ລັດຖະບານຈີນສັ່ງສື່ມວນຊົນ ຫ້າມລາຍງານຂ່າວສອບສວນ Alibaba ສ່ວນ Jack Ma ຍັງບໍ່ປາກົດຕົວ


ແຫລ່ງຂ່າວໃນປະເທດຈີນເຜີຍລັດຖະບານເຊັນເຊີ້ຂ່າວສວບສວນອາລີບາບາ ໃນລະຫວ່າງການຈັບຕາເຖິງຊະຕາກຳຂອງເຈັກ ໝ່າ ທີ່ຍັງບໍ່ປາກົດຕົວຕໍ່ສາທາລະນະມາຫຼາຍເດືອນແລ້ວ.

ວັນທີ 8 ມັງກອນ 2021 ເວັບໄຊ Financial Times ລາຍງານອ້າງແຫຼ່ງຂ່າວລະບຸວ່າ ລັດຖະບານຈີນໄດ້ສັ່ງຫ້າມສື່ມວນຊົນໃນປະເທດ ນຳສະເໜີຂ່າວກ່ຽວກັບການສອບສວນບໍລິສັດ “ອາລີບາບາ” ທີ່ກໍ່ຕັ້ງໂດຍ ແຈັກ ໝ່າ ມະຫາເສດຖີຊາວຈີນ ເຊິ່ງຕອນນີ້ຍັງບໍ່ປາກົດຕົວຕໍ່ສາທາລະນະເປັນເວລາບໍ່ຕ່ຳກວ່າ 2 ເດືອນແລ້ວ.

ລາຍງານລະບຸວ່າ ຄຳສັ່ງນີ້ເລີ່ມມີຜົນຕັ້ງແຕ່ປາຍເດືອນທັນວາທີ່ຜ່ານມາ ໂດຍສັ່ງຫ້າມສື່ມວນຊົນໃນປະເທດຈີນເຜີຍແຜ່ຫຼືວິເຄາະການສອບສວນບໍລິສັດອາລີບາບາໂດຍບໍ່ໄດ້ຮັບອະນຸຍາດ ຂະນະດຽວກັນຍັງຫ້າມນຳສະເໜີປະກາດຫຼືຄວາມເຄື່ອນໄຫວຂອງບໍລິສັດອາລີບາບາ ແລະ ຫ້າມນຳສະເໜີຄວາມເຫັນທີ່ເຜີຍແຜ່ໃນສື່ຕ່າງປະເທດດ້ວຍ.

ສຽວ ຊຽງ ນັກວິໄຈດ້ານການສື່ສານ ມະຫາວິທະຍາໄລແຄລິຟໍເນຍ ເບີກລີ ໃນສະຫະລັດອາເມຣິກາປະເມີນວ່າຄວາມເຄື່ອນໄຫວຫ້າມສື່ຈີນສະເໜີຂ່າວກ່ຽວກັບອາລີບາບາເປັນເລື່ອງຜິດປົກກະຕິ ເພາະເຖິງບໍ່ແມ່ນເລື່ອງແປກທີ່ລັດຖະບານຈີນຈະເຊັນເຊີ້ສື່ ແຕ່ສ່ວນໃຫຍ່ລັດຖະບານມັກແຊກແຊງສະເພາະຂ່າວການເມືອງສຳຄັນທີ່ມີຄວາມອ່ອນໄຫວຫຼາຍກວ່າຂ່າວສອບສວນບໍລິສັດເອກະຊົນ.

ຜູ້ຊ່ຽວຊານດ້ານການສື່ສານຍັງວິເຄາະອີກວ່າ ກໍລະນີເຊັນເຊີ້ຂ່າວອາລີບາບາອາດຈະສະທ້ອນເຖິງບັນຫາລະຫວ່າງ ແຈັກ ໝ່າ ກັບລັດຖະບານຈີນທີ່ຫຼາຍກວ່າການວິຈານລັດຖະບານ ແຕ່ອາດຈະມີເລື່ອງການເມືອງຢູ່ເບື້ອງຫຼັງ ທາງການຈີນຈຶ່ງຕ້ອງເຊັນເຊີ້ຂ່າວໃນລະດັບນີ້.

ສຳລັບບໍລິສັດອາລີບາບາຖືກລັດຖະບານຈີນສອບສວນ ໂດຍຖືກຕັ້ງຂໍ້ກ່າວຫາວ່າຜູກຂາດທາງການຄ້າ ຈາກກໍລະນີທີ່ບັງຄັບໃຫ້ຄູ່ຄ້າເປີດຮ້ານຄ້າກັບອາລີບາບາເທົ່ານັ້ນ ຫ້າມໄປເປີດຮ້ານຄ້າກັບບໍລິສັດ e-commerce ຄູ່ແຂ່ງ ເຊິ່ງກ່ອນໜ້ານີ້ “Ant Group” ບໍລິສັດ Fintech ຂອງອາລີບາບາ ຖືກລັດຖະບານຈີນລະງັບການເຂົ້າຊື້ຂາຍໃນຕະຫຼາດຫຼັກຊັບຢ່າງກະທັນຫັນເຊັ່ນກັນ.

ຂະນະທີ່ສະຖານະຂອງແຈັກ ໝ່າ ໃນຕອນນີ້ຍັງບໍ່ປາກົດຕົວຕໍ່ສາທາລະນະເປັນເວລາບໍ່ຕ່ຳກວ່າ 2 ເດືອນຫຼັງຈາກທີ່ ແຈັກ ໝ່າ ອອກມາວິຈານລັດຖະບານຈີນ ໂດຍບໍລິສັດອາລີບາບາບໍ່ເປີດເຜີຍວ່າ ແຈັກ ໝ່າ ຢູ່ໃສໃນຕອນນີ້ ແຕ່ຕອບຄຳຖາມເຖິງການບໍ່ປາກົດຕົວໃນລາຍການໂທລະພາບລາຍການໜຶ່ງວ່າ “ເປັນເພາະຕາລາງວຽກບໍ່ກົງກັນ”

ເຊິ່ງກໍຕ້ອງຕິດຕາມກັນຕໍ່ໄປວ່າ ທາງແຈັກ ໝ່າ ຈະປາກົດຕົວເມື່ອໃດ ແລະ ສະຖານະການພາຍຫຼັງການສອບສວນບໍລິສັດອາລີບາບາຂອງລັດຖະບານຈີນຈະສົ່ງຜົນກະທົບຕໍ່ເສດຖະກິດຈີນຫຼືບໍໍ່.

ທີ່ມາ: https://web.facebook.com/153951094974177/posts/1509257932776813/?d=n&_rdc=1&_rdr