10 ວິທີນອນຫຼັບແນວໃດໃຫ້ໄດ້ສຸຂະພາບດີ! ຊີວິດຍືນຍາວ


ຫຼາຍ​ຄົນ​ບໍ່​ຄ່ອຍ​ໃຫ້​ຄວາມ​ສຳ​ຄັນ​ກັບ​ການນອນ​ໂດຍ​ສະ​ພາ​ະ​ໄວ​ໜຸ່ມ​ຍຸກ​ໃໝ່ ແລະ ໄວ​ເຮັດ​ວຽກ​ທີ່​ມັກ​ຈະ​ອົດ​ນອນ​ເພື່ອ​ເຮັດ​ວຽກຫຼື​ກິດ​ຈະ​ກຳ​ບາງ​ຢ່າງ ແຕ່​ຮູ້​ບໍ​ວ່າ​ການ​ອົດ​ນອນ ແລະ ການນອນ​ທີ່​ບໍ່​ມີ​ຄຸນນະ​ພາບ​ນັ້ນ​ສົ່ງ​ຜົນ​ເສຍ​ຢ່າງຫຼວງຫຼາຍ​ຕໍ່​ສະ​ໝອງ ແລະ ຮ່າງ​ກາຍ​ຂອງ​ຄົນ​ເຮົາໂດຍ​ງານ​ວິ​ໄຈ​ຊີ້​ວ່າ​ການນອນຫຼັບ​ທີ່​ບໍ່​ໄດ້ຄຸ​ນະ​ພາບ​ນັ້ນມີ​ຜົນ​ຕໍ່​ອາ​ການ​ຊຶມ​ເສົ້າ, ໂຣກ​ຫົວ​ໃຈ, ໄມ​ເກ​ຣນ ແລະ ມີ​ທ່າ​ອ່ຽງ​ເຮັດ​ໃຫ້​ອາ​ຍຸ​ສັ້ນອີກດ້ວຍ.

ສະ​ນັ້ນ, ການນອນຫຼັບ​ທີ່ມີ​ຄຸນນະ​ພາບຈຶ່ງ​ຈຳ​ເປັນຫຼາຍ​ສຳລັບພວກ​ເຮົາ​ທຸກ​ຄົນ ເພາະມັນປຽບດັ່ງຮາງວັນທີ່ຮ່າງກາຍຕ້ອງການເພື່ອຟື້ນຟູຕົນເອງ ໂດຍ​ເຮົາທຸກຄົນສາ​ມາດ​ປັບ​ການນອນຂອງ​ຕົນ​ເອງ​ໃຫ້​ມີ​ຄຸ​ນະ​ພາບ​ຜ່ານ​ການ​ຮູ້​ຈັກ 10  ວິ​ທີ​ຕໍ່​ໄປ​ນີ້!

  1.  ນອນຫຼັບໃຫ້ພຽງພໍໃນເວລາເດີມເປັນປະຈຳ

ເພື່ອໃຫ້ການນອນຫຼັບສອດຄ່ອງກັບໂມງຊີວິດ (Biological Clock) ຫຼື ວົງຈອນຂອງລະບົບໃນຮ່າງກາຍມະນຸດ ເຮົາຈຶ່ງຄວນນອນຫຼັບໃຫ້ພຽງພໍ, ຕື່ນ ແລະ ເຂົ້ານອນເປັນເວລາເດີມທຸກວັນ. ເພາະເມື່ອເຖິງເວລານອນຮ່າງກາຍ  ຈະຜະລິດຮໍໂມນ 2 ຊະນິດໄດ້ແກ່ເມລາໂທນິນ (Melatonin) ເຊິ່ງເປັນຮໍໂມນແຫ່ງການນອນຫຼັບທີ່ເຮັດໃຫ້ຮູ້ສຶກຢາກນອນ ແລະ ໂກຣທຮໍໂມນ (Growth hormone) ເຊິ່ງເປັນຮໍໂມນຊ່ວຍຊະລໍຄວາມເຖົ້າແກ່ເພື່ອຟື້ນຟູຮ່າງກາຍ

