ຊະນະເອົາຊື່ໆ! ຊ່າງພາບລອງສົ່ງພາບທີ່ AI ສ້າງຂຶ້ນເຂົ້າປະກວດ ຜົນປາກົດວ່າ ໄດ້ຮັບຮາງວັນຊະນະເລີດ


ປັດຈຸບັນເທັກໂນໂລຢີ ປັນຍາປະດິດ ຫຼື AI ແມ່ນກຳລັງໄດ້ຮັບຄວາມນິຍົມເປັນວົງກວ້າງ ແລະ ໄດ້ຮັບການພັດທະນາໄປເລື້ອຍໆ ແລະ ມີຄວາມສາມາດເພີ່ມຂຶ້ນຢູ່ທຸກມື້. ຫຼ້າສຸດ ມັນໄດ້ສ້າງຮູບຖ່າຍ ທີ່ສົ່ງເຂົ້າປະກວດລາຍການລະດັບໂລກ ຈົນສາມາດຄວ້າຮາງວັນມາແລ້ວ.

ບໍຣິສ ເອວດັກເຊັນ (Boris Eldagsen) ຊ່າງພາບຊາວເຢຍລະມັນ ໄດ້ລອງໃຊ້ AI-generated ສ້າງຮູບຂຶ້ນມາທີ່ມີລັກສະນະຄືຮູບຖ່າຍໃນໄລຍະປີ 1940 ພ້ອມລົງມືຕັດຕໍ່ຢ່າງດີ ແລະ ຕັ້ງຊື່ວ່າ The Electrician ແລ້ວສົ່ງເຂົ້າປະກວດ.

ເຊິ່ງລາຍການແຂ່ງຂັນທີ່ ບໍຣິສ ເອວດັກເຊັນ ສົ່ງຮູບນີ້ເຂົ້າປະກວດນັ້ນ ກໍເປັນລາຍການແຂ່ງຂັນໃຫຍ່ລະດັບໂລກ ຢ່າງ Sony World Photography Awards 2023 ເຊິ່ງຜົນປາກົດວ່າ ຮູບພາບຂອງ ບໍຣິສ ເອວດັກເຊັນ ທີ່ AI ສ້າງຂຶ້ນນັ້ນ ໄດ້ຮັບຮາງວັນຊະນະເລີດໃນໝວດໝູ່ຂອງ ຄວາມຄິດສ້າງສັນ ຫຼື Creative.

ພາຍຫຼັງຮັບຮູ້ຜົນປະກາດຮາງວັນ ບໍຣິສ ເອວດັກເຊັນ ກໍໄດ້ເຮັດການປະຕິເສດຮາງວັນນີ້ທັນທີ ພ້ອມສະເຫຼີຍທີ່ມາຂອງຮູບວ່າ ຮູບນີ້ເປັນຮູບທີ່ສ້າງມາຈາກ AI ແລະ ເຜີຍເຫດຜົນທີ່ສົ່ງຮູບນີ້ເຂົ້າປະກວດຍ້ອນວ່າ ຢາກໃຫ້ວົງການສິລະປະຄຳນຶງເຖິງບັນຫານີ້ ທີ່ວ່າຂະໜາດກຳມະການຕັດສິນຍັງປ່ອຍຜ່ານມາໄດ້ ເຊິ່ງຕໍ່ໄປອາດມີຄົນສົ່ງຮູບທີ່ສ້າງຈາກ AI ເຂົ້າມາປະກວດອີກ.

ເອີ້ນໄດ້ວ່າເປັນການຊີ້ໃຫ້ເຫັນບັນຫາກັນແບບຈະແຈ້ງ ແລະ ເຮັດໃຫ້ຄະນະກຳມະການໃນງານປະກວດຄັ້ງນີ້ ຖືກວິຈານພໍສົມຄວນ. ສ່ວນອັບເດດຫຼ້າສຸດທາງເວັບໄຊຂອງງານປະກວດໄດ້ມີການຖອດຖອນຮູບຂອງ ບໍຣິສ ເອວດັກເຊັນ ອອກໄປເປັນທີ່ຮຽບຮ້ອຍແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/