັກ ໂວວີນຳ ກິລາທີ່ທີມຊາດລາວສາມາດຄວ້າໄດ້ ເຖິງ 2 ຫຼຽນຄຳ.

ໂວວີນຳ (vovinam)  ເປັນສິລະປະການຕໍ່ສູ້ ປະຈຳຊາດຫວຽດນາມ ເຊິ່ງເປັນສາດໃນການຝຶກຝົນທີ່ທັງມີ ແລະ ບໍ່ມີອາວຸດ  ເຊິ່ງການແຂ່ງຈະເນັ້ນໄປທີ່ການໂຊລີລາທ່າທາງໃນການຕໍ່ສູ້ ໂດຍໃຊ້ທັງກຳລັງ ແລະ ປະຕິກິລິຍາ ສູ້ກັບຝ່າຍກົງກັນຂ້າມ, ໂວວີນຳສາມາດໃຊ້ໄດ້ເກືອບຈະທຸກສ່ວນຂອງຮ່າງກາຍເຊັ່ນ: ມື, ສອກ, ແຂນ ແລະ ຂາ. ໂດຍໃຊ້ເທັກນິກຫຼາຍຢ່າງເຂົ້າມາເປັນປັດໄຈໃນການຕັດສິນ.

ໂວວີນຳ ຖືກຄິດຄົ້ນຂຶ້ນມາຕັ້ງແຕ່ປີ 1938 ເພື່ອຝຶກຝົນໃຫ້ຊາວຫວຽດນາມໄດ້ຮຽນຮູ້ສິລະປະການຕໍ່ສູ້ ແລະ ປ້ອງກັນຕົວ ໃນສະໄໝທີ່ພວກເຂົານັ້ນຍັງຕົກເປັນຫົວເມືອງຂຶ້ນຂອງປະເທດ ຝຣັ່ງ. ໂດຍເປັນການປະສົມປະສານສິລະປະການຕໍ່ສູ້ຂອງຫຼາຍປະເທດ ໃນແຖບທະວີບອາຊີ ເຂົ້າກັບສິລະປະການຕໍ່ສູ້ ແບບດັ້ງເດີມຂອງຫວຽດນາມທີ່ມີທັງການຊົກ, ການເຕະ ຕະຫຼອດໄປຈົນເຖິງການໃຊ້ອາວຸດຕ່າງໆ ທີ່ເຕັມໄປດ້ວຍພະລະກຳລັງ ແຕ່ກໍແຝງໄປດ້ວຍ ຄວາມວ່ອງໄວ ຄ້າຍຄືກັບມວຍລາວ, ກັງຟູ ຂອງຈີນ ແລະ ເທຄວັນໂດ-ຈູໂດ ຂອງເກົາຫຼີ.

ໂວວີນຳຍັງມີເທັກນິກການໂຈມຕີທີ່ຫຼາກຫຼາຍເຊັ່ນ: ການຊົກ, ການເຕະ ຕະຫຼອດຈົນເຖິງການໃຊ້ເທັກນິກແບບມວຍປໍ້າ, ການໃຊ້ອາວຸດ ດາບ, ຂວານນ້ອຍ ກະບອງ ແລະ ອື່ນໆ.

ສຳລັບ ໂວວີນຳ ຖືກຍອມຮັບຈາກເວທີສາກົນຄັ້ງທຳອິດ ໃນການແຂ່ງຂັນ 3rd Asian Indoor Games 2009 ແລະ ຖືກບັນຈຸລົງໃນການແຂ່ງຂັນ ຊີເກມ ເປັນຄັ້ງທຳອິດ ໃນປີ 2011 ທີ່ທາງປະເທດ ອິນໂດເນເຊຍ ເປັນເຈົ້າພາບ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/