ຜູ້ນຳຢູເຄຣນຂໍໃຫ້ NATO ເວົ້າໃຫ້ຊັດເຈນວ່າຈະຮັບຢູເຄຣນເປັນສະມາຊິກຫຼືບໍ່! ພ້ອມບອກວ່າສົງຄາມຈະບໍ່ເກີດຖ້າຢູເຄຣນເຂົ້າຮ່ວມ NATO


ຜ່ານມາເກືອບຈະຄົບຮອບ 1 ເດືອນແລ້ວທີ່ກອງທັບຣັດເຊຍໂຈມຕີຢູເຄຣນ. ຫຼ້າສຸດນີ້ (ວັນທີ 20 ມີນາ) ປະທານາທິບໍດີ ໂວໂລດິເມຍ ເຊເລນສະກີ ຂອງຢູເຄຣນ ໄດ້ລະບຸວ່າ ຖ້າເຮົາເປັນສະມາຊິກຂອງອົງກອນແອັດແລນຕິກເໜືອ (NATO) ກ່ອນໜ້ານີ້ ສົງຄາມກໍຄົງບໍ່ເກີດຂື້ນ ຣັດເຊຍກໍໜ້າຈະບໍ່ກ້າມາຮຸກຮານຢູເຄຣນ. ນອກຈາກນີ້ ກໍຍັງຂໍໃຫ້ NATO ເວົ້າໃຫ້ຊັດເຈນວ່າຈະຮັບຢູເຄຣນເຂົ້າເປັນສະມາຊິກໃໝ່ຫຼືບໍ່ ເພາະນີ້ອາດເປັນຫົນທາງໃນການຊ່ວຍປ້ອງກັນແລະຮັກສາຊີວິດປະຊາຊົນຢູເຄຣນ.

“ຖ້າເຮົາເປັນສະມາຊິກ NATO ສົງຄາມນີ້ກໍຄົງຈະບໍ່ເກີດຂຶ້ນ ຂ້ອຍກໍອາດຈະໄດ້ຮັບຫຼັກປະກັນດ້ານຄວາມໝັ້ນຄົງເພື່ອປ້ອງກັນປະເທດແລະປະຊາຊົນຂອງຂ້ອຍ ຖ້າ NATO ພ້ອມ ແລະ ແນມເຫັນເຮົາໃນຖານະປະເທດພັນທະມິດ ຂໍໃຫ້ພິຈາລະນາເລື່ອງນີ້ໃນທັນທີ ເພາະປະຊາຊົນກຳລັງເສຍຊີວິດເພີ່ມຫຼາຍຂຶ້ນໃນແຕ່ລະມື້”

“ແຕ່ຖ້າເຈົ້າບໍ່ພ້ອມທີ່ຈະຊ່ວຍປົກປ້ອງຊີວິດຂອງປະຊາຊົນເຮົາ ຖ້າເຈົ້າພຽງຕ້ອງການໃຫ້ເຮົາຢູ່ໃນຈຸດທີ່ເຄິ່ງໆກາງໆ, ຢູ່ໃນຈຸດທີ່ເຮົາບໍ່ເຂົ້າໃຈວ່າເຈົ້າສາມາດຮັບເຮົາເຂົ້າເປັນສະມາຊິກໄດ້ຫຼືບໍ່ ເຈົ້າວາງໃຫ້ເຮົາຢູ່ໃນຈຸດນີ້ບໍ່ໄດ້ ເຈົ້າບັງຄັບໃຫ້ເຮົາຢູ່ໃນສະຖານະການທີ່ບໍ່ຕ່າງຈາກຢູ່ໃນນາຮົກນີ້ບໍ່ໄດ້”

“ຂ້ອຍເຄີຍຮ້ອງຂໍ NATO ເປັນການສ່ວນຕົວ ຢາກໃຫ້ພວກເຂົາເວົ້າກົງໆ ວ່າພວກ NATO ຈະຮັບຢູເຄຣນເຂົ້າເປັນສະມາຊິກໃນອີກ 1 ປີ ຫຼື 2 ປີ ຫຼື 5 ປີ ພຽງແຕ່ເວົ້າກົງໆ ຊັດເຈນ ຫຼື ເວົ້າວ່າ ບໍ່! NATO ຈະບໍ່ຮັບຢູເຄຣນເຂົ້າເປັນສະມາຊິກ ແຕ່ປະຕູອີກຫຼາຍປ່ອງຍັງເປີດຢູ່”. ປະທານາທິບໍດີ ຢູເຄຣນໄດ້ກ່າວ.

ນອກຈາກນີ້ ເຊເລນສະກີ ຍັງຮ້ອງຂໍ NATO ປະກາດເຂດຫ້າມບິນເໜືອນ່ານຟ້າຢູເຄຣນ ເພື່ອປ້ອງກັນຊີວິດປະຊາຊົນຈາກການໂຈມຕີທາງອາກາດຂອງກອງທັບຣັດເຊຍທີ່ເປັນສາເຫດໃຫ້ມີຍອດຜູ້ເສຍຊີວິດ, ຜູ້ໄດ້ຮັບບາດເຈັບ ແລະ ຂອບເຂດຄວາມເສຍຫາຍຂະຫຍາຍຕົວເປັນວົງກວ້າງແກ່ຍາວມາເປັນເວລາ 4 ອາທິດແລ້ວ ແຕ່ທາງ NATO ໃຫ້ການປະຕິເສດ ເນື່ອງຈາກບໍ່ຕ້ອງການປະເຊີນໜ້າກັບກອງທັບຣັດເຊຍ ເພາະຢ້ານວ່າສົງຄາມໃນຄັ້ງນີ້ຈະຂະຫຍາຍຕົວແລະກາຍເປັນສົງຄາມໂລກຄັ້ງໃໝ່.

ດ້ານສຳນັກງານເພື່ອສິດທິມະນຸດແຫ່ງສະຫະປະຊາຊາດ (OHCHR) ລະບຸວ່າ ມີຍອດຜູ້ເສຍຊີວິດທີ່ໄດ້ຮັບການຢືນຢັນແລ້ວຢ່າງໜ້ອຍ 902 ຄົນ, ໄດ້ຮັບບາດເຈັບຢ່າງໜ້ອຍ 1,459 ຄົນ ຂະນະຈໍານວນຜູ້ລີ້ໄພທີ່ເດີນທາງອອກຈາກຢູເຄຣນສູງເກືອບ 3.4 ລ້ານຄົນແລ້ວ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/