ນັກຂຸດ Bitcoin ບາງສ່ວນໄດ້ຢຸດການຂຸດຊົ່ວຄາວ ເນື່ອງຈາກບັນຫາຄ່າໄຟຟ້າທີ່ແພງຂຶ້ນ


ຈາກສະຖານະການໃນປັດຈຸບັນທີ່ມີການແຜ່ລະບາດຂອງໂຄວິດ-19 ພ້ອມກັບວິກິດຈາກສົງຄາມ ເຮັດໃຫ້ມັນສົ່ງຜົນກະທົບເປັນວົງກວ້າງ ເຊັ່ນດຽວກັນກັບວົງການນັກຂຸດ Bitcoin ທີ່ນັກຂຸດບາງສ່ວນຕ້ອງໄດ້ປ່ອຍມືຈາກການຂຸດ ເນື່ອງຈາກບັນຫາຄ່າໄຟຟ້າທີ່ແພງຂຶ້ນ.

ອ້າງອີງຈາກເວັບໄຊ CoinDesk  ໄດ້ລາຍງານວ່າ ຄ່າຄວາມຍາກໃນການຂຸດ Bitcoin ຫຼື ເອີ້ນວ່າ The difficulty of mining a bitcoin (BTC) block ລົດລົງ 0.35% ໃນວັນທີ 17 ມີນາທີ່ຜ່ານມາ ຖືວ່າເປັນການລົດລົງເປັນຄັ້ງທີ 2 ຂອງເດືອນນີ້ ຫຼັງຈາກທີ່ມັນໄດ້ເພີ່ມຂຶ້ນຕໍ່ເນື່ອງມາຕັ້ງແຕ່ເດືອນພະຈິກ ໂດຍກ່ອນໜ້ານີ້ຄ່າຄວາມຍາກໃນການຂຸດລົດລົງ 1.5% ເມື່ອວັນທີ 3 ມີນາທີ່ຜ່ານມາ ຈາກຂໍ້ມູນຂອງ Glassnode.

ຄ່າຄວາມຍາກຈະມີການປັບປ່ຽນໂດຍອັດຕະໂນມັດເຊິ່ງກ່ຽວຂ້ອງກັບກຳລັງໃນການຂຸດຂອງເຄື່ອງຄອມພິວເຕີໃນລະບົບ ຫຼືທີ່ເອີ້ນວ່າ Hashrate ເພື່ອຮັກສາໄລຍະເວລາລະຫວ່າງການເກີດ Block ໃໝ່ໆ ຂອງ Bitcoin ໃຫ້ຄົງທີ່ປະມານ 10 ນາທີ.

Hashrate ຂອງ Bitcoin ລົດລົງຈາກລະດັບສູງສຸດຢູ່ທີ່ 248/l EH/s ເມື່ອເດືອນກຸມພາ ມາເຫຼືອ 216 EH/s ເມື່ອວັນທີ 17 ມີນາ 2022.

ທາງດ້ານ Whitt Gibbs ຜູ້ເປັນ CEO ແລະ ຜູ້ກໍ່ຕັ້ງ Compass Mining ໄດ້ກ່າວກັບ CoinDesk ວ່າ “ການຂຸດ Bitcoin ທີ່ລົດລົງເລັກໜ້ອຍຄັ້ງນີ້ເປັນຜົນຈາກນັກຂຸດທີ່ບໍ່ສາມາດເຮັດກຳໄລ ໄດ້ຕັດສິນໃຈປິດລະບົບ ASICs ເນື່ອງຈາກລາຄາພະລັງງານທີ່ເພີ່ມສູງຂຶ້ນທົ່ວໂລກ ເຊົ່ງເຮົາຈະເຫັນ AISCs ຖືກປິດຫຼາຍຂຶ້ນອີກ”

ຄ່າໄຟຟ້າທີ່ເພີ່ມສູງຂຶ້ນທົ່ວໂລກກໍເປັນເພາະຣັດເຊຍທີ່ເປັນໜຶ່ງໃນຜູ້ສົ່ງອອກພະລັງງານຟອສຊິລກຳລັງຢູ່ລະຫວ່າງການເຮັດສົງຄາມກັບຢູເຄຣນເຮັດໃຫ້ເກີດມີຜົນກະທົບແລະກະຈາຍຄວາມເສຍຫາຍເປັນວົງກວ້າງ.

ຂະນະທີ່ Jaran Mellerud ນັກວິໄຈຂອງ Arcane Resacrh ເບິ່ງວ່ານັກຂຸດ Bitcoin ໃນຄາຊັກສະຖານຈະຢຸດການຂຸດເພີ່ມຂຶ້ນອີກ ເນື່ອງຈາກການຂາດແຄນພະລັງງານ ແລະ ການຄວບຄຸມຢ່າງເຂັ້ມງວດຂອງລັດຖະບານຕໍ່ກັບກຸ່ມທີ່ຂຸດ Bitcoin ຢ່າງຜິດກົດໝາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/