ລາວ-ຣັດເຊຍ ສືບຕໍ່ການຮັດເເໜ້ນສາຍພົວພັນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ

ລາວ-ຣັດເຊຍ

ໃນ​ຕອນ​ແລງຂອງວັນທີ 4 ສິງຫາ 2022, ທີ່ ພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບ​ປະສອງຝ່າຍ ກັບ ພະນະທ່ານ ເຊີຣເກ ລາວະຣົບ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ໃນໂອກາດເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ຄັ້ງທີ 55 ແລະ ກອງປະຊຸມປິ່ນອ້ອມອື່ນໆ.

ລາວ-ຣັດເຊຍ

ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕິີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອມາແຕ່ດົນນານ, ເຊິ່ງສືບຕໍ່ໄດ້ຮັບການຮັດເເໜ້ນ ແລະ ເສີມຂະຫຍາຍ ບົນພື້ນຖານຄວາມເຂົ້າໃຈ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ບົນຈິດໃຈດັ່ງກ່າວ, ສອງຝ່າຍ ຍັງໄດ້ເນັ້ນເຖິງການຮ່ວມມືໃນຫຼາຍຂົງເຂດ ທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ຄວາມໝັ້ນຄົງ, ການສຶກສາ, ສາທາລະນະສຸກ, ພະລັງງານ. ນອກຈາກນີ້, ສອງຝ່າຍ ໄດ້ແລກປ່ຽນທັດສະນະຕໍ່ບັນຫາພົ້ນເດັ່ນໃນພາກພື້ນ ແລະ ສາກົນ, ການຮ່ວມມືໃນຂອບອາຊຽນ, ອາຊຽນ-ຣັດເຊຍ ແລະ ສປຊ.

ລາວ-ຣັດເຊຍ

​      ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງ ລັດຖະບານ ແລະ ປະຊາຊົນ ຣັດເຊຍ ທີ່ມີຕໍ່ ສປປ ລາວ ຕະຫຼອດໄລຍະຜ່ານມາ, ໂດຍສະເພາະການຊ່ວຍເຫຼືອໃນການສ້າງຊັບພະຍາກອນມະນຸດ, ການຊ່ວຍເຫຼືອດ້ານມະນຸດສະທໍາ, ອຸປະກອນການແພດ ແລະ ຢາວັກຊີນ ຕ້ານພະຍາດໂຄວິດ-19.

ລາວ-ຣັດເຊຍ

ຂໍ້ມູນຈາກ: https://cutt.ly/xZGHPJY

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