ອັງກິດຮັບອາສາສະໝັກ “ກອດແມວ” ທີ່ບໍ່ຕ້ອງເຮັດຫຍັງນອກຈາກກອດແມວ!!!

cat

ງານນີ້ບອກເລີຍວ່າທັງຟິນ ທັງໄດ້ບຸນ ເມື່ອ Cats Protection – Teignbridge and Torbay Branch ອົງກອນຊ່ວຍເຫຼືອແມວທີ່ຖືກຖິ້ມ ປະກາດຮັບອາສາສະໝັກ “ກອດແມວ” ຜ່ານ Facebook Page ຂອງຕົນ ທີ່ບໍ່ຕ້ອງເຮັດຫຍັງນອກຈາກກອດແມວ.

cat

ພວກເຂົາໃຫ້ລາຍລະອຽດວ່າ ຕ້ອງການອາສາສະໝັກພິເສດມາຊ່ວຍໃນວັນພັກທ້າຍອາທິດ ໂດຍທີ່ອາສາສະໝັກດັ່ງກ່າວບໍ່ໄດ້ມີໜ້າທີ່ທຳຄວາມສະອາດກະບະຊາຍ ຫຼື ໃຫ້ອາຫານນ້ອງແມວ ມີພຽງກອດ ຫຼື ຫຼິ້ນກັບນ້ອງແມວເທົ່ານັ້ນ, ເຊິ່ງແນ່ນອນວ່າພວກເຂົາມີຂອງຫຼິ້ນໄວ້ໃຫ້ອາສາສະໝັກຫຼິ້ນກັບມັນພ້ອມ.

cat

The Teignbridge & Torbay branch ແມ່ນອົງກອນທີ່ໃຫ້ການຊ່ວຍເຫຼືອແມວທີ່ຖືກຖິ້ມ ຢູ່ລອນດອນ ປະເທດອັງກິດ, ພວກເຂົາຮັບລ້ຽງ ແລະ ດູແລແມວ ພ້ອມກັບຫາເຮືອນໃໝ່ໃຫ້ພວກມັນ, ພວກເຂົາຍັງໄດ້ຈັດແຄັມເປນເພື່ອເຮັດໝັນໃຫ້ແມວຢູ່ສະເໝີ ແລະ ຮັບອາສາສະໝັກເປັນໄລຍະ.

cat

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/