ການບິນໄທ ຖ່າຍທອດສົດ ຂາຍໂຄງເຮືອບິນ Boeing 737-400 ຫວັງໃຫ້ເຈົ້າຂອງໃໝ່ນຳໄປຕໍ່ຍອດທຸລະກິດ


ເອີ້ນໄດ້ວ່າຂາຍທຸກຢ່າງ ຕາມຄຳຂວັນຂອງເພຈແທ້ໆ ກັບ Facebook ເພຈ TG Warehouse Sale ທີ່ເປັນເພຈຂາຍສິນຄ້າຂອງທາງການບິນໄທ ທີ່ມີຄຳຂວັນວ່າ: “ພວກເຮົາຂາຍທຸກຢ່າງຕັ້ງແຕ່ ໄມ້ຈິ້ມແຂ້ວ ຈົນຮອດ ເຮືອບິນ” ຫຼ້າສຸດ ການບິນໄທ ປະກາດນຳໂຄງເຮືອບິນ Boeing 737-400 ມາປະມູນຂາຍຜ່ານ Facebook ທີ່ມີຊື່ວ່າ TG Warehouse Sale ໃນວັນພຸດ ທີ 25 ພຶດສະພາ ທີ່ຈະມາຮອດນີ້.

ໂດຍທາງເພຈ ໄດ້ໂພສຂາຍໂຄງເຮືອບິນວ່າ: “One & Only ກັບໂອກາດການເປັນເຈົ້າຂອງເຮືອບິນທີ່ມີປະຫວັດອັນຍາວນານຈາກການບິນໄທ”.

“ຂໍເຊີນເຈົ້່າຂອງທຸລະກິດ ຫຼື ຜູ້ທີ່ສົນໃຈຮ່ວມປະມູນໂຄງເຮືອບິນ (Airframe) B737-400” ໂດຍທາງເພຈຍັງບອກອີກວ່າ ເຈົ້າຂອງທຸລະກິດ ສາມາດນຳໂຄງເຮືອບິນໄປຕົກແຕ່ງເປັນຮ້ານກາເຟ ເພື່ອດຶງດູດລູກຄ້າ ຫຼື ເອົາໄວ້ໄປຕັ້ງເປັນຣີສອດແບບເທ້ໆ ກໍໄດ້ເຊັ່ນກັນ.

ໂດຍການປະມູນຈະມີຂຶ້ນໃນວັນພຸດ ທີ 25 ພຶດສະພາ 2022 ເວລາ 15:00 ທີ່ເພຈ TG Warehouse Sale ເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ: https://cutt.ly/xHZxDHr

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/