ການເຂົ້ານອນໃນເວລາ 22.00 ໂມງ ຫຼື ຊ້າສຸດບໍ່ເກີນ 23.00 ໂມງຈະເຮັດໃຫ້ເຮົາເຂົ້າເຖິງໄລຍະຫຼັບເລິກໄດ້ໃນຕອນ 23.00-01.30 ໂມງເຊິ່ງຖືເປັນເວລາທີ່ໂກຣທຮໍໂມນຫຼັ່ງອອກມາຫຼາຍທີ່ສຸດ ໂດຍຜູ້ໃຫຍ່ຄວນນອນໃຫ້ໄດ້ 7-9 ຊົ່ວໂມງທຸກຄືນເພື່ອໃຫ້ຕື່ນຂຶ້ນມາຈະໄດ້ຮູ້ສຶກສົດຊື່ນ

  1. ຫຼີກເວັ້ນການໃຊ້ອຸປະກອນເອເລັກໂຕຣນິກ

ແສງຄືໜຶ່ງໃນປັດໄຈທີ່ມີຜົນຕໍ່ການນອນຂອງເຮົາ ເມື່ອແສງສະຫວ່າງຂອງວັນຫຼຸດລົງຮ່າງກາຍຈະຫຼັ່ງຮໍໂມນເມລາໂທນິນອອກມາເຮັດໃຫ້ຮູ້ສຶກຢາກນອນ ແຕ່ແສງສີຟ້າ (Blue Light) ຈາກຈໍໂທລະສັບ, ຄອມພິວເຕີ, ໂທລະພາບຈະໄປກະທົບກັບຄື້ນສະໝອງເຮັດໃຫ້ຢັບຢັ້ງການຫຼັ່ງຮໍໂມນເມລາໂທນິນເຮັດໃຫ້ບໍ່ຮູ້ສຶກຢາກນອນ ນອກນີ້ຍັງສົ່ງຜົນກະທົບໃຫ້ໄລຍະເວລາຫຼັບເລີກ ແລະ ໄລຍະເວລາຫຼັບຝັນຫຼຸດລົງ ເຊິ່ງເປັນເວລາທີ່ສຳຄັນຕໍ່ການຮຽນຮູ້ ແລະ ການເຮັດວຽກຂອງສະໝອງ

ດັ່ງນັ້ນ, ຄວນລະເວັ້ນການໃຊ້ອຸປະກອນເອເລັກໂຕຣນິກທຸກຊະນິດໂດຍສະເພາະ 1-2 ຊົ່ວໂມງກ່ອນເວລາເຂົ້ານອນເພາະແສງສິຟ້າຈະສົ່ງຜົນໃຫ້ນອນຫຼັບຍາກຂຶ້ນ ແລະ ຄຸນະພາບການນອນຫຼຸດລົງນັ້ນເອງ.

  1. ປັບເລື່ອງອາຫານການກິນ
    • ຫຼີກເວັ້ນການກິນອາຫານຊຸດໃຫຍ່ກ່ອນນອນ, ອາຫານທີ່ມີນ້ຳຕານ ແປ້ງ ແລະ ໂຊດຽມສູງ. ແນະນຳໃຫ້ກິນເຂົ້າແລງໃຫ້ແລ້ວກ່ອນເວລາ 19.00 ໂມງ ຫຼື ປະມານ 2-4 ຊົ່ວໂມງກ່ອນເຂົ້ານອນ
    • ຫຼີກເວັ້ນເຄື່ອງດື່ມທີ່ມີຄາເຟອີນເຊິ່ງກະຕຸ້ນການເຮັດວຽກຂອງສະໝອງ ຫາກຕ້ອງການດື່ມແນະນຳໃຫ້ດື່ມກ່ອນເວລາ 14.00 ໂມງເພາະຕັບຕ້ອງໃຊ້ເວລາເຖິງ 8 ຊົ່ວໂມງໃນການຂັບຄາເຟອີນອອກຈາກຮ່າງກາຍ
  1. ຫຼີກເວັ້ນການສູບຢາ ແລະ ດື່ມເຄື່ອງດື່ມແອລກໍຮໍ

ຜົນການວິໄຈພົບວ່າການສູບຢາພຽງ 1 ມວນຈະເຮັດໃຫ້ເຮົາຫຼັບເລິກໜ້ອຍລົງເຖິງ 1-2 ນາທີທຽບກັບຜູ້ບໍ່ສູບຢາ ເຊິ່ງສາເຫດກໍມາຈາກນິໂຄຕິນທີ່ກະຕຸ້ນປະສາດສ່ວນກາງຈຶ່ງຂັດຂວາງຮ່າງກາຍບໍ່ໃຫ້ເຂົ້າສູ່ໄລຍະຫຼັບເລິກ ແລະ ເຮັດໃຫ້ນອນຫຼັບຍາກ

