Hijrah Diri ແອັບບຳບັດ LGBTQ+ ຂອງລັດຖະບານມາເລເຊຍຖືກລຶບອອກຈາກ Google Play Store ແລ້ວ ເພາະລະເມີດກົດຂອງລະບົບ


ໃນສັງຄົມປັດຈຸບັນ ການທີ່ເຮົາເປັນ LGBTQ+ ນັ້ນ ຖືໄດ້ວ່າເປັນເລື່ອງປົກກະຕິບໍ່ແມ່ນເລື່ອງຜິດແປກຕາມທີ່ສັງຄົມມະນຸດໃນອະດີດໄດ້ຂີດເສັ້ນໄວ້, ຫຼາຍໆປະເທດທົ່ວໂລກແມ່ນໄດ້ມີການຍອມຮັບແລະເປີດໂອກາດໃຫ້ກັບຄົນກຸ່ມນີ້ຢ່າງກວ້າງຂວາງ.

ຢ່າງໃດກໍຕາມ ເຖິງວ່າສັງຄົມສ່ວນຫຼາຍຈະເປີດກວ້າງແຕ່ວ່າຍັງມີບາງກຸ່ມຄົນ ຫຼື ບາງປະເທດທີ່ຍັງມີກົດ ແລະ ຂໍ້ບັງຄັບກ່ຽວກັບປະເດັນ LGBTQ+ ຢູ່ ເຊັ່ນດຽວກັນກັບປະເທດມາເລເຊຍ  ທີ່ທາງລັດຖະບານໄດ້ສ້າງແອັບພິເຄຊັ່ນ ບໍາບັດ LGBTQ+ ເຂົ້າໃນ Google Play Store ແຕ່ມັນກໍຖືກລຶບອອກຍ້ອນວ່າລະເມີດຫຼັກເກນຂອງແພລັດຟອມ.

Hijrah Diri ເປັນຊື່ຂອງແອັບບຳບັດ LGBT ທີ່ຖືກພັດທະນາໂດຍລັດຖະບານມາເລເຊຍ ໂດຍໄດ້ເປີດຕົວຄັ້ງທຳອິດໃນເດືອນ ກໍລະກົດ ປີ 2016 ແຕ່ມັນໄດ້ຮັບຄວາມສົນໃຈເມື່ອບໍ່ດົນມານີ້ ເຊິ່ງຝ່າຍພັດທະນາສາສະໜາອິດສະລາມຂອງລັດຖະບານມາເລເຊຍລະບຸວ່າເປົ້າໝາຍຂອງ Hijrah Diri ສ້າງຂຶ້ນມາເພື່ອຊ່ວຍໃຫ້ກຸ່ມ LGBTQ+ ກັບສູ່ເພດກຳເນີດຂອງຕົນ ໂດຍທາງໃນຂອງແອັບຈະມີເນື້ອຫາຕ່າງໆ ທີ່ສະໜັບສະໜູນແນວຄິດນີ້ ເຊັ່ນ: ການເລົ່າເຖິງປະສົບການຄວາມຮັກຂອງກຸ່ມຫຼາກຫຼາຍທາງເພດຕັດສິນໃຈກັບຄືນສູ່ສິ່ງທີ່ພວກເຂົາເອີ້ນວ່າ ‘ວິຖີທຳມະຊາດ’.

ເພື່ອຄວາມຊັດເຈນ ທາງດ້ານສຳນັກຂ່າວຕ່າງປະເທດຢ່າງ The Guardian ກໍໄດ້ຕິດຕໍ່ໄປຍັງ Google ເພື່ອສອບຖາມເຖິງກໍລະນີທີ່ຖອດແອັບພິເຄຊັ່ນນີ້ ອອກຈາກແພລັດຟອມ ແລະ ກໍໄດ້ຄຳຕອບວ່າ “ທຸກແອັບພິເຄຊັ່ນທີ່ລົງທະບຽນໃນ Google Play Store ຈະຕ້ອງຜ່ານການກວດສອບວ່າມີການລະເມີດ ທາງ Google ຈະໄດ້ດຳເນີນການຢ່າງເໝາະສົມທັນທີ”.

