ຈີນກຽມບັງຄັບໃຫ້ຜູ່ປະກອບການທຸລະກິດຕ່າງໆ ຕ້ອງລາຍງານການໃຊ້ພລາສຕິກ


ທຸລະກິດຮ້ານອາຫານ e-commerce ບໍລິສັດເດລິເວີລີ ຈະຕ້ອງລາຍງານການໃຊ້ຖົງຢາງພລາສຕິກທີ່ໃຊ້ຄັ້ງດຽວຖິ້ມຈະຕ້ອງລາຍງານກັບໜ່ວຍງານພາກລັດ ແລະ ສົ່ງແຜນການຣີໄຊເຄິນຢ່າງເປັນທາງການ ເຊິ່ງເປັນໜຶ່ງໃນໂຄງການກະຕຸ້ນການຣີໄຊເຄິນ ເປັນການສະເໜີຂອງລັດຖະມົນຕີກະຊວງການຄ້າຈີນ.

ກ່ອນໜ້ານີ້ໃນເດືອນກັນຍາ 2020 ລັດດຖະມົນຕີມີແຜນທີ່ຈະແບນຖົງຢາງພລາສຕິກ ແລະ ສ້ອມ-ບ່ວງພລາສຕິກທີ່ໃຊ້ຄັ້ງດຽວຖິ້ມໃນທ້າຍປີ 2020, ​ສ່ວນທໍ່ດູດພລາສຕິກທີ່ໃຊ້ຄັ້ງດຽວຖິ້ມແມ່ນຈະແບນຖາວອນທົ່ວປະເທດ.

Wang Wang ປະທານສະມາຄົມ China Scrap Plastic Association ເປີດເຜີຍວ່າ ການແບນນັ້ນຈະຊ່ວຍແກ້ບັນຫາມົນລະພິດພລາສຕິກປະເພດທີ່ເຫັນໄດ້ຊັດເຈນເທົ່ານັ້ນ ແລະ ເປັນພຽງສ່ວນໜຶ່ງຂອງແຮງຊຸກຍູ້ການແກ້ໄຂບັນຫາຂີ້ເຫຍື້ອພລາສຕິກທົ່ວປະເທດ.

ຕັ້ງແຕ່ເດືອນກັນຍາ 2020 ຈີນໄດ້ສັ່ງແບນຟີມພລາສຕິກສຳຫຼັບປູກພືດໃນການກະສິກຳ ທີ່ໃຊ້ເພື່ອໃຫ້ມັນຄົງທີ່ຄວາມອົບອຸ່ນໄວ້ ແລະ ຊຸ່ມ,​ ຊາວກະສິກອນຈີນໃຊ້ສິ່ງນີ້ປະມານ 1.5 ລ້ານໂຕນຕໍ່ປີ ແລະ ຖິ້ມຂອງເສຍໃຫ້ທຳລາຍດິນ.

ເຖິງແມ່ນວວ່າຈະມີສຽງວິພາກວິຈານວ່າ ຈີນນັ້ນຮີບຮ້ອນເລັ່ງມາດຕະການເກີນໄປ ແຕ່ wang ກໍບອກວ່າຈະບໍ່ມີຜົນກະທົບຫຼາຍຕໍ່ທຸລະກິດຈາກມາດຕະການດັ່ງກ່າວ, ໂດຍທຸລະກິດໄດ້ຮູ້ໃນເບື້ອງຕົ້ນແລ້ວວ່າຜະລິດຕະພັນເຫຼົ່ານັ້ນຈະຖືກແບນ.

ຂອບໃຈຂໍ້ມູນຈາກ:

https://www.reuters.com/article/us-china-environment-plastics/china-to-force-firms-to-report-use-of-plastic-in-new-recycling-push-idUSKBN28A13N?fbclid=IwAR3DtyCMDZtS1EUtxTDDj4VASF6EM1r9oFGknQCN8fKjgJGG6M-cBD0OVA8

https://www.facebook.com/environman.th/posts/3251770971617994