6 ສິງຫາ ຄົບຮອບ 77 ປີ ທີ່ລະເບີດນິວເຄຼຍ “Little Boy” ຖືກຖິ້ມລົງເມືອງຮິໂຣຊິມາ

Little Boy

ໃນວິຊາປະຫວັດສາດຫຼາຍຄົນກໍອາດຈະຮູ້ແລ້ວວ່າໃນວັນທີ 6 ສິງຫາ 1945 ເປັນວັນທີ່ເກີດເຫດການຄັ້ງໃຫຍ່ຂອງໂລກທີ່ໃນຕອນນັ້ນສະຫະລັດອາເມຣິກາໄດ້ໃຊ້ລະເບີດນິວເຄຼຍ ທີ່ມີຊື່ວ່າ “Little Boy” ລົງໃສ່ເມືອງຮິໂຣຊິມາ ຂອງຍີ່ປຸ່ນໃນໄລຍະທ້າຍສົງຄາມໂລກຄັ້ງທີ 2 ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງຫຼວງຫຼາຍແລະ ເປັນເຫດເຮັດໃຫ້ຍີ່ປຸ່ນຕ້ອງປາລະໄຊໃນສົງຄາມໂລກຄັ້ງທີ 2 ເຊິ່ງປີນີ້ຄົບຮອບ 77 ປີ ທີ່ເກີດເຫດການດັ່ງກ່າວ.

Little Boy

ຢ້ອນໄປໃນອະດີດກັບຝັນຮ້າຍທີ່ຊາວຍີ່ປຸ່ນຕ້ອງປະເຊີນ ເມື່ອວັນທີ 6 ສິງຫາ 1945 ຫຼື 77 ປີກ່ອນ ເວລາ 8:15 ນາທີ (ຕາມເວລາທ້ອງຖິ່ນ) ເຮືອບິນຖິ້ມລະເບີດຂອງສະຫະລັດອາເມຣິກາໄດ້ນໍາລະເບີດນິວເຄຼຍຢູເຣນ່ຽມທີ່ມີຊື່ລະຫັດວ່າ “Little Boy”  ໄປຖິ້ມໃສ່ເມືອງຮິໂຣຊິມາຂອງຍີ່ປຸ່ນ ລະເບີດລູກດັ່ງກ່າວນັ້ນມີນ້ຳໜັກປະມານ 4.4 ໂຕນ ແຕ່ມີຄວາມຮຸນແຮງທຽບເທົ່າກັບລະເບີດ TNT (Trinitrotoluene) ເຖິງ 16,000 ໂຕນ ແລະ ໄດ້ສ້າງຄວາມເສຍຫາຍອອກໄປໃນບໍລິເວນອ້ອມຮອບເປັນວົງກວ້າງຈົນເກືອບບໍ່ເຫຼືອຊາກ.

Little Boy

ໃນເຫດການຄັ້ງນັ້ນເຮັດໃຫ້ມີຜູ້ເສຍຊີວິດ 140,000 ຄົນ ແລະ ບາດເຈັບອີກ 35,000 ໃນຈໍານວນຂອງຜູ້ເສຍຊີວິດນັ້ນ 80,000 ຄົນເສຍຊີວິດທັນທີຕອນທີ່ລະເບີດລົງ ແລະ ອີກ 60,000 ຄົນຕ້ອງທຸກທົນທໍລະມານຈາກຣັງສີ, ສານເຄມີຂອງລະເບີດ ແລະ ຕໍ່ມາກໍເສຍຊີວິດໃນປີດຽວກັນ.

Little Boy

ອີກສາມມື້ຕໍ່ມາ ໃນວັນທີ 9 ສິງຫາ 1945 ລະເບີດນິວເຄຼຍລູກທີ 2 ທີ່ມີຊື່ລະຫັດວ່າ “Fat Man” ກໍໄດ້ຖືກຖິ້ມລົງທີ່ເມືອງນາງາຊາກິ ສົ່ງຜົນໃຫ້ມີຜູ້ເສຍຊີວິດທັນທີກວ່າ 75,000 ຄົນ ເປັນເຫດເຮັດໃຫ້ຍີ່ປຸ່ນປະກາດຍົກທຸງຂາວ ແລະ ປະກາດປະລາໄຊ ເຊິ່ງນັ້ນເປັນຈຸດສິ້ນສຸດສົງຄາມໂລກຄັ້ງທີ 2.

ແລະຈາກມື້ນັ້ນຈົນຮອດມື້ນີ້ ເຖິງແມ່ນວ່າເວລາຈະຜ່ານໄປແລ້ວ 77 ປີ ນັກປະຫວັດສາດ ແລະ ຄວາມຄິດການເມືອງຂອງປະຊາຄົມລະຫວ່າງປະເທດຕ່າງພາກັນແນະນໍາໃຫ້ຍີ່ປຸ່ນຢ້ອນກັບໄປເບິ່ງຕົນເອງ ບໍ່ພຽງແຕ່ໃນຖານະເຫຍື່ອ ແຕ່ໃຫ້ເບິ່ງວ່າຍີ່ປຸ່ນເອງຄືຄົນກໍ່ໃຫ້ເກີດເຫດການດັ່ງກ່າວ ໂດຍກອງທັບຍີ່ປຸ່ນໄດ້ເຂົ້າຍຶດເອົາພື້ນທີ່ຫຼາຍແຫ່ງຂອງບັນດາປະເທດໃນທະວີບເອເຊຍແບບບໍ່ມີຄວາມປານີ ທັງກ່ອນ ແລະ ຫຼັງສົງຄາມໂລກຄັ້ງທີ 2 ພ້ອມກັນນັ້ນຍັງສ້າງຄວາມທຸກທໍລະມານແລະພາກຊີວິດຜູ້ບໍລິສຸດໄປເປັນຈໍານວນຫຼວງຫຼາຍ ຈຶ່ງເປັນສາເຫດຂອງການແກ້ແຄ້ນເອົາຄືນໃນທີ່ສຸດ.

ທັງນີ້ ເຫດການຕ່າງໆ ທີ່ເກີດຂຶ້ນມັນໄດ້ສະທ້ອນເຖິງຄວາມໂຫດຮ້າຍຂອງສົງຄາມທີ່ຄົນທັງໂລກຕ່າງພາກັນຈື່ຈໍາໄປອີກດົນນານ ແລະ ຫາກຈັດອັນດັບຄວາມຮຸນແຮງເຫດລະເບີດທີ່ເມືອງຮິໂຮຊິມາ ແລະ ເມືອງນາກາຊາກິ ຂອງຍີ່ປຸ່ນໃນປີ 1945 ຖືໄດ້ວ່າເປັນຄວາມຮຸນແຮງທີ່ເປັນອັບດັບໜຶ່ງ ແລະ ອັນດັບສອງຂອງໂລກ.

 ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