ປັດຈຸບັນ ແອັບພິເຄຊັ່ນນີ້ໄດ້ຖືກລຶບອອກໄປແລ້ວ ເນື່ອງຈາກ Google Play Store ບໍ່ອະນຸຍາດໃຫ້ມີແອັບທີ່ພະຍາຍາມຫຼອກລວງຜູ້ບໍລິໂພກ ຫຼື ບໍ່ໜ້າໄວ້ວາງໃຈໃນລະບົບ ເຊິ່ງຫຼັງຈາກນັ້ນ The Guardian ກໍໄດ້ຕິດຕໍ່ໄປຫາຝ່າຍພັດທະນາສາສະໜາອິດສະລາມມາເລເຊຍ ແຕ່ຍັງບໍ່ໄດ້ຮັບການຕອບກັບໃດໆ.

Rachel Chhoa-Howard ນັກວິໄຈຊາວມາເມເຊຍ ສັງກັດໜ່ວຍງານສິດທິມະນຸດສາກົນ (Amnesty International) ກ່າວວ່າ ເນື້ອຫາໃນ Hijrah Diri ເປັນອັນຕະລາຍ ແລະ ຕັ້ງໃຈສ້າງຄວາມກຽດຊັງ “ການບຳບັດດ້ວຍວິທີນີ້ ເປັນການເລືອກປະຕິບັດ ແລະ ອັນຕະລາຍ” ພ້ອມບອກວ່າ “ເຮົາຮຽກຮ້ອງໃຫ້ທາງການມາເລເຊຍຍົກເລີກການໃຊ້ Hijrah Diri ທັນທີ ແລະ ຫັນມາໃຫ້ຄວາມເຄົາລົບແລະປົກປ້ອງສິດທິ LGBTQ+ ໃນປະເທດແທນ”.

ກໍລະນີນີ້ ບໍ່ແມ່ນຄັ້ງທຳອິດທີ່ Google Play Store ລຶບແອັບພິເຄຊັ່ນກ່ຽວກັບການບຳບັດ LGBTQ+ ເຊິ່ງກ່ອນໜ້ານີ້ລະບົບກໍເຄີຍມີແອັບພິເຄຊັ່ນ Living Hope Ministries ຂອງສະຫະລັດອາເມຣິກາ ທີ່ສະໜັບສະໜູນການກັບສູ່ພາວະເພດກຳເນີດ ລວມເຖິງແອັບພິເຄຊັ່ນທີ່ເປີດໃຫ້ຄົນອະທິຖານເຖິງ LGBTQ+ ມາແລ້ວ.

ຢ່າງໃດກໍຕາມ ເຖິງກຸ່ມຄົນທີ່ບໍ່ຄ່ອຍມັກ ຫຼື ມີຄວາມເຊື່ອຜິດໆ ກ່ຽວກັບ LGBTQ+ ຈະພະຍາມສ້າງແອັບພິເຄຊັ່ນທີ່ມີລັກສະນະ ອອກມາເປັນ 100 ຮູບແບບກໍຕາມ ແຕ່ LGBTQ+ ກໍຍັງເປັນ LGBTQ+ ຢູ່ຄືເກົ່າ ເພາະວ່າພວກເຂົາກໍຄືມະນຸດ, ມີຄວາມຮູ້ສຶກນຶກຄິດ, ມີຄວາມສາມາດ ທີ່ບໍ່ໄດ້ແຕກຕ່າງໄປຈາກເພດຊາຍຍິງເລີຍ. ສະນັ້ນ ຄວນຍົກເລີກຄວາມຄິດທີ່ວ່າ LGBTQ+ ຈະກັບຄືນໄປສູ່ເພດກຳເນີດໄດ້ແລ້ວ ແລະ ຫັນມາໃຫ້ກຳລັງໃຈກັນຈະດີກວ່າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/