ປະຊາຊົນບ້ານຫົວເມືອງໃຕ້ ຮ່ວມໃຈກັນສ້າງທາງເບຕົງເສີມເຫຼັກ ເກັບເງິນຄອບຄົວລະ 25,000 ກີບ


ພິທີເປີດການກໍ່ສ້າງ ໂຄງການທາງເບຕົງຮ່ອມ 8/2 ຂອງບ້ານຫົວເມືອງໃຕ້ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ດ້ວຍທຶນລະດົມຈາກປະຊາຊົນ ແລະ ສັງຄົມ ໄດ້ຈັດຂຶ້ນໃນວັນທີ 19 ມີນາ 2022 ທີ່ຜ່ານມາ ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນ ພົມວິຫານ, ຝ່າຍສົງມີ ຍາທ່ານໃຫຍ່ ຄຳປານ ສຸພັນໂທ ເຈົ້າຄະນະ ອພສ ແຂວງພ້ອມຄະນະ, ມີການຈັດຕັ້ງພາກລັດ, ເອກະຊົນ, ແຂກຖືກເຊີນ, ບັນດານັກທຸລະກິດ, ຫ້າງຮ້ານຕ່າງໆ ພ້ອມດ້ວຍອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ຫຼັງຈາກສຳເລັດພິທີທາງສາສະໜາໄຫວ້ພຣະຮັບສິນແລ້ວ, ທ່ານ ນາງ ສຸພາວະດີ ສີແສງລັດ ເລຂາພັກບ້ານ ນາຍບ້ານຫົວເມືອງໃຕ້ ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ຮ່ອມ 8/2 ເປັນທາງຮ່ອມຂອງບ້ານໂດຍເລີ່ມແຕ່ສາມແຍກ ເສັ້ນທາງຂວັນຕາປະຊາ ຫາ ເບື້ອງຫຼັງວັດຈອມເກດໄຊສີ ມີໄລຍະຄວາມຍາວ 396ແມັດ,  ກວ້າງ 5ແມັດ, ປູເບຕົງໜາ 15ຊັງຕີແມັດ, ສອງຂ້າງທາງຈະເຮັດຮ່ອງລະບາຍນ້ຳຮູບຕົວຢູ, ມູນຄ່າການກໍ່ສ້າງທາງດັ່ງກ່າວໃນມູນຄ່າທັງໝົດ ປະມານ 371 ກວ່າລ້ານກີບ.

ສ່ວນວຽກບຸກເບີກສະໜາມ, ວຽກຖົມດິນ ແລະ ວຽກໜ້າທາງປູດ້ວຍເບຕົງເສີມເຫຼັກ ມີລາຍຮັບຕົ້ນຕໍແມ່ນໄດ້ມາຈາກການປະກອບສ່ວນຂອງປະຊາຊົນພາຍໃນບ້ານ ຄອບຄົວລະ 25 ພັນກີບ/ເດືອນ, ໄດ້ຈາກການເກັບເງິນນຳຄອບຄົວທີ່ມີພາຫະນະຄື: ລົດເກ໋ງ, ລົດກະບະ, ລົດຕູ້, ຄັນລະ 100,000ກີບ/ຄັນ/ປີ. ນອກຈາກນັ້ນ, ກໍຈະໄດ້ລະດົມຂໍສະໜັບສະໜູນ ປະກອບສ່ວນຈາກສັງຄົມ, ອົງການຈັດຕັ້ງພາກລັດ, ພາກທຸລະກິດ, ຫ້າງຮ້ານທັງພາຍໃນ ແລະ ນອກນະຄອນ; ໂດຍໜ້າວຽກທຳອິດທີ່ຈະເລີ່ມລົງມືເຮັດກ່ອນໝູ່ແມ່ນວຽກບຸກເບີກສະໜາມ, ວຽກດິນຖົມ ແລະ ວຽກໜ້າທາງປູດ້ວຍເບຕົງເສີມເຫຼັກ ໂດຍແມ່ນບໍລິສັດ ສະຫວັນຄຳກໍ່ສ້າງຂົວທາງເປັນຜູ້ຮັບເໜົາ ປະກອບສ່ວນດ້ານເຕັກນິກວິຊາການ ໂດຍສະເພາະການສຳຫຼວດ-ອອກແບບ ແລະ ຕິດຕາມການກໍ່ສ້າງໃຫ້ໄດ້ຕາມມາດຕະຖານ ໂດຍສົມທົບກັບຫ້ອງການໂຍທາທິການແລະຂົນສົ່ງນະຄອນ ແລະ ພະແນກ ຍທຂ ແຂວງ, ສຳລັບພໍ່ແມ່ປະຊາຊົນຈະໄດ້ອຳນວຍຄວາມສະດວກດ້ານຕ່າງໆ ແນໃສ່ເພື່ອເຮັດໃຫ້ໂຄງການດັ່ງກ່າວສຳເລັດຕາມແຜນການ ແລະຄາດວ່າຈະໃຫ້ສຳເລັດພາຍໃນ 45 ວັນ.

ຈາກນັ້ນ, ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກສອນ ພົມວິຫານ ກໍໄດ້ໃຫ້ກຽດຂຶ້ນກ່າວເປີດພີທີໂຄງການກໍ່ສ້າງທາງເບຕົງເສີມເຫຼັກຮ່ອມ 8/2 ແບບມີສ່ວນຮ່ວມຂອງສັງຄົມຂອງບ້ານຫົວເມືອງໃຕ້ຢ່າງເປັນທາງການແລ້ວ. ໃນໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ກໍໄດ້ໃຫ້ກຽດລັ່ນຄ້ອງ 9 ບາດເພື່ອເປັນສິລິມຸງຄຸນ ຈາກນັ້ນທາງຄະນະກໍໄດ້ໄປເລາະເບິ່ງໂຄງການຕົວຈິງຕື່ມອີກ.

ຂໍ້ມູນຈາກ: https://bit.ly/3N6U2dh

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/