ລັດຖະບານກຳລັງເລັ່ງດ່ວນຟື້ນຟູເສດຖະກິດ, ໄພເງິນເຟີ້ ແລະ ລາຄານ້ຳມັນເຊື້ອໄຟທີ່ເພີ່ມຂຶ້ນ


ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມີນາ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 21 ມີນາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ດຳເນີນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນ ພວມສຸມໃສ່ປະຕິບັດ 2 ວາລະແຫ່ງຊາດ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 67 ປີ. ໃນຂະນະດຽວກັນ ສະພາບການຂອງໂລກຍັງສືບຕໍ່ຜັນແປຢ່າງສັບສົນ ແລະ ເຄັ່ງຮ້ອນ. ສຳລັບຢູ່ປະເທດເຮົາ ຍັງປະເຊີນກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ໄພເງິນເຟີ້, ລາຄານໍ້າມັນເຊື້ອໄຟ ທີ່ມີການເໜັງຕີງ ແລະ ມີທ່າອ່ຽງນັບມື້ເພີ່ມຂຶ້ນ ຍ້ອນໄດ້ຮັບຜົນກະທົບຈາກປັດໄຈພາຍນອກ ໄດ້ກາຍເປັນສິ່ງທ້າທາຍຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ.

ດັ່ງນັ້ນ ສິ່ງສໍາຄັນ ແລະ ຮີບດ່ວນທີ່ສຸດຂອງລັດຖະບານໃນໄລຍະນີ້ ແມ່ນສືບຕໍ່ສຸມທຸກກໍາລັງແຮງຂອງທຸກພາກສ່ວນໃນສັງຄົມ ເພື່ອເລັ່ງຟື້ນຟູເສດຖະກິດຂອງປະເທດເຮົາ ໃຫ້ຄືນສູ່ສະພາບປົກກະຕິໂດຍໄວ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໃນເງື່ອນໄຂຂອງການແຜ່ລະບາດຂອງພະຍາດໂຄວິດ-19 ໄປຄຽງຄູ່ກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທຳ ແລະ ປະສົບຜົນສຳເລັດ ຕາມແຜນທີ່ກຳນົດໄວ້.

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມີນາ 2022 ຈະໄດ້ດຳເນີນເປັນເວລາ 2 ວັນ ຄື: ວັນທີ 21-22 ມີນາ ເຊິ່ງເນື້ອໃນຂອງກອງປະຊຸມ ຈະໄດ້ປຶກສາຫາລື, ຄົົ້ນຄວ້າ ແລະ ເປັນເອກະພາບກັນ ຕໍ່ 9 ຫົວຂໍ້ ທີ່ສໍາຄັນ ແລະ ຈໍາເປັນໃນການແກ້ໄຂບັນຫາລວມຂອງຊາດ ຄື:

1. ສະຫຼຸບວຽກງານພົົ້ນເດັ່ນ ປະຈໍາເດືອນມີນາ ແລະ ທິດທາງແຜນການ ປະຈໍາເດືອນເມສາ 2022 ຂອງລັດຖະບານ.

2. ຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ (ສ້າງໃໝ່).

3. ຮ່າງກົດໝາຍ ວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ (ປັບປຸງບາງມາດຕາ).

4. ຮ່າງລັດຖະບັນຍັດ ວ່າດ້ວຍລາຍການສິນຄ້າ ແລະ ອັດຕາພາສີຂາອອກ (ສະບັບປັບປຸງ).

5. ຮ່າງດໍາລັດ ວ່າດ້ວຍໃບເກັບເງິນ (ສະບັບປັບປຸງ).

6. ຮ່າງດໍາລັດ ວ່າດ້ວຍພົນລະເມືອງກິດຕິມະສັກ.

7. ຮ່າງດໍາລັດ ວ່າດ້ວຍຫ້ອງການໄກ່ເກ່ຍຂໍ້ຂັດແຍ້ງທາງດ້ານເສດຖະກິດເອກະຊົນ.

8. ຮ່າງດໍາລັດ ວ່າດ້ວຍຄ່າແຮງງານຂອງຜູ້ແກ້ໄຂຂໍ້ຂັດແຍ້ງທາງດ້ານເສດຖະກິດ.

9. ຮ່າງຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີີ່ຕົກຄ້າງ ຢູ່ ສປປ ລາວ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ປະທານກອງປະຊຸມ ໄດ້ຮຽກຮ້ອງບັນດາທ່ານ ສະມາຊິກລັດຖະບານ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນ ຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້.

ຂອບໃຈຂໍ້ມູນຈາກ: https://bit.ly/3qoA1W9

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/