Aubameyang ນັກເຕະບາເຊໂລນາ ສະຫຼອງການຍິງປະຕູ ດ້ວຍທ່າຂອງ “ໂກຄູ” ຈາກກາຕູນ Dragon Ball Z ໃນເສິກ El Clasico


ຫຼັງຈົບເກມ El Clasico ໃນຄໍ່າຄືນທີ່ຜ່ານມາ ທີ່ເປັນທາງ ບາເຊໂລນາ ສາມາດບຸກມາເອົາຊະນະຄູ່ແຂ່ງຕະຫຼອດການຮອດໃນບ້ານຢ່າງ ເຣອັນ ມາດຣິດ ໃນຊະນິດທີ່ວ່າເກມນີ້ ບາເຊໂລນາເໜືອກວ່າຢ່າງເຫັນໄດ້ຊັດເຈນ ດ້ວຍສະກໍ 4 ປະຕູຕໍ່ 0. ໃນລະຫວ່າງເກມໄດ້ມີການເອີ້ນຮອຍຍິ້ມ ຈາກແຟນໆກາຕູນນຳອີກ ເມື່ອ Pierre-Emerick Aubameyang ສູນໜ້າຂອງທີມ ບາເຊໂລນາ ສະຫຼອງປະຕູດ້ວຍທ່າ ຂອງ “ໂກຄູ” ຈາກກາຕູນເລື່ອງ Dragon Ball Z ພ້ອມກັບລູກແກ້ວສີສົ້ມ ທີ່ເປັນເອກະລັກຂອງກາຕູນເລື່ອງນີ້.

ເກມນັດນີ້, Aubameyang ຍິງໄດ້ສອງປະຕູ ໃນນາທີ 29 ແລະ 51. ໂດຍໃນລູກທີສອງຂອງລາວຫຼັງຈາກໄດ້ຍົກບານຂ້າມຫົວ ຜູ້ຮັກສາປະຕູ ຂອງ ເຣອັນມາດຣິດ ເຂົ້າປະຕູໄປຢ່າງສວຍງາມ ລາວໄດ້ຟ້າວແລ່ນໄປມຸມສະໜາມ ກ່ອນທີ່ຈະເອົາລູກແກ້ວສີສົ້ມທີ່ເຊື່ອງໄວ້ອອກມາ ພ້ອມກັບເຮັດທ່າຫາຍຕົວຂອງ “ຊຸນໂກຄູ” ແລ້ວຫັນມາໂຍນລູກແກ້ວໃຫ້ກັບແຟນບານຢູ່ທາງຫຼັງໄປແບບຟຣີໆ.

ຫຼັງເກມ, Aubameyang ໃຫ້ສຳພາດກັບ Being Sports ກ່ຽວກັບທ່າດີໃຈນີ້ວ່າ: “ຂ້ອຍມີຄວາມປາດຖະໜາໜຶ່ງຂໍ້ ນັ້ນກໍຄືການໄດ້ມາເກັບໄຊຊະນະ ທີ່ສະໜາມແຫ່ງນີ້ ທີ່ຜ່ານມາຂ້ອຍຄິດຫຼາຍກ່ຽວກັບເລື່ອງຄອບຄົວຂອງຂ້ອຍ ກ່ຽວກັບປູ່ກັບຍ່າທີ່ຈາກຂ້ອຍໄປແລ້ວ ແຕ່ຕອນນີ້ຂ້ອຍມີຄວາມສຸກຫຼາຍທີ່ຍິງປະຕູໃຫ້ແກ່ພວກເຂົາໄດ້ໃນມື້ນີ້”.

ເຊິ່ງ ລູກແກ້ວ Dragon ball ໃນການຕູນນັ້ນ ເປັນສັນຍະລັກຂອງການຂໍພອນທີ່ເປັນໄປບໍ່ໄດ້ໃຫ້ກາຍເປັນໄປໄດ້ ຢ່າງເຊັ່ນ: ການຂໍໃຫ້ຄົນທີ່ເສຍຊີວິດໄປແລ້ວ ຟື້ນຄືນຊີບກັບຂຶ້ນມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/