Meituan ປາດໜ້າ Grab ເຂົ້າເຈລະຈາຊື້ຂາຍກິດຈະການ “foodpanda” ຫວັງຂະຫຍາຍທຸລະກິດຕົນເຂົ້າສູ່ຕະຫຼາດໃນອາຊີ


ໃນວັນທີ 17 ພະຈິກທີ່ຜ່ານມາ, ສໍານັກງານຂ່າວຕ່າງປະເທດໄດ້ມີການລາຍງານວ່າ Meituan ​ບໍລິສັດ​ເຕັກ​ໂນ​ໂລ​ຊີ​ຍັກໃຫຍ່​ອັນ​ດັບ 3 ​ແລະ ​​​ອັນ​ດັບ 1 ດ້ານ​ບໍລິການຈັດ​ສົ່ງ​ອາຫານຂອງ​ຈີນ ກຳລັງເຂົ້າເຈລະຈາ, ພ້ອມກັບສຳຫຼວດສັກກະຍະພາບໃນການເຂົ້າຊື້ກິດຈະການຂອງ “Delivery Hero” ໃນອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ເຊິ່ງໃນນັ້ນລວມທັງໄທ, ສິງກະໂປ, ມາເລເຊຍ, ຟິລິບປິນ, ກຳປູເຈຍ, ມຽນມາ ແລະ ລາວ ທີ່ໄດ້ດຳເນີນທຸລະກິດພາຍໃຕ້ແບຣນ “foodpanda”. ເນື່ອງຈາກວ່າບໍລິສັດກໍາລັງຊອກຫາຊ່ອງທາງໃນການຂະຫຍາຍທຸລະກິດຂອງຕົນອອກໄປສູ່ຕະຫຼາດຕ່າງປະເທດ.

ຫຼັງ​ຈາກທີ່ໄດ້​ລາຍ​ງານ​ຂ່າວ​ນີ້​ອອກ​ມາ ຮຸ້ນຂອງ Delivery Hero ກໍເພີ່ມຂຶ້ນທັນທີ 3%, ໃນຂະນະທີ່ຮຸ້ນ Meituan ໃນນິວຢອກຫຼຸດລົງ 5.2%, ໃນຂະນະທີ່ຮຸ້ນຮ່ອງກົງ ຫຼຸດລົງຫຼາຍເຖິງ 3% (Meituan ໄດ້ລົງທະບຽນໄວ້ໃນສອງຕະຫຼາດ)

ກ່ອນໜ້ານີ້ ໄດ້ມີການລາຍງານວ່າ Delivery Hero ນັ້ນຢູ່ໃນການເຈລະຈາເພື່ອຂາຍກິດຈະການສ່ວນໜຶ່ງຂອງຕົນຢູ່ໃນສິງກະໂປ, ມາເລເຊຍ, ຟີລິບປິນ, ໄທ, ກຳປູເຈຍ, ມຽນມາ ແລະ ລາວ ໃຫ້ກັບ Grab . ເນື່ອງຈາກການເຕີບໂຕທາງທຸລະກິດຂອງ Delivery Hero ແລະ Foodpanda ໄດ້ເລີ່ມຊົບເຊົານັບຕັ້ງແຕ່ການລະບາດຂອງ COVID-19. ລວມທັງມູນຄ່າລວມຂອງຜະລິດຕະພັນຂອງບໍລິສັດໃນອາຊີສໍາລັບໄຕມາດທີ 3 ປີ 2023 ຢູ່ທີ່ 6.39 ຕື້ຢູໂຣ ເຊິ່ງຫຼຸດລົງ 6.2% ເມື່ອທຽບກັບປີກາຍ.

ຢ່າງໃດກໍຕາມ, ການເຈລະຈາລະຫວ່າງ Meituan ແລະ Delivery Hero ນັ້ນຍັງບໍ່ມີຄວາມແນ່ນອນວ່າທີ່ຈະຊື້ຂາຍກິດຈະການຫຼືບໍ່, ອີກທັງ 2 ຝ່າຍກໍຍັງບໍ່ທັນໄດ້ໃຫ້ສະແດງຄວາມຄິດເຫັນ ຫຼື ຕອບໂຕ້ກ່ຽວກັບປະເດັນນີ້.

Meituan ຖືວ່າເປັນບໍລິການຈັດສົ່ງອາຫານທີ່ໃຫຍ່ທີ່ສຸດໃນປະເທດຈີນ. ໂດຍສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2010​, ໃນ​ປັດ​ຈຸ​ບັນ​ໄດ້ມີການບໍລິການສົ່ງອາຫານໃນ  2,800 ຕົວ​ເມືອງ​ໃນ​ທົ່ວ​ປະ​ເທດ​ຈີນ​. ແລະໃນເດືອນພຶດສະພາ, ບໍລິສັດໄດ້ເປີດຕົວແອັບພິເຄຊັນໃໝ່ໃນການຈັດສົ່ງໃນຮ່ອງກົງທີ່ໂດຍໃສ່ຊື່ວ່າ KeeTa.

ບໍລິສັດ​ Meituan ມີ​ລາຍ​ຮັບ​ໃນ​ໄຕ​ມາດ​ທີ 2 ​ເພີ່ມ​ຂຶ້ນ 33,4% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ເປັນ 67,9 ຕື້​ຢວນ ຫຼັງຈາກການຟື້ນ​ຕົວ​ຈາກ​ການລະບາດຂອງ​ COVID-19

ທີ່ມາ:

pptvhd36

bangkokbiznews

ryt9

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/