ສ່ວນການດື່ມແອລກໍຮໍນັ້ນເຖິງແມ່ນວ່າຈະສ້າງຄວາມຮູ້ສຶກຜ່ອນຄາຍ ແຕ່ການດື່ມກ່ອນເຂົ້ານອນນັ້ນຈະເປັນການລົບກວນວົງຈອນການນອນຫຼັບທີ່ມີຜົນຕໍ່ຄື້ນສະໝອງລະຫວ່າງໄລຍະຫຼັບເລິກ ແລະ ໄລຍະຫຼັບຝັນເຮັດໃຫ້ເສຍຄຸນະພາບການນອນ ແລະ ການນອນຖືກລົບກວນໄດ້ງ່າຍຂຶ້ນ.

  1. ນັ່ງສະມາທິກ່ອນເຂົ້ານອນ

ການນັ່ງສະມາທິເປັນໜຶ່ງໃນວິທີທີ່ເຮັດໃຫ້ຄື້ນສະໝອງເຮັດວຽກຊ້າລົງຈົນຢູ່ໃນໄລຍະຄື້ນອັລຟ່າ (Alpha Wave) ທີ່ລະດັບຄວາມຖີ່ 8-12 ຮອບຕໍ່ວິນາທີ ແລະ ເມື່ອລະດັບໃນການສະມາທິສູງຂຶ້ນຄື້ນສະໝອງຈະປ່ຽນເປັນຮູບແບບຄື້ນທີຕ້າ (Theta Wave) ທີ່ຄວາມຖີ່ 4-7 ຮອບຕໍ່ວິນາທີ ແລະ ຄື້ນເດລຕ້າ (Delta Wave) ເຊິ່ງມີຄື້ນຄວາມຖີ່ 0.5-3 ຮອບຕໍ່ວິນາທີ ຖືເປັນຄວາມຖີ່ດຽວກັບຄື້ນສະໝອງຂະນະທີ່ກໍາລັງຫຼັບເລິກ ເຊິ່ງຊ່ວຍເພີ່ມຄຸນະພາບການນອນຫຼັບໃຫ້ດີຍິ່ງຂຶ້ນໄປອີກ

  1. ອອກກຳລັງກາຍໃນຕອນເຊົ້າ ຫຼື ຕອນທ່ຽງ

ການອອກກຳລັງກາຍລະດັບປານກາງພຽງ 30 ນາທີຕໍ່ວັນກໍພຽງພໍໃນການບັນເທົາຄວາມວິຕົກກັງວົນ ແລະ ຊ່ວຍໃຫ້ນອນຫຼັບດີຂຶ້ນ ທັງນີ້ກໍຄວນຫຼີກເວັ້ນການອອກກຳລັງກາຍຢ່າງໜ້ອຍ 3 ຊົ່ວໂມງກ່ອນເຂົ້ານອນເພາະອາດເຮັດໃຫ້ຮ່າງກາຍຕື່ນຕົວ, ຫົວໃຈເຕັ້ນໄວແລ້ວກາຍເປັນວ່ານອນຫຼັບຍາກຂຶ້ນນັ້ນເອງ

  1. ປັບສະພາບແວດລ້ອມຫ້ອງນອນ

ຄວນໃຊ້ຫ້ອງນອນເພື່ອນອນເທົ່ານັ້ນ ໂດຍປິດໄຟໃຫ້ມືດສະໜິດເພາະແສງສີຟ້າຈາກຫຼອດໄຟຈະລົບກວນການສ້າງຮໍໂມນເມລາໂທນິນ ແຕ່ຫາກຫຼີກເວັ້ນບໍ່ໄດ້ແມ່ນແນະນຳໃຫ້ໃຊ້ຜ້າປິດຕາ ຫຼື ປ່ຽນໄປໃຊ້ໄຟແສງສີແດງ, ສີສົ້ມ ຫຼື ສີເຫຼືອງແທນເຊິ່ງບໍ່ສົ່ງຜົນກະທົບຕໍ່ວົງຈອນການນອນຂອງເຮົາ.

