NewJeans ຄວ້າຮາງວັນ Top K-Pop Artist ໃນງານ 2023 BBMAs


ຍັງຄົງກະແສດີຢ່າງຕໍ່ເນື່ອງກັບວົງ NewJeans ເນື່ອງຈາກຫຼ້າສຸດໄດ້ຄວ້າຮາງວັນ Top K-Pop Artist ໃນງານ 2023 BBMAs 2023 Billboard Music Awards ທີ່ຈັດທີ່ປະເທດອາເມຣິກາ ໃນວັນທີ 19 ພະຈິກ 2023 ທີ່ຜ່ານມາ.

ໂດຍ NewJeans ໄດ້ຮັບຮາງວັນໃນປະເພດ ‘Top K-Pop Artist’ ເຊິ່ງໃນປີນີ້ຈັດຂຶ້ນແບບຣີໂໝດ ພ້ອມກັນໃນຫຼາຍປະເທດ ແລະ ຖ່າຍທອດສົດແບບອອນລາຍ ເຊິ່ງ NewJeans ກໍໄດ້ຮ່ວມງານມາພ້ອມກັບໂຊພິເສດທີ່ບອກໄດ້ເລີຍວ່າດີແຮງ.

ໂດຍທັງ 5 ສາວຕ່າງກໍໄດ້ກ່າວຂອບໃຈແຟນໆທີ່ຊັບພອດກັນແລະກັນມາຕະຫຼອດ ລວມໄປຮອດຂອບໃຈບໍລິສັດ Adore, ຄອບຄົວ ແລະ ຂອບໃຈໂປຣດິວເຊີອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/