ທີມລູກເຂີຍໃສ່ມອງ ແລະ ນັດດາວ ໂຊຄວາມໜ້າຮັກ-ຄວາມສາມາດ ໃນລາຍການດັງຢູ່ໄທ “SUPERMUM”


ທີມລູກເຂີຍໃສ່ມອງ ເປັນທີ່ຮູ້ຈັກກັນຫຼາຍຄົນເລີຍກໍວ່າໄດ້ ເພາະນັກຮ້ອງທີມນີ້ໄດ້ສ້າງຜົນງານເພງທີ່ມີຊື່ສຽງດັງກ້ອງໄປໄກຈົນຮອດປະເທດເພື່ອນບ້ານ ໂດຍສະເພາະປະເທດໄທ ແລະ ລາວເຮົາກໍເຊັ່ນດຽວກັນ ຕ່າງກໍພາກັນນິຍົມຮັບຟັງກັນຢ່າງແຜ່ຫຼາຍ ເຊິ່ງແຕ່ລະເພງທີ່ອອກມາໃຫ້ໄດ້ຮັບຊົມລ້ວນແຕ່ເປັນເພງທີ່ຟັງງ່າຍສະບາຍຫູ, ຮ້ອງຕາມໄດ້ແບບສະບາຍໆຕາມສະຕາຍ ທີມລູກເຂີຍໃສ່ມອງ ເນື້ອຫາຂອງເພງອອກແນວໜ້າຮັກ, ດົນຕີແຕ່ລະເພງກໍມີຄວາມທັນສະໄໝຟັງໄດ້ແບບບໍ່ຈຳແນກເພດອາຍຸ.

ເພງຂອງທີມລູກເຂີຍໃສ່ມອງ ແຕະຮອດ 100,000,000 ວິວ ຫຼື ຫຼາຍກວ່ານັ້ນ ຫຼາຍເພງດ້ວຍກັນບໍ່ວ່າຈະເປັນເພງ: ຢາກເປັນລູກເຂີຍ ເພງນີ້ດັງຫຼາຍເປັນເພງທຳອິດ ຂອງວົງການເພງລາວທີ່ມີຍອດວິວຮອດ 100 ລ້ານວິວ ນັກຮ້ອງມີ SOPHANA x T’JAME UNO x BIGYAI, ເພງ ແພງນ້ອງ (SOPHANA x T’JAME UNO x GX2 x BIGPOM) ເພງນີ້ຍອດວິວກໍແຕະເຖິງ 30 ລ້ານກວ່າວິວ ແລະ ເພງ ພໍ່ແມ່ອ້າຍຖາມຫາ (SOPHANA x T’JAME UNO x GX2 x BIGYAI) ຍອດວິວກາຍ 100 ລ້ານວິວແລ້ວ.

ທີມລູກເຂີຍໃສ່ມອງ ເປັນທີ່ຮູ້ຈັກຂອງໃຜຫຼາຍໆຄົນ ພວກເຂົາໄດ້ອອກງານຕ່າງໆໃນລາວ, ພ້ອມກັນນີ້ ຍັງໄດ້ເປັນພີເຊັນເຕີໃຫ້ກັບຫຼາຍໆແບຣນອີກດ້ວຍ. ລາຍການດັງຕ່າງໆທາງປະເທດໄທກໍໄດ້ເຊີນທີມລູກເຂີຍໃສ່ມອງໄປຮ່ວມລາຍການນຳ ແຕ່ໄລຍະນັ້ນຈະຖືກໄລຍະໂຄວິດແຜ່ລະບາດຢ່າງຮຸນແຮງ ຈຶ່ງເລື່ອນມາເປັນປີນີ້ ເຊິ່ງກໍໄດ້ໄປອອກງານທາງຝັ່ງໄທ ໂຊຄວາມສາມາດໃນການຮ້ອງເພງ ແລະ ນອກຈາກນີ້ ຍັງໄດ້ໄປລາຍການດັງ ໝໍ່າໂຊ ເຊິ່ງຈະມີ SOPHANA x T’JAME UNO x BIGYAI x Nutdao.

ໃນການອອກລາຍການນີ້ ສາມາດສະແດງໃຫ້ຄົນລາວ-ໄທ ຫຼື ປະເທດຕ່າງໆ ໄດ້ເຫັນເຖິງຄວາມສາມາດຂອງທີມລູກເຂີຍໃສ່ມອງ, ໃນລາຍການກໍເຕັມໄປດ້ວຍຄວາມໜ້າຮັກ ມີເກມໃຫ້ໄດ້ຫຼິ້ນໃນການເວົ້າຄຳສັບຕ່າງໆ ຄວາມໜ້າຮັກ-ຕະຫຼົກ ຈຶ່ງເກີດຂຶ້ນ. ພິເສດໄປກວ່ານັ້ນ ຜູ້ຮັບຊົມທັງຫຼາຍໄດ້ຍ້ອງຍໍຊົມເຊີຍ ເຖິງຄວາມສາມາດພວກເຂົາ.

 

ສາມາດຮັບຊົມລາຍການໄດ້ທີ່ຊ່ອງ WorkpointOfficial: https://cutt.ly/aHDF7LP ຫຼື SUPERMUM

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/