ແລະ ພະຍາຍາມຫຼີກເວັ້ນສຽງລົບກວນຈາກພາຍນອກໃຫ້ໄດ້ຫຼາຍທີ່ສຸດອາດຈະໃຊ້ເປັນໂຟມອຸດຫູກໍໄດ້, ປັບອຸນຫະພູມໃນຫ້ອງໃຫ້ເໝາະສົມແກ່ການນອນທີ່ປະມານ 23-25°C ຈະຊ່ວຍໃຫ້ນອນຫຼັບສະບາຍຍິ່ງຂຶ້ນ

  1. ຮັກສານ້ຳໜັກໃຫ້ເໝາະສົມ

ຜູ້ທີ່ມີພາວະຕຸ້ຍມີທ່າອ່ຽງວ່າຈະມີບັນຫາໃນການນອນຫຼັບຫຼາຍກວ່າຜູ້ທີ່ບໍ່ຕຸ້ຍລວມທັງມີອາການຢາກນອນ ແລະ ຮູ້ສຶກເມື່ອຍໃນລະຫວ່າງວັນຫຼາຍກວ່າ ໂດຍບັນຫາສຸຂະພາບທີ່ມັກພົບໃນຜູ້ທີ່ມີນ້ຳໜັກຕົວເກີນຄວາມເໝາະສົມທີ່ກະທົບການນອນຫຼັບມີຫຼາຍຢ່າງເຊັ່ນ: ພາວະຢຸດຫາຍໃຈຂະນະຫຼັບ (OSA), ພາວະກົດໄຫຼຢ້ອນ (GERD), ພາວະຊຶມເສົ້າ, ໂຣກຫອບຫືດ (Asthma), ໂຣກຂໍ້ເສື່ອມ (Osteoarthritis)

ດັ່ງນັ້ນ, ການຮັກສານ້ຳໜັກຕົວໃຫ້ເໝາະສົມຈຶ່ງສຳຄັນຫຼາຍເພາະບໍ່ພຽງແຕ່ຊ່ວຍເພີ່ມຄຸນະພາບໃນການນອນເທົ່ານັ້ນແຕ່ຍັງເຮັດໃຫ້ສຸຂະພາບໂດຍລວມຂອງເຮົາດີຂຶ້ນອີກດ້ວຍ.

  1. ນອນເວັນ (Power Nap)

ຫາກມື້ໃດທີ່ເຮົານອນຫຼັບບໍ່ພຽງພໍ ກໍບໍ່ຕ້ອງກັງວົນຈົນເກີນໄປ ການນອນເວັນ ຫຼື (Power Nap) ຄືທາງເລືອກໜຶ່ງທີ່ປຽບດັ່ງແບັດເຕີຣີສຳຮອງເພື່ອບັນເທົາຄວາມເມື່ອຍລ້າ ແລະ ຊ່ວຍໃຫ້ຮູ້ສຶກກະຕືລືລົ້ນຂຶ້ນມາອີກຄັ້ງ ພ້ອມທັງຍັງເປັນການດຶງຄວາມຈຳທີ່ຮັບມາໃນຕອນເຊົ້າເຂົ້າສູ່ສະໝອງເພາະຜ່ານການນອນເຊັ່ນດຽວກັບຕອນກາງຄືນ

ໂດຍເຕັກນິກໃນການນອນເວັນຄືໃຫ້ຫຼັບປະມານ 25-30 ນາທີເທົ່ານັ້ນ ແລະ ບໍ່ຄວນນອນຫຼັງ 16.00 ໂມງເພາະອາດສົ່ງຜົນໃຫ້ນອນບໍ່ຫຼັບໃນຕອນກາງຄືນໄດ້

  1. ອາຫານເສີມ

ຫາກໃຜທີ່ລອງມາຫຼາຍວິທີແລ້ວແຕ່ກໍຍັງຮູ້ສຶກວ່າຕົນເອງນອນຫຼັບໄດ້ບໍ່ຄ່ອຍຈະດີເທົ່າໃດ ການໃຊ້ອາຫານເສີມເຊັ່ນ: ເມລາໂທນິນ, 5-HTP, GABA ຫຼື ສະໝຸນໄພຢ່າງນ້ຳມັນກັນຊົງ (Hemp Oil), ສານສະກັດ L-Theanine ຈາກຊາຂຽວ ແລະ ຮາກ-ວາເລຣຽນ (Valerian Root) ກໍຈະຊ່ວຍບັນເທົາອາການນອນບໍ່ຫຼັບໄດ້ ແຕ່ການໃຊ້ຢາ ຫຼື ສະໝຸນໄພຄວນປຶກສາແພດຜູ້ຊ່ຽວຊານກ່ອນທຸກຄັ້ງ.

ຂອບໃຈຂໍ້ມູນຈາກ: The Standard

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/