ແມ່ຄ້າຊາວຂາຍກຽມຕົວແລ້ວບໍ່! Facebook ປະກາດປິດໃຊ້ງານຟີເຈີ Live Shopping ໃນວັນທີ 1 ຕຸລາ 2022 ນີ້

Facebook live

ສຳລັບພໍ່ຄ້າແມ່ຄ້າ ຫຼື ຄົນທີ່ເຮັດທຸລະກິດຄ້າຂາຍອອນລາຍເທິງແພລັດຟອມຢ່າງ Facebook ກໍຄືຈະຄຸ້ນເຄີຍກັບຟີເຈີ Live Shopping ກັນເປັນຢ່າງດີ ເພາະຟີເຈີນີ້ຊ່ວຍໃຫ້ການຄ້າຂາຍອອນລາຍເປັນເລື່ອງສະດວກແລະງ່າຍຕໍ່ຜູ້ຊື້ແລະຜູ້ຂາຍ. ຢ່າງໃດກໍຕາມເບິ່ງຄືວ່າແມ່ຄ້າຊາວຂາຍຈະບໍ່ສາມາດໃຊ້ຟີເຈີນີ້ໄດ້ອີກຕໍ່ໄປ ເພາະຫຼ້າສຸດທາງ Facebook ໄດ້ອອກມາປະກາດວ່າຈະປິດໃຊ້ງານຟີເຈີ Live Shopping ໃນໄວໆ ນີ້.

Facebook live

ລາຍລະອຽດໃນໂພສບລັອກ ຂອງບໍລິສັດກ່າວວ່າ Facebook Live Shopping ຈະປິດຕົວລົງຢ່າງເປັນທາງການໃນວັນທີ 1 ຕຸລາ 2022 ເປັນຕົ້ນໄປ ເຊິ່ງຜູ້ໃຊ້ຈະບໍ່ສາມາດເຮັດກິດຈະກໍາ Live Shopping (Live ສົດຂາຍເຄື່ອງ) ເທິງແພລັດຟອມຂອງ Facebook ໄດ້ອີກຕໍ່ໄປ ໃນສ່ວນຂອງ Facebook Live ແມ່ນຍັງໃຊ້ງານໄດ້ປົກກະຕິຄືເກົ່າ ພຽງແຕ່ບໍ່ມີຕົວເລືອກໃນການສ້າງ ແລະ ຂາຍຜະລິດຕະພັນລະຫວ່າງການຖ່າຍທອດສົດ.

Facebook live

ໂດຍສາເຫດທີ່ນຳຟີເຈີນີ້ອອກໄປ Facebook ອ້າງວ່າພຶດຕິກໍາຂອງຜູ້ບໍລິໂພກປ່ຽນໄປເນື່ອງຈາກຊາວໂຊຊຽວສ່ວນໃຫຍ່ເບິ່ງຄືວ່າຈະເບິ່ງວິດີໂອແບບສັ້ນຫຼາຍກວ່າ ເຊິ່ງນັ້ນຄືເຫດຜົນທີ່ບໍລິສັດຈະໃຫ້ຄວາມສໍາຄັນກັບ Reels ເທິງ Instagram ຫຼາຍຂຶ້ນ ເຊິ່ງມີຕົວເລືອກທີ່ຄ້າຍຄືກັນເພື່ອໃຫ້ຜູ້ໃຊ້ສາມາດໃຊ້ແທັກໃນວິດີໂອໄດ້.

ແລະສິ່ງທີ່ໜ້າສົນໃຈຄື Facebook ບໍ່ແມ່ນແພລັດຟອມດຽວທີ່ຕັດສິນໃຈຕັດ Live Shopping ອອກ ເພາະເມື່ອເດືອນກ່ອນ ແພລັດຟອມອັນດັບໜຶ່ງຢ່າງ TikTok ກໍປະກາດວ່າຈະບໍ່ນໍາ TikTok Live Shopping ເຂົ້າມາໃນສະຫະລັດອາເມຣິກາອີກຕໍ່ໄປ ເນື່ອງຈາກກະແສຕອບຮັບໃນການໃຊ້ງານນັ້ນໜ້າຜິດຫວັງຢ່າງໜັກ ເຊິ່ງກ່ອນໜ້ານີ້ໄດ້ເປີດຕົວແລ້ວໃນອັງກິດ. ແຕ່ອີກດ້ານ TikTok Live Shopping ໃນປະເທດຈີນເຊິ່ງເປັນຕະຫຼາດບ້ານເກີດ ແມ່ນໄດ້ຮັບຄວາມນິຍົມແລະເຮັດກໍາໄລໄດ້ຫຼາຍ.

Facebook live

ສໍາລັບຟີເຈີ Facebook Live Shopping ໄດ້ເປີດຕົວອອກມາຄັ້ງທໍາອິດໃນປີ 2020 ໂດຍທາງ Facebook ລະບຸວ່າຟີເຈີນີ້ຈະມອບປະສົບການການຊື້ຂາຍແບບໃໝ່ໃຫ້ກັບຜູ້ໃຊ້ ແລະ ເພື່ອເຮັດໃຫ້ຜູ້ໃຊ້ສາມາດຊື້ສິນຄ້າໄດ້ໂດຍກົງຈາກການຖ່າຍທອດສົດເທິງແພລັດຟອມຂອງ Facebook.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