ລາຄາ Bitcoin ເພີ່ມຂຶ້ນເໜືອລະດັບ 37,000 ໂດລາ ຕ້ອນຮັບ “Javier Milei” ປະທານາທິບໍດີອາເຈນຕິນາຄົນໃໝ່


ໃນວັນທີ 20 ພະຈິກ ໄດ້ມີການລາຍງານວ່າ ອາເຈນຕິນາໄດ້ປະກາດເລືອກ Javier Milei ໃຫ້ກາຍເປັນປະທານາທິບໍດີອາເຈນຕິນາຄົນໃໝ່. ເນື່ອງຈາກ Javier Milei ນັ້ນມີທັດສະນະຄະຕິແນມເຫັນການໄກ ຈຶ່ງເຮັດໃຫ້ເຂົາຖືກໂຫວດໃຫ້ກາຍເປັນປະທານາທິບໍດີຄົນຕໍ່ໄປດ້ວຍຄະແນນໂຫວດ 56% ເມື່ອທຽບກັບ Sergio Massa, ຄູ່ແຂ່ງຂອງລາວທີ່ໄດ້ຮັບ 44% ຂອງຄະແນນສຽງ, ເພື່ອເຂົ້າມາແກ້ໄຂບັນຫາເສດຖະກິດທີ່ໄດ້ຮັບຜົນກະທົບຈາກໄພເງິນເຟີ້ໄດ້ແກ່: ເສດຖະກິດທີ່ກຳລັງຖົດຖອຍໃນປັດຈຸບັນ ແລະ ຄວາມທຸກຍາກທີ່ກຳລັງເພີ່ມຂຶ້ນ.

Javier Milei ນັ້ນເປັນທີ່ຮູ້ຈັກໃນຖານະຜູ້ສະໜັບສະໜູນ Bitcoin, ເຂົາກ່າວວ່າ: “Bitcoin ແມ່ນຫົນທາງທີ່ຈະຄືນອໍານາດໃຫ້ແກ່ປະຊາຊົນ ແລະ ຫຼຸດຜ່ອນບົດບາດຂອງລັດຖະບານໃນລະບົບການເງິນ”

ລາຄາຂອງ Bitcoin (BTC) ໄດ້ມີການເຄື່ອນໄຫວຢ່າງມິດໆໃນທ້າຍອາທິດກ່ອນທີ່ລາຄາຂອງ Bitcoin ຈະເພີ່ມຂຶ້ນສູງໃນຕອນບ່າຍວັນອາທິດ. ເນື່ອງຈາກບັນດານັກລົງທຶນເຊື່ອວ່າ Javier Milei ນັ້ນຈະເປັນສັນຍານທີ່ດີໃຫ້ກັບລາຄາໃນອະນາຄົດຂອງ Bitcoin ເພາະເຂົາເປັນຜູ້ທີ່ສະໜັບສະໜູນ Crypto. ໂດຍຫຼັງຈາກທີ່ໄດ້ມີການລາຍງານວ່າ Sergio Massa ໄດ້ຍອມຮັບຄວາມພ່າຍແພ້ຢ່າງເປັນທາງການຕໍ່ Javier Milei, ລາຄາຂອງ Bitcoin ກໍໄດ້ເພີ່ມຂຶ້ນເກືອບ 3% ໃນ 24 ຊົ່ວໂມງທີ່ຜ່ານມາ, ໂດຍມີລາຄາຊື້ຂາຍກັນຢູ່ທີ່ 37,350 ໂດລາ.

Javier Milei ໄດ້ກ່າວໃນຕອນຕົ້ນປີ 2023 ເມື່ອຖືກຖາມກ່ຽວກັບ bitcoin ເຊິ່ງເຂົາກໍໄດ້ຕອບໄປວ່າ “ທະນາຄານກາງແມ່ນລະບົບການຫຼອກລວງ, Bitcoin ເທົ່ານັ້ນທີ່ຈະຄືນອຳນາດໃຫ້ກັບປະຊາຊົນໃນການຄວບຄຸມເງິນຂອງເຂົາເຈົ້າ, ເຊິ່ງພາກ​ເອກະ​ຊົນເອງ​ຄວນ​ມີ​ບົດບາດ​ສຳຄັນ​ໃນ​ການ​ກຳນົດ​ທິດ​ທາງຂອງ​ເສດຖະກິດ”

ຢ່າງໃດກໍຕາມ, ໃນປັດຈຸບັນ Javier Milei ຍັງບໍ່ໄດ້ດໍາເນີນການການສະເໜີໃຫ້ມີການຊໍາລະ Bitcoin ທີ່ຖືກຕ້ອງຕາມກົດໝາຍ, ແຕ່ເຂົາກັບຮຽກຮ້ອງໃຫ້ລົບລ້າງລະບົບທະນາຄານກາງຂອງປະເທດ ​ແລະ​ ​ເພີ່ມ​ງົບປະມານດ້ວຍເງິນໂດລາໃສ່​ເສດຖະກິດ​ອາ​ເຈນ​ຕິ​ນາ​ໃນຕອນນີ້ທີ່​ກຳລັງປະເຊີນກັບບັນຫາ​ອັດຕາ​ເງິນ​ເຟີ້​ທີ່​ບັນລຸ 142% ​ໃນ​ເດືອນ​ຕຸລາ.

ທີ່ມາ:

coindesk

theguardian

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/