ຊ່ວຍເຫຼືອໂລກໄດ້ ໂດຍການບໍລິຈາກຂົນໝໍອ້ອຍໄປກັບໂຄງການ “Pubes for the Planet”


ຖ້າເວົ້າເຖິງການບໍລິຈາກສິ່ງຂອງຕາມໂຄງການຕ່າງໆ ຫຼາຍຄົນອາດຈະນຶກເຖິງພາບທີ່ເຮົານຳເອົາສິ່ງຂອງ, ອາຫານ ຫຼື ອຸປະກອນຕ່າງໆໄປມອບໃຫ້ກັບໂຄງການ ແຕ່ສຳລັບໂຄງການ Pubes for the Planet ການບໍລິຈາກສິ່ງຂອງໃນຮູບແບບເກົ່າໆ ອາດຈະຟັງເບິ່ງທໍາມະດາໄປ ເພາະວ່າໂຄງການນີ້ຈະເປີດຮັບບໍລິຈາກຂົນໝໍອ້ອຍ (ຂົນທີ່ຂຶ້ນບໍລິເວນອະໄວຍະວະເພດ) ເພື່ອເປັນການຮັກສາໂລກ ແລະ ຍັງສາມາດນຳຂົນດັ່ງກ່າວມາແລກກັບຄຣີມໂກນຂົນໄດ້.

ສຳລັບຄົນທີ່ໄດ້ອ່ານເນື້ອຫາຂອງໂຄງການ ຫຼື ເບິ່ງຜ່ານໆ ອາດຈະຟັງຮູ້ສຶກວ່າມັນແປກ ແລະ ຄິດສົງໄສວ່າຜູ້ທີ່ເປັນຄົນຕົ້ນຄິດໂຄງການນີ້ ແມ່ນເຮັດເພື່ອຫຍັງ? ຕ້ອງການຫຍັງ? ແຕ່ໃນຄວາມເປັນຈິງແລ້ວເສັ້ນຂົນຂອງຄົນເຮົານັ້ນມີຄຸນສົມບັດທີ່ສາມາດຊ່ວຍໂລກໄດ້.

ເຖິງຈະເປັນແບບນັ້ນແຕ່ຫຼາຍໆຄົນເວລາທີ່ໂກນຫຼືແຖຂົນຕ່າງໆ ແມ່ນເລືອກທີ່ຈະຖິ້ມມັນລົງທໍ່ນ້ຳ ຫຼື ຖັງຂີ້ເຫຍື້ອ ເຊິ່ງມັນສາມາດໄຫຼສູ່ແຫຼ່ງນ້ຳໃກ້ຄຽງເຮັດໃຫ້ເກີດພາວະ ຢູໂທຣຟິເຄຊັ່ນ (Eutrophication) ໂດຍມັນເປັນມົນລະພິດປະເພດໜຶ່ງທີ່ເປັນອັນຕະລາຍຕໍ່ສິ່ງທີ່ມີຊີວິດໃນທະເລ.

ເພື່ອປ້ອງກັນການເກີດເລື່ອງທີ່ກ່າວມາຂ້າງເທິງ ໂຄງການ Pubes for the Planet ຈຶ່ງມີຈຸດປະສົງອອກມາເກັບຮວບຮວມຂົນພວກນັ້ນ ເພື່ອຊ່ວຍໂລກ.

ສາມາດເບິ່ງວິດີໂອການແນະນຳກ່ຽວກັບໂຄງການໄດ້ທີ່: https://cutt.ly/CSwJUEk

ໂຄງການດັ່ງກ່າວ ໄດ້ຮັບຜົນຕອບຮັບດີແບບບໍ່ໜ້າເຊື່ອ ຈົນເລື່ອງລາວທີ່ຟັງວ່າແປກຢູ່ນີ້ ເກີດເປັນຂ່າວທີ່ແປກຍິ່ງກວ່າເກົ່າ ເພາະຕັ້ງແຕ່ເປີດໂຄງການມາທາງບໍລິສັດ EOS (ບໍລິສັດຜະລິດລິບມັນ) ແລະ ອົງກອນບໍ່ສະແຫວງຫາຜົນກຳໄລ Matter of Trust ຜູ້ທີ່ຢູ່ເບື້ອງຫຼັງຂອງໂຄງການນີ້ ພົບວ່າ ມີຜູ້ຄົນຈຳນວນຫຼວງຫຼາຍ ໄດ້ສົ່ງຂົນໝໍອ້ອຍຂອງຕົນເອງມາໃຫ້ກັບໂຄງການຢ່າງມະຫາສານ ຈົນເຮັດໃຫ້ຂະໜາດຂອງສະຖານທີ່ເກັບຂົນທີ່ໂຄງການໄດ້ກຽມໄວ້ບໍ່ພໍຕໍ່ຈຳນວນທີ່ທາງຜູ້ຄົນສົ່ງມາ.

ຈາກກະແສຕອບຮັບທີ່ດີເກີນຄາດ ທາງໂຄງການກໍໄດ້ອອກມາກ່າວວ່າ “ຂອບໃຈທຸກຄົນແທ້ໆ ທີ່ມອບເປົ້າໝາຍໃຫ້ກັບຂົນໝໍອ້ອຍຂອງພວກເຈົ້າ” ແລະ ຈາກຄວາມສຳເລັດນີ້ໃນປັດຈຸບັນໂຄງການ Pubes for the Planet ກໍໄດ້ອອກມາບອກວ່າພວກເຂົາກຳລັງມີແຜນທີ່ຈະສ້າງສວນສາທາລະນະເຊິ່ງມີການເຮັດ “ຂອງເສຍທີ່ຍ່ອຍສະຫຼາຍໄດ້” ມານຳໃຊ້ເພື່ອເປັນການບຳລຸງດິນແລະປູກຄົ້ນໄມ້ໂດຍສະເພາະ.

ສຳລັບຜູ້ທີ່ໄດ້ສົ່ງຂົນໝໍອ້ອຍມາໃຫ້ກັບທາງໂຄງການ ແມ່ນຈະໄດ້ຄຣີມໂກນຂົນຈາກ EOS ເປັນການຕອຍແທນ ເອີ້ນໄດ້ວ່າໂຄງການນີ້ທັງໄດ້ຮັກສາໂລກ ແລະ ນຳໃຊ້ຂົນໝໍອ້ອຍແບບບໍ່ສູນເປົ່າ ບໍ່ແນ່ວ່າໃນອະນາຄົດໂຄງການນີ້ອາດຈະເປັນໂຄງການໜຶ່ງທີ່ກະຈາຍໄປທົ່ວໂລກກໍເປັນໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/