260 ບໍລິສັດມາລົງທຶນຢູ່ເຂດພັດທະນາເສດຖະກິດພິເສດບໍ່ເຕັນແດນງາມ


ທ່ານ ຄອນທອງ ເລື່ອງຄຳມາ ຫົວໜ້າຄຸ້ມຄອງເຂດພັດທະນາເສດຖະກິດພິເສດບໍ່ເຕັນແດນງາມ ແຂວງຫຼວງນ້ຳທາ ໃຫ້ສຳພາດໃນວັນທີ 18 ພຶດສະພາ 2022 ວ່າ: ເຂດພັດທະນາເສດຖະກິດພິເສດບໍ່ເຕັນແດນງາມເໝາະສົມໃນການສ້າງເຂດທົດລອງ ດ້ານເສດຖະກິດ, ໂດຍອີງໃສ່ສັນຍາວ່າດ້ວຍການດັດແກ້ ແລະ ເພີ່ມ ເຕີມ ຄັ້ງວັນທີ 04 ເມສາ 2012 ເຊິ່ງກວມເອົາ ເນື້ອທີ່ທັງໝົດ 1,640 ເຮັກຕາ, ປະກອບມີ 11 ກິດຈະກຳ ຄື: ໂຄງການກໍ່ສ້າງໂຄງລ່າງພື້ນຖານເສດຖະກິດເຊັ່ນ ໄຟຟ້າ, ນ້ຳປະປາ ແລະ ຄົມມະນາຄົມ, ກະສິກຳ, ລ້ຽງສັດ, ອຸດສາຫະກຳປຸງແຕ່ງ, ສູນວັທະນະທຳ, ໂຮງແຮມ 5 ດາວ, ຣີສອດ, ສະໜາມກັອບ, ແຫຼ່ງທ່ອງທ່ຽວ, ສູນການສຶກສາ, ວັດທະນາທຳ ແລະ ສຸຂະພິບາ, ສູນການທຸລະກິດ, ການພັດທະນາອະສັງຫາລິມະຊັບ,ການເງິນ, ການທະນາຄານ, ຕະຫຼາດຫຼັກຊັບ, ໄປສະນີ ແລະ ໂທລະຄົມມະນາຄົມ,ທຸລະກິດບໍລິການເຊົ່າລົດໃຫຍ່, ນ້ອຍ, ລົດຈັກ ແລະ ສວນສາທາລະນະ ແລະ ສວນຂຽວ.

ປັດຈຸບັນສາມາດສຳເລັດການ ບຸກເບີກເນື້ອທີ່ດິນ, ປັບພື້ນທີ່ດິນພູໃຫ້ຮາບພຽງ ເພື່ອຮອງຮັບນັກລົງທຶນທີ່ມີຄວາມສົນໃຈເຂົ້າມາລົງທຶນພາຍໃນເຂດໄດ້ 1,131.8 ເຮັກຕາ ແລະ ຈັດແບ່ງການນຳໃຊ້ຕອນດິນ ອອກເປັນ 3 ເຂດ ຄື: ເຂດເສດຖະກິດການຄ້າ ແລະ ການເງິນສາກົນ: ມີເນື້ອທີ່ 266 ເຮັກຕາ; ເຂດວັດທະນະທໍາແລະທ່ອງທ່ຽວກວມເອົາເຂດສາທາລະນະສຸກ, ເຂດການສຶກສາແລະອື່ນໆ. ມີເນື້ອທີ່ລວມ 732.6 ເຮັກຕາ ແລະ ເຂດຄ່ຽນຖ່າຍສິນຄ້າ (ໂລຈິສຕິກ) ເຊິ່ງລວມທັງເຂດອຸດສາຫະກຳປຸງແຕ່ງມີເນື້ອທີ່ລວມ 133.2 ເຮັກຕາ.

