ລາຄາ Bitcoin ລົດລົງຢ່າງຮຸນເເຮງຕໍ່າກວ່າລະດັບ 29.000 ໂດລາ ທ່າມກາງການເທຂາຍຫຼຽນຂອງບັນດານັກລົງທຶນ


ລາຄາຂອງ Bitcoin ຍັງຄົງລົດລົງຢ່າງຕໍ່ເນື່ອງຫຼັງຈາກເພີ່ມຂຶ້ນເໜືອລະດັບ 30.000 ໂດລາໄດ້ບໍ່ດົນ, ຫຼ້າສຸດລາຄາ Bitcoin ໄດ້ລົດລົງຫຼາຍກວ່າ 3% ກາຍລະດັບ 29.000 ໂດລາ ໃນເວລາພຽງ 15 ນາທີໃນຕອນເຊົ້າຂອງວັນພຸດ ຍ້ອນການເທຂາຍຫຼຽນຂອງບັນດານັກລົງທຶນເປັນຈຳນວນຫຼາຍ.

ເຖິງແມ່ນວ່າການເທຂາຍຫຼຽນຈຳນວນຫຼາຍຂອງນັກລົງທຶນຍັງບໍ່ທັນຮູ້ສາເຫດທີ່ຊັດເຈນ, ເເຕ່ຄໍາສັ່ງຂາຍຂະໜາດໃຫຍ່ທີ່ຜິດປົກກະຕິກ່ຽວກັບ crypto exchange Binance ແລະ ອັດຕາເງິນເຟີ້ຂອງອັງກິດໃນເດືອນມີນາທີ່ສູງຫຼາຍກວ່າ 10% ສົ່ງຜົນຕໍ່ຄວາມເຊື່ອໝັ້ນຂອງຕະຫຼາດ.

ນອກຈາກນັ້ນ, ການລົດລົງຂອງລາຄາຄໍາອາດຈະເປັນເຫດຜົນໜຶ່ງທີ່ເຮັດໃຫ້ລາຄາຂອງ Bitcoin ລົດລົງ, ສັງເກດເຫັນໄດ້ທັນທີຈາກລາຄາຄຳທີ່ລົດລົງ ກ່ອນທີ່ລາຄາຂອງຊັບສິນທີ່ມີຄວາມສ່ຽງສູງຈະຄ່ອຍໆລົດລົງ

ຢ່າງໃດກໍຕາມ, ລາຄາ Bitcoin ໃນປັດຈຸບັນຕໍ່າກວ່າລະດັບ 29.000 ໂດລາຢູ່ທີ່ 28.907, ລົດລົງປະມານ 5% ຈາກລະດັບສູງຂອງມື້ວານນີ້ຢູທີ່ 30.413 (20 ເມສາ 2023)

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/