ເຂດພັດທະນາເສດຖະກິດພິເສດບໍ່ເຕັນແດນງາມ ສາມາດດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ 260 ບໍລິສັດ ມີທຶນຈົດທະບຽນ 676,781,200,000 ກີບ ແລະ ເປັນເງິນຢວນ 15,097,504,171 ຢວນ. ໂອກາດນີ້ທ່ານກໍໄດ້ເຊີນຊວນນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ມີຈຸດປະສົງທີ່ຈະເຂົ້າມາທ່ຽວຊົມພາຍໃນເຂດ ແມ່ນສາມາດເດີນທາງມາໄດ້. ແຕ່ກ່ອນທີ່ຈະເຂົ້າມາຍັງເຂດ ຈະຕ້ອງໄດ້ມີການລົງທະບຽນກວດ ATK ເພື່ອຢັ້ງຢືນການກວດຫາເຊື້ອພະຍາດໂຄວິດ-19 ກ່ອນ, ຈາກນັ້ນເມືອຮູ້ຜົນກວດເປັນລົບແລ້ວ ກໍສາມາດເຂົ້າມາທ່ອງທ່ຽວ ແລະ ຢ້ຽມຊົມພາຍໃນເຂດໄດ້ເລີຍ ເຊິ່ງຈະມີເຈົ້າຫນ້າທີ່ ປກສ ເຂດ ແລະ ລປພ ເຂດບໍ່ເຕັນແດນງາມ ເປັນຜູ້ເກັບກຳຂໍ້ມູນ ແລະ ຕິດຕາມ ເພື່ອຮັກສາຄວາມປອດໄພໃຫ້ ໃນສະຖານທີ່ທ່ອງທ່ຽວຕ່າງໆໃນເຂດ.

ເຂດເສດຖະກິດພິເສດ ບໍ່ເຕັນແດນງາມ, ຜ່ານມາມີ 6 ບໍລິສັດ ທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ມາຂຶ້ນທະບຽນນຳ, ເຊິ່ງນັບແຕ່ມີພະຍາດໂຄວິດ-19 ເຂົ້າມາ ເຮັດໃຫ້ບໍລິສັດດັ່ງກ່າວ ບໍ່ໃດ້ມີການເຄື່ອນໄຫວ ເນື່ອງຈາກສະຖານທີ່ທ່ອງທ່ຽວເບື້ອງລາວ, ສປ ຈີນ ກໍຄືທົ່ວໂລກໄດ້ຢຸດລົງ.

ໃນໂອກາດທີ່ລັດຖະບານໄດ້ມີນະໂຍບາຍເປີດປະເທດຄືແນວນີ້ ດ້ານບໍລິສັດທ່ອງທ່ຽວໃນເຂດກໍຈະໄດ້ກັບຄືນມາເຄື່ອນໄຫວຄືນ, ສ່ວນບໍລິສັດ ທ່ອງທ່ຽວຂອງແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ສາມາດເຂົ້າມາປະສານຮ່ວມມືກັບບໍລິສັດທ່ອງທ່ຽວໃນເຂດ ເພື່ອແລກປ່ຽນເອົານັກທ່ອງທ່ອງຂອງແຂວງມາທ່ຽວໃນເຂດ ແລະ ເອົານັກທ່ອງທ່ຽວຂອງເຂດໄປທ່ອງທ່ຽວຢູ່ໃນແຂວງຫຼວງນໍ້າທາ, ຕ່າງແຂວງ ກໍສາມາດປະສານຮ່ວມມືນຳກັນ ຫຼື ສາມາດມາຂຶ້ນທະບຽນເຄື່ອນໄຫວໄດ້ເອງຢູ່ໃນເຂດ.

ຕໍ່ກັບຂອດປະສານງານນີ້ໃຫ້ທາງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງປັບປຸງຂອດ, ຂັ້ນຕອນປະສານງານ, ການເກັບຄ່າທຳນຽມບໍລິການຫລາຍຂອດ ແລະ ການປະກອບເອກະສານໃຫ້ກະທັດຮັດວ່ອງໄວ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເປັນຕົ້ນແມ່ນປະກອບເອກະສານການເຂົ້າອອກຜ່ານດ່ານ ແຕ່ລະດ່ານ, ຜ່ານເຂດ, ຜ່ານເມືອງ-ແຂວງ, ແລະ ສະຖານທີ່ທ່ອງທ່ຽວຕ່າງໆ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/